Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 8:8 - ພຣະຄຳພີສັກສິ

8 ແລະ​ເຮົາ​ຈະ​ນຳ​ພວກເຂົາ​ມາ​ຈາກ​ທິດ​ຕາເວັນອອກ​ແລະ​ທິດ​ຕາເວັນຕົກ ເພື່ອ​ໃຫ້​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ. ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງເຮົາ​ແລະ​ເຮົາ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ໂດຍ​ຈະ​ປົກຄອງ​ພວກເຂົາ​ດ້ວຍ​ຄວາມສັດຊື່​ແລະ​ຊອບທຳ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 8:8
30 Jak'a apnaqawi uñst'ayäwi  

ເຮົາ​ຈະ​ມອບ​ດິນແດນ ທີ່​ເຈົ້າ​ອາໄສ​ຢູ່​ປັດຈຸບັນ​ໃນ​ຖານະ​ເປັນ​ຄົນ​ຕ່າງດ້າວ​ນີ້ ໃຫ້​ແກ່​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ພວກເຈົ້າ. ດິນແດນ​ການາອານ​ທັງໝົດ ຈະ​ເປັນ​ຂອງ​ພວກເຈົ້າ​ຕະຫລອດໄປ ແລະ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.”


ມັນ​ແມ່ນ​ພັນທະສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ ສະໄໝ​ທີ່​ເຮົາ​ໄດ້​ນຳ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ຄື​ດິນແດນ ຊຶ່ງ​ເປັນ​ດັ່ງ​ເຕົາຫລອມ​ເຫຼັກ​ສຳລັບ​ພວກເຂົາ. ເຮົາ​ໄດ້​ບອກ​ພວກເຂົາ​ໃຫ້​ເຊື່ອຟັງ​ເຮົາ ແລະ​ໃຫ້​ກະທຳ​ທຸກຢ່າງ​ທີ່​ເຮົາ​ໄດ້​ສັ່ງ. ເຮົາ​ໄດ້​ບອກ​ພວກເຂົາ​ວ່າ​ຖ້າ​ພວກເຂົາ​ເຊື່ອຟັງ ພວກເຂົາ​ຈະ​ໄດ້​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


ແຕ່​ພວກເຂົາ​ກັບ​ຈະ​ສາບານ​ໃນ​ນາມ​ຂອງເຮົາ​ວ່າ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່ ອົງ​ໄດ້​ນຳພາ​ປະຊາຊົນ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ທາງ​ທິດເໜືອ ແລະ​ຈາກ​ປະເທດ​ທັງຫລາຍ ບ່ອນ​ທີ່​ເຮົາ​ໄດ້​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ​ນັ້ນ. ແລ້ວ​ພວກເຂົາ​ກໍ​ຈະ​ໄດ້​ຢູ່​ໃນ​ດິນແດນ​ຂອງ​ພວກ​ເຂົາເອງ.”


ເຮົາ​ຈະ​ໃຫ້​ພວກເຂົາ​ມີ​ຄວາມ​ປາຖະໜາ​ຢາກ​ຮູ້ຈັກ​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ. ແລ້ວ​ພວກເຂົາ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ; ເພາະ​ພວກເຂົາ​ຈະ​ກັບຄືນ​ມາ​ຫາ​ເຮົາ​ຢ່າງ​ໝົດຈິດ​ໝົດໃຈ.


ພວກເຂົາ​ຈະ​ເປັນ​ຂອງເຮົາ ເຮົາ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.”


ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ເປັນ​ພຣະເຈົ້າ​ແຫ່ງ​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ແລະ​ພວກເຂົາ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ.


ພຣະເຈົ້າຢາເວ​ກ່າວ​ວ່າ, ພັນທະສັນຍາ​ໃໝ່​ທີ່​ເຮົາ​ຈະ​ເຮັດ​ກັບ​ປະຊາຊົນ​ອິດສະຣາເອນ ຈະ​ເປັນ​ດັ່ງນີ້: ເຮົາ​ຈະ​ຕັ້ງ​ກົດບັນຍັດ​ຂອງເຮົາ​ໄວ້​ພາຍໃນ​ພວກເຂົາ ແລະ​ຂຽນ​ກົດບັນຍັດ​ນັ້ນ​ໄວ້​ທີ່​ຫົວໃຈ​ຂອງ​ພວກເຂົາ. ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ.


ເຮົາ​ຈະ​ເຮັດ​ດີ​ຕໍ່​ພວກເຂົາ​ດ້ວຍ​ຄວາມ​ເຕັມໃຈ ແລະ​ເຮົາ​ກໍ​ຈະ​ໃຫ້​ພວກເຂົາ​ຢູ່​ໃນ​ດິນແດນ​ນີ້​ຕະຫລອດໄປ.


ການ​ທີ່​ພວກເຈົ້າ​ຈະ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່​ກໍ​ເປັນ​ການ​ຖືກຕ້ອງ​ແລ້ວ ທຸກໆ​ຊົນຊາດ​ກໍ​ຈະ​ຂໍ​ເຮົາ​ອວຍພອນ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ສັນລະເສີນ​ເຮົາ.”


ແລ້ວ​ພວກເຂົາ​ກໍ​ຈະ​ໄດ້​ຮັກສາ​ກົດບັນຍັດ​ທັງຫລາຍ​ຂອງເຮົາ ແລະ​ເຊື່ອຟັງ​ຂໍ້ຄຳສັ່ງ​ທັງໝົດ​ຂອງເຮົາ​ຢ່າງ​ສັດຊື່. ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງເຮົາ​ແລະ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


ແລ້ວ​ພວກເຈົ້າ​ກໍ​ຈະ​ອາໄສ​ຢູ່​ໃນ​ດິນແດນ ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ. ພວກເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, ‘ເມື່ອ​ເຮົາ​ຊຳລະ​ພວກເຈົ້າ​ໃຫ້​ສະອາດ​ຈາກ​ທຸກ​ການບາບ​ຂອງ​ພວກເຈົ້າ​ແລ້ວ ເຮົາ​ກໍ​ຈະ​ໃຫ້​ພວກເຈົ້າ​ອາໄສ​ຢູ່​ຕາມ​ເມືອງ​ຕ່າງໆ​ຂອງ​ພວກເຈົ້າ​ອີກ ແລະ​ອະນຸຍາດ​ໃຫ້​ພວກເຈົ້າ​ສ້າງ​ສິ່ງ​ທີ່​ຮົກຮ້າງ​ເພພັງ​ນັ້ນ​ຂຶ້ນ​ໃໝ່.


ພວກເຂົາ​ຈະ​ອາໄສ​ຢູ່​ໃນ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ຢາໂຄບ​ຜູ້ຮັບໃຊ້​ຂອງເຮົາ ຄື​ດິນແດນ​ບ່ອນ​ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ໄດ້​ອາໄສ​ຢູ່. ພວກເຂົາ​ຈະ​ອາໄສ​ຢູ່​ທີ່​ນັ້ນ​ຕະຫລອດໄປ ແລະ​ລູກ​ຂອງ​ພວກເຂົາ​ຕະຫລອດ​ທັງ​ເຊື້ອສາຍ​ທຸກຄົນ​ກໍ​ຈະ​ອາໄສ​ຢູ່​ທີ່​ນັ້ນ​ດ້ວຍ. ຜູ້ຮັບໃຊ້​ຂອງເຮົາ​ດັ່ງ​ດາວິດ​ຈະ​ເປັນ​ກະສັດ​ປົກຄອງ​ພວກເຂົາ​ຕະຫລອດໄປ.


ເຮົາ​ຈະ​ຢູ່​ໃນ​ທີ່ນັ້ນ​ກັບ​ພວກເຂົາ; ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ.


ພວກເຂົາ​ຈະ​ມາ​ຈາກ​ປະເທດ​ເອຢິບ​ຢ່າງ​ວ່ອງໄວ​ເໝືອນ​ນົກ ແລະ​ມາ​ຈາກ​ອັດຊີເຣຍ​ເໝືອນ​ນົກເຂົາ. ເຮົາ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ສູ່​ບ້ານເຮືອນ​ຂອງ​ພວກເຂົາ​ອີກ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ຈະ​ແກ້ແຄ້ນ ແທນ​ຜູ້​ທີ່​ຖືກ​ສັງຫານ ເຮົາ​ຈະ​ບໍ່​ເມດຕາປານີ​ຜູ້​ທີ່​ເຮັດ​ຜິດ. ແຕ່​ຢູດາ​ແລະ​ເຢຣູຊາເລັມ​ຈະ​ຢູ່​ໃນ​ທີ່ນັ້ນ​ສືບໄປ ພຣະເຈົ້າຢາເວ​ສະຖິດ​ຢູ່​ເທິງ​ພູເຂົາ​ຊີໂອນ​ພຸ້ນ.


ເຮົາ​ຈະ​ຢູ່​ກັບ​ເຈົ້າ, ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ.


ຈາກ​ປະເທດ​ເອຢິບ ແລະ​ອັດຊີເຣຍ​ເຮົາ​ຈະ​ນຳ​ພວກເຂົາ​ກັບ​ມາ ແລະ​ໃຫ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ປະເທດ​ຂອງ​ພວກ​ເຂົາ. ເຮົາ​ຍັງ​ຈະ​ໃຫ້​ຕັ້ງ​ທີ່​ຢູ່​ໃນ​ກີເລອາດ ແລະ​ເລບານອນ ດິນແດນ​ທັງໝົດ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ປະຊາຊົນ​ທັງນັ້ນ.


ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ຢູດາ​ເຂັ້ມແຂງ ເຮົາ​ຈະ​ຊ່ວຍ​ປະຊາຊົນ​ອິດສະຣາເອນ​ໃຫ້​ພົ້ນ. ເຮົາ​ຈະ​ມີ​ຄວາມ​ເມດຕາ​ແກ່​ພວກເຂົາ ແລະ​ນຳ​ພວກເຂົາ​ທຸກຄົນ​ກັບ​ມາ​ບ້ານ. ພວກເຂົາ​ຈະ​ເປັນ​ຄື​ກັບ​ວ່າ​ເຮົາ​ບໍ່ເຄີຍ​ປະຖິ້ມ​ພວກເຂົາ​ເລີຍ ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ; ເຮົາ​ຈະ​ຕອບ​ຄຳ​ພາວັນນາ​ອະທິຖານ ທຸກໆ​ປະການ​ຂອງ​ພວກ​ເຂົາເຈົ້າ.


ແລ້ວ​ເຮົາ​ກໍ​ຈະ​ທົດສອບ​ເບິ່ງ​ປະຊາຊົນ​ສ່ວນ​ທີ​ສາມ ທີ່​ລອດຊີວິດ​ຢູ່​ນັ້ນ ແລະ​ເຮົາ​ຈະ​ຫລໍ່ຫລອມ​ພວກເຂົາ​ໃຫ້​ບໍຣິສຸດ ດັ່ງ​ເງິນ​ທີ່​ຖືກ​ຫລໍ່ຫລອມ​ດ້ວຍ​ໄຟ. ເຮົາ​ຈະ​ທົດສອບ​ເບິ່ງ​ພວກເຂົາ ດັ່ງ​ມະນຸດ​ທົດສອບ​ເບິ່ງ​ຄຳ. ພວກເຂົາ​ຈະ​ພາວັນນາ​ອະທິຖານ​ໃນ​ນາມຊື່​ຂອງເຮົາ ແລະ​ເຮົາ​ຈະ​ຕອບ​ພວກເຂົາ. ເຮົາ​ຈະ​ບອກ​ວ່າ, ‘ພວກເຂົາ​ເປັນ​ປະຊາຊົນ​ຂອງເຮົາ.’ ແລະ​ພວກເຂົາ​ກໍ​ຈະ​ກ່າວ​ວ່າ, ‘ພຣະເຈົ້າຢາເວ ເປັນ​ພຣະເຈົ້າ​ຂອງ​ພວກເຮົາ.”’


ໃນ​ເວລາ​ນັ້ນ​ຈະ​ມີ​ຫລາຍ​ຊົນຊາດ​ມາ​ຫາ​ພຣະເຈົ້າຢາເວ ແລະ​ກາຍເປັນ​ປະຊາຊົນ​ຂອງ​ພຣະອົງ. ພຣະອົງ​ຈະ​ຢູ່​ທ່າມກາງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ຈະ​ຮູ້​ວ່າ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ໄດ້​ໃຊ້​ຂ້າພະເຈົ້າ​ມາ​ຫາ​ພວກເຈົ້າ.


ຂ້າພະເຈົ້າ​ໄດ້ຍິນ​ສຽງດັງ​ອອກ​ມາ​ຈາກ​ພຣະຣາຊບັນລັງ ແລະ​ກ່າວ​ວ່າ, “ເບິ່ງແມ! ທີ່​ສະຖິດ​ຂອງ​ພຣະເຈົ້າ​ກໍ​ຢູ່​ກັບ​ມະນຸດ​ແລ້ວ ພຣະອົງ​ຈະ​ສະຖິດ​ຢູ່​ກັບ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ໄພ່ພົນ​ຂອງ​ພຣະອົງ ພຣະເຈົ້າ​ເອງ​ຈະ​ສະຖິດ​ຢູ່​ກັບ​ພວກເຂົາ ແລະ​ຈະ​ຊົງ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


ຜູ້​ທີ່​ໄດ້​ໄຊຊະນະ ຜູ້ນັ້ນ​ຈະ​ໄດ້​ຮັບ​ສິ່ງ​ເຫຼົ່ານີ້ ເປັນ​ມໍຣະດົກ ຄື​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ເປັນ​ບຸດ​ຂອງເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka