Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 8:9 - ພຣະຄຳພີສັກສິ

9 ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ຈົ່ງ​ກ້າຫານ​ເຖີດ ບັດນີ້ ພວກເຈົ້າ​ໄດ້ຍິນ​ຄຳເວົ້າ​ຢ່າງ​ດຽວກັນ​ກັບ ທີ່​ພວກ​ຜູ້ທຳນວາຍ​ໄດ້​ກ່າວ​ໃນ​ສະໄໝ​ວາງ​ຮາກຖານ ເມື່ອ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຂຶ້ນ​ໃໝ່​ນັ້ນ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 8:9
18 Jak'a apnaqawi uñst'ayäwi  

ຖ້າ​ເຈົ້າ​ຍອມ​ເຮັດ​ຕາມ​ກົດບັນຍັດ​ທັງໝົດ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ໂມເຊ​ສຳລັບ​ຊາດ​ອິດສະຣາເອນ​ນັ້ນ ເຈົ້າ​ກໍ​ຈະ​ຈະເລີນຂື້ນ. ຈົ່ງ​ເດັດດ່ຽວ​ແລະ​ກ້າຫານ ຢ່າ​ໃຫ້​ສິ່ງໃດ​ສິ່ງໜຶ່ງ​ເຮັດ​ໃຫ້​ເຈົ້າ​ຕ້ອງ​ຢ້ານກົວ​ເລີຍ.


ກະສັດ​ດາວິດ​ໄດ້​ສັ່ງ​ໂຊໂລໂມນ​ລູກຊາຍ​ຂອງ​ເພິ່ນ​ວ່າ, “ຈົ່ງ​ເດັດດ່ຽວ ແລະ​ກ້າຫານ. ຈົ່ງ​ລົງມື​ເຮັດ​ວຽກ ແລະ​ຢ່າ​ໃຫ້​ມີ​ສິ່ງໃດສິ່ງໜຶ່ງ​ຂັດຂວາງ​ເຈົ້າ​ເລີຍ. ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ທີ່​ພໍ່​ໄດ້​ບົວລະບັດ​ຮັບໃຊ້​ນັ້ນ​ຈະ​ສະຖິດ​ຢູ່​ນຳ​ເຈົ້າ. ພຣະອົງ​ຈະ​ບໍ່​ປະຖິ້ມ​ເຈົ້າ​ແຕ່​ພຣະອົງ​ຈະ​ຢູ່​ນຳ​ເຈົ້າ ຈົນກວ່າ​ເຈົ້າ​ຈະ​ກໍ່ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ສຳເລັດ.


ແຕ່​ພວກທ່ານ​ຕ້ອງ​ເຂັ້ມແຂງ​ແລະ​ຢ່າ​ທໍ້ຖອຍ​ເລີຍ. ພາລະກິດ​ທີ່​ພວກທ່ານ​ໄດ້​ເຮັດ​ນັ້ນ​ຈະ​ບໍ່​ຂາດ​ບຳເໜັດ.”


ພວກ​ຜູ້ນຳ​ຊາວ​ຢູດາ​ໄດ້​ກໍ່ສ້າງ​ພຣະວິຫານ​ຢ່າງ​ກ້າວໜ້າ​ດີ ໂດຍ​ໄດ້​ຮັບ​ການ​ໜູນໃຈ​ຈາກ​ຜູ້ທຳນວາຍ​ຮັກກາຍ​ແລະ​ເຊກາຣີຢາ​ເຊື້ອສາຍ​ຂອງ​ອິດໂດ. ພວກເຂົາ​ໄດ້​ກໍ່ສ້າງ​ພຣະວິຫານ​ສຳເລັດ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ແລະ​ຂອງ​ບັນດາ​ຈັກກະພັດ​ແຫ່ງ​ເປີເຊຍ ຄື: ໄຊຣັດ, ດາຣິອຸດ ແລະ​ອາກຕາເຊເຊັດ.


ຈົ່ງ​ໃຫ້​ກຳລັງ​ຜູ້​ທີ່​ມື​ອິດເມື່ອຍ​ອ່ອນແຮງ ຊູ​ແຮງ​ຫົວເຂົ່າ​ທີ່​ສັ່ນເຊັນ​ເພາະ​ຄວາມ​ອິດເມື່ອຍ.


ຈົ່ງ​ບອກ​ທຸກຄົນ​ທີ່​ຂາດ​ຄວາມ​ຊູໃຈ​ໃຫ້​ຮູ້​ວ່າ “ຈົ່ງ​ເຂັ້ມແຂງ ແລະ​ຢ່າ​ສູ່ຢ້ານ​ປະການ​ໃດ​ເລີຍ ພຣະເຈົ້າ​ກຳລັງ​ມາ​ຊ່ວຍ​ເອົາ​ພວກເຈົ້າ​ໃຫ້​ພົ້ນ, ພຣະອົງ​ກຳລັງ​ມາ​ແກ້ແຄ້ນ​ສັດຕູ​ຂອງ​ພວກເຈົ້າ.”


ໃນ​ປີ​ທີ​ສອງ ທີ່​ດາຣິອຸດ​ໄດ້​ຂຶ້ນ​ເປັນ​ຈັກກະພັດ​ແຫ່ງ​ເປີເຊຍ ອັນ​ກົງ​ກັບ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ຫົກ; ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ໂດຍ​ທາງ​ຜູ້ທຳນວາຍ​ຮັກກາຍ. ຖ້ອຍຄຳ​ນີ້​ແມ່ນ​ສຳລັບ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ ທີ່​ເປັນ​ຜູ້​ປົກຄອງ​ຊາດ​ຢູດາຍ ແລະ​ສຳລັບ​ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ ຜູ້​ເປັນ​ມະຫາ​ປະໂຣຫິດ.


ແລ້ວ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ, ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ ມະຫາ​ປະໂຣຫິດ ແລະ​ປະຊາຊົນ​ທັງໝົດ ຜູ້​ທີ່​ໄດ້​ກັບ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ໃນ​ບາບີໂລນ ກໍ​ເຮັດ​ຕາມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກຕົນ​ໄດ້​ບອກ. ພວກເຂົາ​ຢ້ານກົວ​ພຣະເຈົ້າຢາເວ​ຈຶ່ງ​ເຊື່ອຟັງ​ຜູ້ທຳນວາຍ​ຮັກກາຍ ຜູ້ນຳ​ຂ່າວ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ສົ່ງ​ມາ​ເຖິງ​ເພິ່ນ.


ມື້ນີ້ ແມ່ນ​ວັນ​ທີ​ຊາວສີ່ ເດືອນ​ເກົ້າ ຄື​ມື້​ທີ່​ວາງ​ຮາກຖານ​ຂອງ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ​ສຳເລັດ​ລົງ. ຈົ່ງ​ເບິ່ງ​ວ່າ​ຈະ​ມີ​ຫຍັງ​ເກີດຂຶ້ນ​ແຕ່​ນີ້​ຕໍ່ໄປ.


ເພື່ອ​ໃຫ້​ບອກ​ເຊຣຸບບາເບນ ຜູ້ປົກຄອງ​ຢູດາຍ​ວ່າ, “ເຮົາ​ກຳລັງ​ຈະ​ສັ່ນ​ຈັກກະວານ​ກັບ​ແຜ່ນດິນ​ໂລກ


ປະຊາຊົນ​ຢູດາ​ແລະ​ອິດສະຣາເອນ​ເອີຍ ໃນ​ອະດີດ​ນັ້ນ ຊາວ​ຕ່າງດ້າວ​ໄດ້​ສາບແຊ່ງ​ກັນແລະກັນ​ວ່າ, ‘ໃຫ້​ໄພພິບັດ​ທີ່​ຕົກ​ຖືກ​ຢູດາ​ແລະ​ອິດສະຣາເອນ​ນັ້ນ ຕົກ​ຖືກ​ພວກເຈົ້າ​ເຊັ່ນກັນ’ ແຕ່​ເຮົາ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນໄພ; ແລ້ວ​ບັນດາ​ຄົນຕ່າງດ້າວ​ເຫຼົ່ານັ້ນ​ກໍ​ຈະ​ເວົ້າ​ຕໍ່​ກັນແລະກັນ​ວ່າ, ‘ຂໍ​ໃຫ້​ພຣະພອນ​ທີ່​ໄດ້​ມາ​ສູ່​ຢູດາ​ແລະ​ອິດສະຣາເອນ​ນັ້ນ ມາ​ສູ່​ພວກເຈົ້າ​ເຊັ່ນກັນ.’ ສະນັ້ນ ຈົ່ງ​ກ້າຫານ​ແລະ​ຢ່າ​ຢ້ານກົວ​ເລີຍ.”


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ມອບ​ຖ້ອຍຄຳ​ໃຫ້​ແກ່​ເຊກາຣີຢາ ດັ່ງ​ຕໍ່ໄປນີ້:


ສຸດທ້າຍ​ນີ້ ຂໍ​ໃຫ້​ພວກເຈົ້າ​ຈົ່ງ​ມີ​ກຳລັງ​ເພີ່ມ​ຂຶ້ນ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ໃນ​ຣິດເດດ​ອັນ​ແກ່ກ້າ​ຂອງ​ພຣະອົງ.


ເຫດສະນັ້ນ ລູກ​ຂອງ​ເຮົາ​ເອີຍ ຈົ່ງ​ເຂັ້ມແຂງ​ຂຶ້ນ​ໂດຍ​ພຣະຄຸນ ທີ່​ພວກເຮົາ​ມີ​ໃນ​ພຣະຄຣິດເຈົ້າ​ເຢຊູ.


ສະນັ້ນ ຈົ່ງ​ມີ​ໃຈ​ເດັດດ່ຽວ​ແລະ​ກ້າຫານ ເພາະ​ເຈົ້າ​ຈະ​ເປັນ​ຜູ້​ນຳພາ​ປະຊາຊົນ​ເຫຼົ່ານີ້ ເຂົ້າ​ໄປ​ຢຶດຄອງ​ດິນແດນ​ຊຶ່ງ​ເຮົາ​ໄດ້​ສັນຍາ​ວ່າ ຈະ​ມອບ​ໃຫ້​ແກ່​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ.


ຢ່າ​ໃຫ້​ໜັງສື​ກົດບັນຍັດ​ນີ້​ຫ່າງໄກ​ຈາກ​ປາກ​ຂອງ​ເຈົ້າ. ຈົ່ງ​ພາວັນນາ​ເອົາ​ທຸກວັນ​ທຸກຄືນ ແລະ​ໃຫ້​ແນ່ໃຈ​ວ່າ​ເຈົ້າ​ເຊື່ອຟັງ​ທຸກໆ​ສິ່ງ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ນັ້ນ. ແລ້ວ​ເຈົ້າ​ກໍ​ຈະ​ຈະເລີນ​ຮຸ່ງເຮືອງ ແລະ​ຈະ​ປະສົບ​ຄວາມ​ສຳເລັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka