ເຊກາຣີຢາ 9:16 - ພຣະຄຳພີສັກສິ16 ເມື່ອວັນນັ້ນມາເຖິງ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາຈະຊ່ວຍພວກເຂົາ ໃຫ້ພົ້ນອັນຕະລາຍດັ່ງຝູງແກະທີ່ມີຜູ້ລ້ຽງ. ພວກເຂົາຈະສ່ອງໄສແຈ້ງຢູ່ໃນດິນແດນຂອງພຣະອົງ ດັ່ງເພັດພອຍຢູ່ໃນມົງກຸດນັ້ນ. Uka jalj uñjjattʼäta |
ພຣະເຈົ້າຢາເວກ່າວວ່າ, “ຊົນຊາດທັງຫລາຍເອີຍ ຈົ່ງຟັງເຮົາເທີ້ນ ຈົ່ງປະກາດຖ້ອຍຄຳຂອງເຮົາທີ່ແຄມຝັ່ງໄກຫ່າງ. ເຮົາໄດ້ເຮັດໃຫ້ປະຊາຊົນຂອງເຮົາກະຈັດກະຈາຍໄປ ແຕ່ເຮົາຈະເຕົ້າໂຮມພວກເຂົາ ແລະດູແລພວກເຂົາໃໝ່ອີກ ຄົນລ້ຽງແກະເຝົ້າເບິ່ງຝູງແກະຂອງຕົນສັນໃດ ເຮົາກໍຈະເຝົ້າເບິ່ງແຍງປະຊາຊົນຂອງເຮົາສັນນັ້ນ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວວ່າ, “ໃນວັນນັ້ນ ເຮົາຈະເອົາເຈົ້າ ເຊຣຸບບາເບນລູກຊາຍຂອງເຊອານຕີເອນຜູ້ເປັນຄົນຮັບໃຊ້ຂອງເຮົາ ແລະພຣະເຈົ້າຢາເວກ່າວວ່າ ເຮົາຈະໃຫ້ເຈົ້າຂຶ້ນເປັນຜູ້ປົກຄອງໃນນາມຂອງເຮົາ. ເຈົ້າແມ່ນຜູ້ທີ່ເຮົາໄດ້ເລືອກໄວ້.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫລະ.
ເຮົາຈະເຮັດໃຫ້ປະຊາຊົນຢູດາເຂັ້ມແຂງ ເຮົາຈະຊ່ວຍປະຊາຊົນອິດສະຣາເອນໃຫ້ພົ້ນ. ເຮົາຈະມີຄວາມເມດຕາແກ່ພວກເຂົາ ແລະນຳພວກເຂົາທຸກຄົນກັບມາບ້ານ. ພວກເຂົາຈະເປັນຄືກັບວ່າເຮົາບໍ່ເຄີຍປະຖິ້ມພວກເຂົາເລີຍ ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ; ເຮົາຈະຕອບຄຳພາວັນນາອະທິຖານ ທຸກໆປະການຂອງພວກເຂົາເຈົ້າ.