Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 9:12 - ພຣະຄຳພີສັກສິ

12 ບັດນີ້ ຈົ່ງ​ກັບ​ມາ​ດ້ວຍ​ຄວາມຫວັງ​ເຖີດ ພວກ​ທີ່​ເປັນ​ຊະເລີຍ​ເອີຍ ໃຫ້​ກັບ​ມາ​ສູ່​ບ່ອນ​ທີ່​ປອດໄພ​ສຳລັບ​ພວກເຈົ້າ. ບັດນີ້ ເຮົາ​ບອກ​ພວກເຈົ້າ​ວ່າ​ຈະ​ໄດ້​ຮັບ​ສອງ​ເທື່ອ​ເທົ່າຕົວ ພອນ​ສຳລັບ​ສິ່ງ​ທັງໝົດ​ທີ່​ພວກເຈົ້າ​ໄດ້​ທົນທຸກ​ນັ້ນ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 9:12
23 Jak'a apnaqawi uñst'ayäwi  

ຕໍ່ມາ ຫລັງຈາກ​ໂຢບ​ໄດ້​ພາວັນນາ​ອະທິຖານ​ສຳລັບ​ເພື່ອນ​ທັງ​ສາມ​ຄົນ​ແລ້ວ ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ໂຢບ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໃໝ່; ແລະ​ພຣະເຈົ້າຢາເວ​ໃຫ້​ເພິ່ນ​ຮັ່ງມີ​ຕື່ມ​ອີກ​ເຖິງ​ສອງ​ເທົ່າ ໃນ​ສິ່ງ​ທີ່​ເພິ່ນ​ເຄີຍ​ມີ​ມາ​ກ່ອນ.


ພຣະເຈົ້າ​ຈະ​ນຳ​ບັນດາ​ກະສັດ​ມາ​ຮ່ວມກັນ​ເປັນ​ຝູງ ດັ່ງ​ນຳ​ຊະເລີຍເສິກ​ມາ​ໃນ​ເຫວ. ພຣະອົງ​ຈະ​ຂັງ​ພວກເຂົາ​ໄວ້​ໃນ​ຄຸກ ຈົນຮອດ​ເວລາ​ຕັດສິນ​ລົງໂທດ.


ບໍ່ມີ​ຜູ້ໃດ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ​ໄດ້​ໃນ​ແດນ​ມໍຣະນາ ຄົນຕາຍ​ວາງໃຈ​ໃນ​ຄວາມສັດຊື່​ຂອງ​ພຣະອົງ​ບໍ່ໄດ້.


ຈົ່ງ​ຊູໃຈ​ປະຊາຊົນ​ຊາວ​ນະຄອນ​ເຢຣູຊາເລັມ ຈົ່ງ​ບອກ​ວ່າ, ພວກເຂົາ​ທົນທຸກ​ດົນນານ​ພໍ​ແລ້ວ ບັດນີ້​ການບາບ​ຂອງ​ພວກເຂົາ​ທັງຫລາຍ ກໍໄດ້​ຮັບ​ອະໄພ ເສຍ​ແລ້ວ. ພຣະເຈົ້າຢາເວ​ໄດ້​ລົງໂທດ​ລົງທັນ​ພວກເຂົາ ໃຫ້​ສົມ​ກັບ​ບາບກຳ​ທີ່​ພວກເຂົາ​ໄດ້​ກະທຳ​ແລ້ວ.”


ເຮົາ​ຈະ​ກ່າວ​ແກ່​ພວກ​ທີ່​ເປັນ​ຊະເລີຍ​ວ່າ, ‘ຈົ່ງ​ພາກັນ​ໄປ​ເປັນ​ອິດສະຫລະ​ເຖີດ’ ແລະ​ກ່າວ​ແກ່​ຜູ້​ທີ່​ຢູ່​ໃນ​ຄວາມມືດ​ວ່າ, ‘ຈົ່ງ​ອອກ​ມາ​ສູ່​ແສງແຈ້ງ​ສາ’ ພວກເຂົາ​ຈະ​ເປັນ​ດັ່ງ​ຝູງແກະ ທີ່​ກິນ​ຫຍ້າ​ຢູ່​ຕາມ​ເນີນພູ​ພຸ້ນ.


ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ສັ່ນ​ຂີ້ຝຸ່ນ​ເປັນ​ອິດສະຫລະ ຈົ່ງ​ລຸກ​ຈາກ​ຂີ້ຝຸ່ນ​ດິນ ແລະ​ນັ່ງ​ລົງ​ເທິງ​ບັນລັງ​ເຖີດ ພວກ​ລູກສາວ​ຂອງ​ພູເຂົາ​ຊີໂອນ​ຜູ້​ຖືກ​ຈັບ​ເອີຍ ຈົ່ງ​ທຸບ​ໂສ້​ທີ່​ລ່າມ​ເຈົ້າ​ນັ້ນ​ໃຫ້​ມັນ​ຫລຸດ​ອອກ​ໄປ.


ຄວາມ​ອັບອາຍ​ຂາຍໜ້າ​ຂອງ​ພວກເຈົ້າ​ກໍ​ສິ້ນສຸດ​ໄປ ແລະ​ຈະ​ໄດ້​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກເຈົ້າ ແລະ​ຊັບສົມບັດ​ຂອງ​ພວກເຈົ້າ​ກໍ​ຈະ​ມີ​ເທົ່າຕົວ ພວກເຈົ້າ​ຈະ​ຊົມຊື່ນ​ຍິນດີ​ຢູ່​ຕະຫລອດ.


ຄວາມຫວັງ​ອັນດຽວ​ຂອງ​ອິດສະຣາເອນ​ຄື​ພຣະອົງ ພຣະອົງ​ເປັນ​ຜູ້​ຊ່ວຍ​ພວກ​ຂ້ານ້ອຍ​ໃນ​ເວລາ​ຖືກ​ຂັດສົນ. ເປັນຫຍັງ​ພຣະອົງ​ຈຶ່ງ​ເຮັດ​ຄື​ກັບ​ຄົນຕ່າງດ້າວ​ນໍ ດັ່ງ​ນັກ​ທ່ອງທ່ຽວ​ທີ່​ແວ່ຢາມ​ພຽງ​ຄືນດຽວ​ເທົ່ານັ້ນ?


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ແມ່ນ​ຜູ້​ທີ່​ປົກປ້ອງ​ຄຸ້ມຄອງ​ຂອງ​ຂ້ານ້ອຍ ແລະ​ໃຫ້​ກຳລັງ​ວັງຊາ​ແກ່​ຂ້ານ້ອຍ; ພຣະອົງ​ໄດ້​ຊ່ວຍ​ຂ້ານ້ອຍ​ໃນ​ຍາມ​ເດືອດຮ້ອນ. ຊົນຊາດ​ທັງຫລາຍ​ຈະ​ມາ​ຫາ​ພຣະອົງ​ຈາກ​ສົ້ນສຸດ​ແຜ່ນດິນ​ໂລກ ແລະ​ກ່າວ​ວ່າ, “ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ບໍ່ມີ​ຫຍັງ​ເລີຍ; ມີ​ແຕ່​ພະປອມ​ເທົ່ານັ້ນ​ຄື​ຮູບເຄົາຣົບ​ທັງຫລາຍ​ທີ່​ບໍ່ມີ​ປະໂຫຍດ.


ພຣະເຈົ້າຢາເວ​ຄື​ຄວາມຫວັງ​ຂອງ​ອິດສະຣາເອນ ທຸກຄົນ​ທີ່​ປະຖິ້ມ​ພຣະອົງ​ຈະ​ໄດ້​ຖືກ​ອັບອາຍ​ຂາຍໜ້າ. ພວກເຂົາ​ຈະ​ດັບສູນໄປ ດັ່ງ​ຊື່​ທີ່​ຖືກ​ບັນທຶກ​ໃນ​ຂີ້ຝຸ່ນ​ດິນ ເພາະ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ​ອົງ​ເປັນ​ນໍ້າພຸ​ແຫ່ງ​ຊີວິດ.


ພຣະເຈົ້າຢາເວ​ກ່າວ​ວ່າ, ຄວາມຫວັງ​ຂ້າງໜ້າ​ຂອງເຈົ້າ ຄື​ລູກໆ​ຂອງເຈົ້າ​ຈະ​ກັບ​ມາ.”


ຖືກ​ແລ້ວ ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຄົນເຝົ້າຍາມ​ຈະ​ເປັ່ງ​ສຽງ​ຮ້ອງ​ອອກ​ໄປ​ຈາກ​ເຂດ​ເນີນພູ​ເອຟຣາອິມ​ວ່າ, ‘ໃຫ້​ພວກເຮົາ​ຂຶ້ນ​ໄປ​ເທິງ​ພູເຂົາ​ຊີໂອນ​ເພື່ອ​ເຝົ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ.”’


ພວກ​ອົບພະຍົບ​ປົບໜີ​ຈາກ​ບາບີໂລນ​ມາ​ສູ່​ນະຄອນ​ເຢຣູຊາເລັມ ແລະ​ພວກເຂົາ​ບອກ​ວ່າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ແກ້ແຄ້ນ​ຊາວ​ບາບີໂລນ​ໃນ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ຕໍ່​ພຣະວິຫານ​ຂອງ​ພຣະອົງ.)


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ໂຮຮ້ອງ​ຂຶ້ນ​ວ່າ, ‘ພຣະເຈົ້າຢາເວ​ໄດ້​ສຳແດງ​ໃຫ້​ເຫັນ​ວ່າ ພວກເຮົາ​ເປັນ​ຝ່າຍ​ຖືກຕ້ອງ. ຈົ່ງ​ໄປ​ບອກ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ເຮັດ​ສູ່​ຊາວ​ນະຄອນ​ເຢຣູຊາເລັມ​ຟັງ.”’


ແລ້ວ​ພຣະອົງ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ປະຊາຊົນ​ອິດສະຣາເອນ​ກໍ​ເປັນ​ດັ່ງ​ກະດູກ​ເຫຼົ່ານີ້​ແຫຼະ. ພວກເຂົາ​ເວົ້າ​ວ່າ, ຕົນເອງ​ແຫ້ງແລ້ງ, ໄຮ້​ຄວາມຫວັງ ແລະ​ບໍ່ມີ​ອະນາຄົດ.


ເຮົາ​ຈະ​ຄືນ​ສວນອະງຸ່ນ​ໃຫ້​ແກ່​ນາງ ແລະ​ຈະ​ເຮັດ​ໃຫ້​ຮ່ອມພູ​ລຳບາກ​ເປັນ​ປະຕູ​ແຫ່ງ​ຄວາມຫວັງ. ນາງ​ຈະ​ຕອບ​ສະໜອງ​ເຮົາ​ຢູ່​ທີ່​ນັ້ນ ດັ່ງ​ນາງ​ໄດ້​ເຄີຍ​ເຮັດ​ມາ​ໃນ​ຄາວ​ຍັງ​ໜຸ່ມ ຄື​ເມື່ອ​ຄາວ​ໜີ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ.


ພຣະເຈົ້າຢາເວ​ເປັ່ງ​ສຽງ​ຮ້ອງ​ຈາກ​ພູເຂົາ​ຊີໂອນ ສຽງ​ພຣະອົງ​ດັງ​ສະໜັ່ນ​ຈາກ​ນະຄອນ​ເຢຣູຊາເລັມ​ພຸ້ນ; ຈັກກະວານ ແລະ​ແຜ່ນດິນ​ໂລກ​ກໍ​ສັ່ນ​ສະທ້ານ​ຫວັ່ນໄຫວ ແຕ່​ພຣະເຈົ້າຢາເວ​ຈະ​ປ້ອງກັນ​ປະຊາຊົນ​ຂອງ​ພຣະອົງ​ໄວ້.


ນະຄອນ​ເຢຣູຊາເລັມ​ເອີຍ ເຈົ້າ​ເປັນ​ບ່ອນ​ທີ່​ພຣະເຈົ້າ​ເຝົ້າເບິ່ງ​ປະຊາຊົນ​ຂອງ​ພຣະອົງ ເໝືອນ​ດັ່ງ​ຄົນລ້ຽງແກະ​ຜູ້ໜຶ່ງ​ທີ່​ເຝົ້າເບິ່ງ​ຝູງແກະ​ຂອງຕົນ​ຢູ່​ເທິງ​ຫໍຄອຍ; ເຈົ້າ​ຈະ​ເປັນ​ເມືອງເອກ​ແຫ່ງ​ຣາຊອານາຈັກ​ອີກເທື່ອໜຶ່ງ ທີ່​ເຈົ້າ​ໄດ້​ເຄີຍ​ເປັນ​ມາ​ແລ້ວ.


ພຣະເຈົ້າຢາເວ​ດີເລີດ ແລະ​ແສນ​ປະເສີດ​ຫລາຍ ພຣະອົງ​ປົກປ້ອງ​ຄຸ້ມຄອງ​ປະຊາຊົນ​ຂອງ​ພຣະເຈົ້າ ຄື​ຄຸ້ມຄອງ​ພວກ​ເຂົາເຈົ້າ​ໃນ​ຄາວ​ລຳບາກ​ມາເຖິງ ທັງ​ຫ່ວງໃຍ​ພວກ​ທີ່​ຕ່າວຄືນ​ມາຫາ​ພຣະອົງ.


ເພື່ອ​ວ່າ​ໂດຍ​ສອງ​ປະການ​ທີ່​ປ່ຽນແປງ​ບໍ່ໄດ້ (ເພາະ​ພຣະເຈົ້າ​ຈະ​ກ່າວ​ຄຳ​ຕົວະ​ບໍ່ໄດ້) ເຮົາ ຜູ້​ທີ່​ໄດ້​ໜີ​ໄພ​ຮ້ອນ​ໄປ​ເພີ່ງ​ເຢັນ ຈຶ່ງ​ໄດ້​ຮັບ​ຄວາມ​ຊູໃຈ​ອັນ​ແຮງກ້າ ໃນ​ການ​ທີ່​ຈະ​ຢຶດຖື​ຄວາມຫວັງ ຊຶ່ງ​ມີ​ຢູ່​ຕໍ່ໜ້າ​ເຮົາ​ນັ້ນ.


ຄວາມຫວັງ​ທີ່​ພວກເຮົາ​ຢຶດຖື​ນັ້ນ ເປັນ​ສະໝໍ​ທີ່​ແທ້ຈິງ​ອັນ​ໝັ້ນຄົງ​ຂອງ​ຈິດໃຈ ຄວາມຫວັງ​ນັ້ນ​ນຳ​ໄປ​ສູ່​ບ່ອນ​ສັກສິດ​ທີ່ສຸດ​ຢູ່​ເບື້ອງ​ຫລັງ​ຜ້າກັ້ງ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka