Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 9:1 - ພຣະຄຳພີສັກສິ

1 ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ: ພຣະອົງ​ໄດ້​ວາງ​ກົດ​ລົງໂທດ​ດິນແດນ​ຮັດຣັກ​ແລະ​ນະຄອນ​ດາມັສກັດ. ບໍ່ແມ່ນແຕ່​ເຜົ່າ​ທັງຫລາຍ​ໃນ​ຊາດ​ອິດສະຣາເອນ ທີ່​ເປັນ​ຂອງ​ພຣະເຈົ້າຢາເວ​ເທົ່ານັ້ນ; ແຕ່​ເມືອງເອກ​ຂອງ​ຊີເຣຍ​ກໍ​ເປັນ​ຂອງ​ພຣະອົງ​ດ້ວຍ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 9:1
22 Jak'a apnaqawi uñst'ayäwi  

ຢູ່​ໃນ​ທີ່ນັ້ນ ອັບຣາມ​ໄດ້​ແຍກ​ກຳລັງ​ອອກ​ເປັນ​ສອງ​ໝວດ; ແລ້ວ​ເພິ່ນ​ກໍ​ບຸກໂຈມຕີ​ສັດຕູ​ໃນ​ເວລາ​ກາງຄືນ ແລະ​ເອົາ​ຊະນະ​ພວກເຂົາ. ຄົນ​ຂອງ​ອັບຣາມ​ຍັງ​ໄດ້​ໄລ່​ຕິດຕາມ​ພວກເຂົາ​ໄປ​ຈົນເຖິງ​ເມືອງ​ໂຮບາ ທາງ​ທິດເໜືອ​ຂອງ​ເມືອງ​ດາມັສກັດ,


ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ຈົ່ງ​ລົງໂທດ​ພວກເຂົາ​ເຖີດ ສຳລັບ​ພວກ​ຂ້ານ້ອຍ​ນັ້ນ​ເຮັດ​ຫຍັງ​ບໍ່ໄດ້​ແລ້ວ​ກັບ​ກອງທັບ​ອັນ​ໃຫຍ່ໂຕ ຊຶ່ງ​ກຳລັງ​ມາ​ໂຈມຕີ​ພວກ​ຂ້ານ້ອຍ. ພວກ​ຂ້ານ້ອຍ​ບໍ່​ຮູ້ຈັກ​ຈະ​ເຮັດ​ຢ່າງໃດ ໄດ້​ແຕ່​ຂໍ​ເພິ່ງ​ພຣະອົງ​ໃຫ້​ຊ່ວຍເຫລືອ​ເທົ່ານັ້ນ.”


ທຸກໆ​ສິ່ງ​ທີ່​ມີ​ຊີວິດ​ຢູ່​ກໍ​ເບິ່ງ​ພຣະອົງ​ດ້ວຍ​ຄວາມຫວັງ ລໍຖ້າ​ພຣະອົງ​ໃຫ້​ອາຫານ​ຕາມ​ທີ່​ຕ້ອງການ​ນັ້ນ.


ຂ້ານ້ອຍ​ຊອກ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍ​ທຸກ​ເວລາ ພຣະອົງ​ຊ່ວຍກູ້​ເອົາ​ຂ້ານ້ອຍ​ຈາກ​ອັນຕະລາຍ​ນັ້ນ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ນະຄອນ​ບາບີໂລນ ທີ່​ເອຊາຢາ​ລູກຊາຍ​ຂອງ​ອາໂມດ​ໄດ້​ຮັບ​ຈາກ​ພຣະເຈົ້າ.


ພຣະເຈົ້າຢາເວ​ຈະ​ໃຊ້​ຣິດທານຸພາບ​ອັນ​ສັກສິດ ຕໍ່ສາຍຕາ​ປະຊາຊົນ​ຂອງ​ທຸກໆ​ຊົນຊາດ ພຣະອົງ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ພົ້ນໄພ ໝົດ​ທັງໂລກ​ຈະ​ໄດ້​ເຫັນ​ຄວາມພົ້ນ​ແຫ່ງ​ພຣະເຈົ້າ​ຂອງ​ພວກເຮົາ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ແມ່ນ​ຜູ້​ທີ່​ປົກປ້ອງ​ຄຸ້ມຄອງ​ຂອງ​ຂ້ານ້ອຍ ແລະ​ໃຫ້​ກຳລັງ​ວັງຊາ​ແກ່​ຂ້ານ້ອຍ; ພຣະອົງ​ໄດ້​ຊ່ວຍ​ຂ້ານ້ອຍ​ໃນ​ຍາມ​ເດືອດຮ້ອນ. ຊົນຊາດ​ທັງຫລາຍ​ຈະ​ມາ​ຫາ​ພຣະອົງ​ຈາກ​ສົ້ນສຸດ​ແຜ່ນດິນ​ໂລກ ແລະ​ກ່າວ​ວ່າ, “ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ບໍ່ມີ​ຫຍັງ​ເລີຍ; ມີ​ແຕ່​ພະປອມ​ເທົ່ານັ້ນ​ຄື​ຮູບເຄົາຣົບ​ທັງຫລາຍ​ທີ່​ບໍ່ມີ​ປະໂຫຍດ.


ພຣະອົງ​ວາງແຜນ​ໄດ້​ດີເລີດ ແລະ​ເຮັດ​ສິ່ງ​ຕ່າງໆ​ດ້ວຍ​ຣິດອຳນາດ. ພຣະອົງ​ເຫັນ​ທຸກໆສິ່ງ​ທີ່​ມະນຸດ​ເຮັດ ແລະ​ພຣະອົງ​ໃຫ້​ບຳເໜັດ​ຕາມ​ການກະທຳ​ຂອງ​ພວກເຂົາ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ຕີເຣ​ໄດ້​ເຮັດ​ບາບ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ໄດ້​ຈັບ​ເອົາ​ຄົນ​ທັງ​ຊາດ​ໄປ​ເປັນ​ຊະເລີຍ​ໃນ​ດິນແດນ​ເອໂດມ ແລະ​ບໍ່ໄດ້​ຖື​ຮັກສາ​ສັນຍາ​ມິດຕະພາບ​ທີ່​ພວກເຂົາ​ໄດ້​ເຮັດ​ໄວ້.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຄົນລ້ຽງແກະ​ຍາດ​ຂາ​ສອງ​ເບື້ອງ ແລະ​ຫູ​ເບື້ອງ​ໜຶ່ງ​ຂອງ​ລູກແກະ​ທີ່​ຖືກ​ສິງ​ກັດ​ໄດ້​ສັນໃດ; ຊາວ​ອິດສະຣາເອນ​ທີ່​ອາໄສ​ຢູ່​ໃນ​ຊາມາເຣຍ ຄື​ຜູ້​ທີ່​ເວລາ​ນີ້​ນອນ​ຢຽດ​ຢູ່​ເທິງ​ເບາະ​ອັນ​ຫລູຫລາ ກໍ​ຈະ​ລອດຊີວິດ​ໄດ້ ພຽງແຕ່​ໜ້ອຍຄົນ​ສັນນັ້ນ.


ຕໍ່ໄປນີ້​ແມ່ນ​ນິມິດ​ທີ່​ນາຮູມ ຊາວ​ແອນໂກດ ໄດ້​ເຫັນ​ກ່ຽວກັບ​ນະຄອນ​ນີເນເວ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ ພຣະອົງ​ຈະ​ສົ່ງ​ຄຳສາບແຊ່ງ​ນີ້​ອອກ​ໄປ ແລະ​ມັນ​ຈະ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຄົນ​ຂີ້ລັກ​ທຸກຄົນ ຕະຫລອດ​ທັງ​ເຮືອນ​ຂອງ​ຜູ້​ເວົ້າຕົວະ​ພາຍໃຕ້​ຄຳ​ສາບານ​ທຸກຄົນ. ມັນ​ຈະ​ຢູ່​ໃນ​ເຮືອນ​ຂອງ​ພວກເຂົາ​ຈົນກວ່າ​ບ້ານ​ເຮືອນ​ຖືກ​ຮົກຮ້າງ​ເພພັງ.”


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ມາລາກີ ບອກ​ປະຊາຊົນ​ອິດສະຣາເອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka