Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 8:4 - ພຣະຄຳພີສັກສິ

4 ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ ຊາຍ​ເຖົ້າ​ຍິງ​ແກ່​ທີ່​ຊະຣາ​ຫລາຍ​ຈົນ​ໃຊ້​ໄມ້ເທົ້າ​ຍ່າງ​ໄປມາ ພວກເຂົາ​ຈະ​ໄດ້​ນັ່ງ​ຢູ່​ຕາມ​ເດີ່ນ​ຂອງ​ນະຄອນ​ອີກເທື່ອໜຶ່ງ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 8:4
12 Jak'a apnaqawi uñst'ayäwi  

ແລ້ວ​ເພິ່ນ​ກໍໄດ້​ຕາຍໄປ ເມື່ອ​ເຖົ້າແກ່​ຫລາຍ​ທີ່ສຸດ.


ເໝືອນ​ດັ່ງ​ເຂົ້າ​ສຸກ​ແລ້ວ ລໍ​ເຖິງ​ລະດູ​ກ່ຽວ ເຈົ້າ​ຈະ​ມີ​ອາຍຸ​ຍືນໝັ້ນ​ຈົນ​ແກ່ຊະຣາ.


ແຕ່​ຕໍ່ມາ ລາວ​ສາມາດ​ໃຊ້​ໄມ້ຄ້ອນເທົ້າ​ລຸກ​ຍ່າງ​ໄປມາ​ໄດ້ ຝ່າຍ​ຜູ້​ຕີ​ນັ້ນ​ຈະ​ຕ້ອງ​ຈ່າຍ​ຄ່າ​ປ່ວຍການ ແລະ​ເບິ່ງແຍງ​ລາວ​ຈົນ​ຫາຍດີ​ເປັນ​ປົກກະຕິ.


ແລ້ວ​ແມ່ຍິງ​ກໍ​ຈະ​ຟ້ອນ​ຢ່າງ​ມີ​ຄວາມ​ສຸກໃຈ ຜູ້ຊາຍ​ບໍ່​ວ່າ​ເຖົ້າ​ຫລື​ໜຸ່ມ​ກໍດີ​ຈະ​ຍິນດີ​ດ້ວຍ. ເຮົາ​ຈະ​ເລົ້າໂລມ​ໃຈ​ຜູ້​ໄວ້ທຸກ ໃຫ້​ປີຕິຍິນດີ ຄວາມ​ໂສກເສົ້າ​ເສຍໃຈ ເປັນ​ຄວາມ​ຊົມຊື່ນ.


ປະຊາຊົນ​ຈະ​ອາໄສ​ຢູ່​ໃນ​ອານາຈັກ​ຢູດາຍ​ແລະ​ໃນ​ເມືອງ​ທັງໝົດ ແລະ​ທີ່ນັ້ນ​ຈະ​ມີ​ພວກ​ພໍ່ນາ​ພ້ອມ​ທັງ​ພວກ​ລ້ຽງແກະ​ກັບ​ຝູງແກະ​ຂອງ​ພວກເຂົາ.


ເທວະດາ​ຕົນ​ທຳອິດ​ໄດ້​ກ່າວ​ຕໍ່​ເທວະດາ​ຕົນ​ອື່ນ​ວ່າ, “ຈົ່ງ​ແລ່ນ​ໄປ​ບອກ​ຊາຍໜຸ່ມ​ທີ່​ຖື​ເຊືອກແທກ​ນັ້ນ​ວ່າ ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ຈະ​ມີ​ຄົນ​ກັບ​ສັດ​ຢ່າງ​ຫລວງຫລາຍ ຈົນ​ຈະ​ກໍ່​ກຳແພງ​ເມືອງ​ຂຶ້ນ​ບໍ່ໄດ້.


ແຕ່​ເຈົ້າ​ທັງຫລາຍ​ໄດ້​ມາ​ເຖິງ​ພູເຂົາ​ຊີໂອນ, ມາ​ເຖິງ​ນະຄອນ​ຂອງ​ພຣະເຈົ້າ ຜູ້​ຊົງພຣະຊົນ​ຢູ່ ຄື​ນະຄອນ​ເຢຣູຊາເລັມ​ແຫ່ງ​ສະຫວັນ, ມາ​ເຖິງ​ຝູງ​ເທວະດາ​ນັບ​ເປັນ​ຈຳນວນ​ໝື່ນໆ ທີ່​ຊຸມນຸມ​ກັນ​ເປັນ​ງານ​ມ່ວນຊື່ນ,


ບັດນີ້ ເຖິງ​ເວລາ​ແລ້ວ​ທີ່​ເຮົາ​ຈະ​ຂ້າ​ຊາຍໜຸ່ມ​ທຸກຄົນ ໃນ​ຄອບຄົວ ແລະ ໃນ​ຕະກຸນ​ຂອງ​ເຈົ້າ ເພື່ອ​ວ່າ​ຈະ​ບໍ່ມີ​ຜູ້ຊາຍ​ຄົນ​ໃດ​ໃນ​ຄອບຄົວ​ມີ​ອາຍຸ​ຍືນຍາວ​ຈົນເຖິງ​ເຖົ້າແກ່.


ເຈົ້າ​ຈະ​ໄດ້​ຮັບ​ຄວາມ​ເດືອດຮ້ອນ​ແລະ​ຈະ​ເບິ່ງ​ດ້ວຍ​ໃຈ​ອິດສາ ພອນ​ທຸກຢ່າງ ທີ່​ເຮົາ​ຈະ​ໃຫ້​ຄົນອື່ນ​ໃນ​ຊາດ​ອິດສະຣາເອນ, ແຕ່​ຈະ​ບໍ່ມີ​ຜູ້ໃດ​ໃນ​ຄອບຄົວ​ຂອງ​ເຈົ້າ​ມີ​ຊີວິດ​ຢູ່​ຕໍ່ໄປ​ຈົນເຖິງ​ເຖົ້າແກ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka