Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 9:13 - ພຣະຄຳພີສັກສິ

13 ເຮົາ​ຈະ​ໃຊ້​ຢູດາ​ໃຫ້​ເປັນ​ດັ່ງ​ໜ້າທະນູ ແລະ​ອິດສະຣາເອນ​ໃຫ້​ເປັນ​ດັ່ງ​ລູກທະນູ​ດ້ວຍ. ເຮົາ​ຈະ​ໃຊ້​ຄົນ​ໃນ​ເມືອງ​ຊີໂອນ​ເປັນ​ດັ່ງ​ດາບ​ດວງ​ໜຶ່ງ ເພື່ອ​ຈະ​ຕໍ່ສູ້​ພວກ​ທີ່​ມາ​ຈາກ​ປະເທດ​ກຣີກ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 9:13
31 Jak'a apnaqawi uñst'ayäwi  

ສັນລະເສີນ​ພຣະເຈົ້າຢາເວ ຜູ້​ຄຸ້ມຄອງ​ຂອງ​ຂ້ານ້ອຍ ພຣະອົງ​ຝຶກ​ຂ້ານ້ອຍ​ໃຫ້​ສູ້ຮົບ ແລະ​ຕຽມ​ຂ້ານ້ອຍ​ໃຫ້​ເຮັດ​ສົງຄາມ.


ຂໍ​ໃຫ້​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ​ດ້ວຍ​ສຽງດັງ ທັງ​ຖື​ດາບ​ອັນ​ຄົມ​ຢູ່​ໃນ​ມື​ຂອງ​ພວກເຂົາ​ດ້ວຍ


ຈົ່ງ​ຂັດ​ດາບ​ເຖີດ ກະສັດ​ຜູ້​ເກັ່ງກ້າ​ເອີຍ ທ່ານ​ຜູ້​ມີ​ຊື່​ລືນາມ​ແລະ​ສະຫງ່າ​ຜ່າເຜີຍ​ດ້ວຍ.


ພຣະອົງ​ໃຫ້​ຖ້ອຍຄຳ​ຂອງຂ້ອຍ​ເປັນ​ຄື​ດາບ​ຄົມໆ ແລະ​ປົກປັກ​ຮັກສາ​ໄວ້​ດ້ວຍ​ມື​ຂອງ​ພຣະເຈົ້າ. ພຣະອົງ​ໄດ້​ເຮັດ​ໃຫ້​ຂ້ອຍ​ເປັນ​ດັ່ງ​ລູກ​ໜ້າທະນູ ທັງ​ແຫລມ​ຄົມ​ພ້ອມ​ທີ່​ຈະ​ໃຊ້​ການ​ໄດ້​ໂລດ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ບາບີໂລນ ເຈົ້າ​ຄື​ຄ້ອນຕີ​ຂອງເຮົາ ເປັນ​ທັງ​ອາວຸດ​ທີ່​ໃຊ້​ໄວ້​ເຮັດ​ເສິກ​ຂອງເຮົາ​ດ້ວຍ. ເຮົາ​ໄດ້​ໃຊ້​ເຈົ້າ​ໃຫ້​ຢຽບຢໍ່າ​ຊົນຊາດ​ທັງຫລາຍ ແລະ​ທັງ​ໃຫ້​ທຳລາຍ​ອານາຈັກ​ທັງຫລາຍ​ຖິ້ມ.


ພວກ​ຊາຍໜຸ່ມ​ທີ່​ເມືອງ​ຊີໂອນ​ນັ້ນ ປະເສີດ​ເລີດລໍ້າ​ດັ່ງ​ຄຳ​ແກ່​ພວກເຮົາ ແຕ່​ບັດນີ້ ພວກເຂົາ​ກໍ​ນັບ​ເປັນ​ເໝືອນ ໝໍ້​ດິນ​ທຳມະດາ​ເທົ່ານັ້ນ.


ເຮົາ​ໄດ້​ເລືອກ​ເອົາ​ລູກຊາຍ​ຂອງ​ພວກເຈົ້າ​ບາງຄົນ​ໃຫ້​ເປັນ​ຜູ້ທຳນວາຍ ແລະ​ໃຫ້​ຊາຍໜຸ່ມ​ບາງຄົນ​ໃນ​ພວກເຈົ້າ​ເປັນ​ຄົນ​ນາຊີຣີ. ຊາວ​ອິດສະຣາເອນ​ເອີຍ ສິ່ງນີ້​ເປັນ​ຄວາມຈິງ​ຫລື​ບໍ່? ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພວກ​ຜູ້ຊາຍ​ທີ່​ມີ​ໄຊຊະນະ​ຂອງ​ເຢຣູຊາເລັມ ພວກເຂົາ​ຈະ​ໂຈມຕີ​ເອົາ​ເອໂດມ​ໄດ້ ແລະ​ທັງ​ຈະ​ປົກຄອງ​ພວກເຂົາ​ຄືກັນ ແລະ​ອານາຈັກ​ຈະ​ເປັນ​ຂອງ​ພຣະເຈົ້າຢາເວ.


ຂ້າພະເຈົ້າ​ຈຶ່ງ​ຖາມ​ວ່າ, “ຄົນ​ເຫຼົ່ານັ້ນ​ມາ​ເຮັດ​ຫຍັງ?” ເພິ່ນ​ຕອບ​ວ່າ, “ອັນນີ້​ແມ່ນ​ເຂົາ​ທີ່​ເຮັດ​ໃຫ້​ຢູດາ​ພັດພາກ​ຈາກກັນ​ຈົນ​ບໍ່​ມີ​ຜູ້ໃດ​ເງີຍໜ້າ​ໄດ້ ແຕ່​ພວກ​ຊ່າງນີ້​ມາ​ເພື່ອ​ເຮັດ​ໃຫ້​ຊົນຊາດ​ຕ່າງໆ​ສະທ້ານ​ຢ້ານກົວ ແລະ​ໂຄ່ນລົ້ມ​ຊົນຊາດ​ທັງຫລາຍ​ທີ່​ຢຽບຢໍ່າ​ທຳລາຍ​ດິນແດນ​ຢູດາຍ​ໃຫ້​ໝຸ່ນ ແລະ​ເຮັດ​ໃຫ້​ພົນລະເມືອງ​ກະຈັດ​ກະຈາຍ​ໄປ.”


ຈົ່ງ​ເອົາ​ຄວາມ​ພົ້ນ​ເປັນ​ເຄື່ອງ​ຄຽນ​ປ້ອງກັນ​ຫົວ​ໄວ້ ແລະ​ຈົ່ງ​ຖື​ພຣະ​ແສງ​ຂອງ​ພຣະວິນຍານ ຄື​ພຣະທຳ​ຂອງ​ພຣະເຈົ້າ.


ເຮົາ​ໄດ້​ຕໍ່ສູ້​ຢ່າງ​ສຸດ​ກຳລັງ ເຮົາ​ໄດ້​ແລ່ນ​ແຂ່ງຂັນ​ຈົນເຖິງ​ທີ່ສຸດ ແລະ​ເຮົາ​ໄດ້​ຮັກສາ​ຄວາມເຊື່ອ​ໄວ້​ແລ້ວ.


ເພາະວ່າ​ພຣະທຳ​ຂອງ​ພຣະເຈົ້າ​ປະກອບ​ດ້ວຍ​ຊີວິດ​ແລະ​ຣິດເດດ ຄົມ​ກວ່າ​ດາບ​ສອງ​ຄົມ​ທຸກ​ດວງ ແທງ​ຊອດ​ເຖິງ​ຈິດໃຈ​ແລະ​ວິນຍານ ຕະຫລອດ​ທັງ​ຄໍ່​ກະດູກ​ແລະ​ໄຂ​ໃນ​ກະດູກ​ເຊື່ອມ​ຕິດຕໍ່​ກັນ ຈຶ່ງ​ສັງເກດ​ຮູ້​ຄວາມ​ຄິດ​ແລະ​ຄວາມ​ມຸ່ງໝາຍ​ໃນ​ໃຈ​ໄດ້.


ມື​ເບື້ອງຂວາ​ຂອງ​ພຣະອົງ ຊົງ​ຖື​ດາວ​ເຈັດ​ດວງ ແລະ​ມີ​ດາບ​ສອງ​ຄົມ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ. ໃບ​ໜ້າ​ຂອງ​ພຣະອົງ​ເຫຼື້ອມ​ເໝືອນ​ດັ່ງ​ດວງ​ຕາເວັນ​ທີ່​ສ່ອງ​ແສງກ້າ.


ກະສັດ​ທັງຫລາຍ​ນັ້ນ​ຈະ​ສູ້ຮົບ​ກັບ​ພຣະ​ເມສານ້ອຍ ແລະ​ພຣະ​ເມສານ້ອຍ​ຈະ​ມີ​ໄຊຊະນະ ເພາະວ່າ​ພຣະອົງ​ເປັນ​ອົງ​ພຣະຜູ້​ເປັນເຈົ້າ​ເໜືອ​ເຈົ້ານາຍ​ທັງຫລາຍ ແລະ​ເປັນ​ມະຫາ​ກະສັດ​ເໜືອ​ກະສັດ​ທັງຫລາຍ ຝ່າຍ​ບັນດາ​ຄົນ​ທີ່​ຢູ່​ກັບ​ພຣະອົງ ເປັນ​ຜູ້​ທີ່​ພຣະອົງ​ໄດ້​ຊົງ​ເອີ້ນ​ເອົາ​ແລະ​ຊົງ​ເລືອກ​ໄວ້ ກັບ​ທັງ​ເປັນ​ຜູ້​ສັດຊື່ ກໍ​ຈະ​ມີໄຊ​ດ້ວຍ​ກັນ​ກັບ​ພຣະອົງ.”


ມີ​ດາບ​ຄົມ​ດວງ​ໜຶ່ງ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ ເພື່ອ​ພຣະອົງ​ຈະ​ເອົາ​ຊະນະ​ຊົນຊາດ​ທັງຫລາຍ​ດ້ວຍ​ດາບ​ນັ້ນ. “ພຣະອົງ​ຈະ​ປົກຄອງ​ພວກເຂົາ​ດ້ວຍ​ຄ້ອນເຫລັກ​ທີ່​ມີ​ອຳນາດ ແລະ​ພຣະອົງ​ຈະ​ຢຽບ​ເອົາ​ນໍ້າ​ອະງຸ່ນ ໃນ​ອ່າງ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ແຮງກ້າ​ຂອງ​ພຣະເຈົ້າ ອົງ​ຊົງ​ຣິດທານຸພາບ​ສູງສຸດ.”


ສ່ວນ​ກອງທັບ​ຂອງ​ພວກເຂົາ​ທີ່​ຍັງເຫລືອ​ຢູ່​ນັ້ນ ກໍ​ຖືກ​ຂ້າ​ດ້ວຍ​ດາບ​ທີ່​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ ຜູ້​ຊົງ​ນັ່ງ​ເທິງ​ຫລັງ​ມ້າ​ນັ້ນ ແລະ​ຝູງ​ນົກ​ທັງປວງ​ກໍໄດ້​ກິນ​ຊີ້ນ​ຂອງ​ຄົນ​ເຫຼົ່ານັ້ນ​ຈົນ​ອີ່ມ.


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ເປຄາໂມ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຈາກ​ພຣະອົງ​ຜູ້​ທີ່​ຖື​ດາບ​ສອງ​ຄົມ:


Jiwasaru arktasipxañani:

Anuncios ukanaka


Anuncios ukanaka