Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 8:3 - ພຣະຄຳພີສັກສິ

3 ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ: ເຮົາ​ຈະ​ກັບຄືນ​ມາ​ຢູ່​ຊີໂອນ, ແລະ​ສະຖິດ​ໃນ​ທ່າມກາງ​ນະຄອນ​ເຢຣູຊາເລັມ ນະຄອນ​ເຢຣູຊາເລັມ​ຈະ​ມີ​ຊື່​ວ່າ​ນະຄອນ​ແຫ່ງ​ຄວາມສັດຊື່. ແລະ​ພູເຂົາ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຈະ​ເປັນ​ທີ່​ເອີ້ນ​ວ່າ​ພູເຂົາ​ສັກສິດ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 8:3
39 Jak'a apnaqawi uñst'ayäwi  

ພຣະອົງ​ກ່າວ​ວ່າ, “ເຮົາ​ໄດ້​ແຕ່ງຕັ້ງ​ກະສັດ​ຂອງເຮົາ; ຢູ່​ເທິງ​ພູເຂົາ​ຊີໂອນ ພູ​ສັກສິດ​ຂອງເຮົາ.”


ພຣະເຈົ້າຢາເວ​ຍິ່ງໃຫຍ່ ແລະ​ເປັນ​ທີ່​ສັນລະເສີນ​ຢ່າງ​ສູງສຸດ ໃນ​ນະຄອນ​ທີ່​ເທິງ​ເນີນພູ​ສັກສິດ​ນັ້ນ.


ເຮົາ​ຈະ​ຢູ່​ທ່າມກາງ​ປະຊາຊົນ​ອິດສະຣາເອນ ແລະ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


ຄັ້ງໜຶ່ງ ນະຄອນ​ທີ່​ເຄີຍ​ສັດຊື່ ແຕ່​ບັດນີ້​ກຳລັງ​ປະພຶດ​ຕົນ​ດັ່ງ​ຍິງ​ແມ່ຈ້າງ; ໃນ​ຄັ້ງໜຶ່ງ ນະຄອນ​ນັ້ນ​ເຕັມ​ໄປ​ດ້ວຍ​ຄົນ​ຊອບທຳ ແຕ່​ບັດນີ້​ມີ​ແຕ່​ຄາດຕະກອນ​ທັງນັ້ນ.


ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ຜູ້ນຳ ແລະ​ທີ່ປຶກສາ ດັ່ງ​ພວກເຈົ້າ​ເຄີຍ​ມີ​ມາ​ຕັ້ງແຕ່​ດົນນານ. ແລ້ວ​ຄົນ​ກໍ​ຈະ​ເອີ້ນ​ນະຄອນ​ເຢຣູຊາເລັມ​ວ່າ ນະຄອນ​ທີ່​ຊອບທຳ​ແລະ​ສັດຊື່.”


ເທິງ​ເນີນພູ​ສັກສິດ​ຂອງ​ພຣະເຈົ້າ​ຄື​ພູເຂົາ​ຊີໂອນ ທີ່​ນັ້ນ​ຈະ​ບໍ່ມີ​ສິ່ງໃດໆ​ທຳຮ້າຍ ແລະ​ຊົ່ວຊ້າ. ຄົນ​ທີ່​ຮູ້​ເຖິງ​ພຣະເຈົ້າຢາເວ​ຈະ​ມີ​ຢູ່​ເຕັມ​ດິນແດນ ດັ່ງ​ທ້ອງ​ທະເລ​ຫລວງ​ທີ່​ເຕັມ​ໄປ​ດ້ວຍ​ນໍ້າ.


ຈົ່ງ​ໃຫ້​ທຸກຄົນ​ທີ່​ອາໄສ​ຢູ່​ເທິງ​ພູເຂົາ​ຊີໂອນ ຮ້ອງໂຮ​ຍິນດີ ແລະ​ຮ້ອງລຳ​ທຳເພງ​ເຖີດ ອົງ​ຊົງ​ຍິ່ງໃຫຍ່​ແລະ​ຊົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ຢູ່​ທ່າມກາງ​ພວກເຈົ້າ​ແລ້ວ.”


ທຸກໆ​ບ່ອນ​ໃນ​ດິນແດນ​ຈະ​ມີ​ແຕ່​ຄວາມ​ຊອບທຳ ແລະ​ຄວາມ​ຍຸດຕິທຳ.


ພວກ​ລູກຊາຍ​ຂອງ​ຄົນ​ທີ່​ກົດຂີ່​ເຈົ້າ​ກໍ​ຈະ​ມາ ກົ້ມ​ຂາບລົງ​ເພື່ອ​ໃຫ້​ຄວາມນັບຖື​ແກ່​ເຈົ້າ. ຜູ້​ທີ່​ເຄີຍ​ຫຍໍ້ຫຍັນ​ເຈົ້າ​ແຕ່​ເມື່ອກ່ອນ​ເມື່ອຫລັງ ກໍ​ຈະ​ນະມັດສະການ​ເຮົາ​ທີ່​ແທບ​ຕີນ​ເຈົ້າ. ພວກເຂົາ​ຈະ​ເອີ້ນ​ເຈົ້າ​ວ່າ, ‘ນະຄອນ​ຂອງ​ພຣະເຈົ້າຢາເວ’ ‘ຊີໂອນ ເມືອງ​ຂອງ​ອົງ​ບໍຣິສຸດ​ແຫ່ງ​ຊາດ​ອິດສະຣາເອນ.’


ໝາປ່າ​ແລະ​ລູກແກະ​ຈະ​ກິນ​ຮ່ວມກັນ ສິງ​ຈະ​ກິນ​ເຟືອງ​ເໝືອນ​ງົວ ແລະ​ງູພິດ​ກໍ​ຈະ​ກິນ​ຂີ້ດິນ​ຢ່າງ​ພໍໃຈ. ທີ່​ຊີໂອນ​ເທິງ​ເນີນພູ​ສັກສິດ​ຂອງເຮົາ ຈະ​ບໍ່ມີ​ສິ່ງ​ອັນຕະລາຍ​ຫລື​ຊົ່ວຮ້າຍ​ເລີຍ.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນ.


ພວກເຂົາ​ຈະ​ນຳ​ພວກ​ພີ່ນ້ອງ​ຮ່ວມຊາດ​ຂອງ​ພວກເຈົ້າ ກັບຄືນ​ມາ​ຈາກ​ຊົນຊາດ​ຕ່າງໆ​ເພື່ອ​ເປັນ​ຂອງຂວັນ​ໃຫ້​ແກ່​ພຣະເຈົ້າຢາເວ. ພວກເຂົາ​ຈະ​ນຳ​ພີ່ນ້ອງ​ຮ່ວມຊາດ​ຂອງ​ພວກເຈົ້າ​ທັງໝົດ ມາ​ສູ່​ເນີນພູ​ສັກສິດ​ຂອງເຮົາ ໃນ​ນະຄອນ​ເຢຣູຊາເລັມ ໂດຍ​ໃຊ້​ມ້າ, ລໍ, ອູດ, ລໍ້ ແລະ​ກວຽນ. ພຣະເຈົ້າຢາເວ​ກ່າວ​ວ່າ, ດັ່ງ​ຊາວ​ອິດສະຣາເອນ​ນຳ​ພືດຜົນ​ເປັນເມັດ​ໃສ່​ພາຊະນະ​ທີ່​ຊຳລະ​ໃຫ້​ໝົດ​ມົນທິນ​ແລ້ວ ມາ​ທີ່​ພຣະວິຫານ​ຂອງ​ພຣະເຈົ້າຢາເວ.


ຂ້າພະເຈົ້າ​ກັບ​ພວກ​ລູກໆ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ນັ້ນ​ໄດ້​ຢູ່​ທີ່ນີ້. ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ອົງ​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ທີ່​ພູເຂົາ​ຊີໂອນ ໄດ້​ໃຊ້​ພວກເຮົາ​ໃຫ້​ເປັນ​ຖ້ອຍຄຳ​ອັນ​ມີ​ຊີວິດ ເພື່ອ​ປະຊາຊົນ​ອິດສະຣາເອນ.


ເປັນຫຍັງ​ຈຶ່ງ​ເປັນ​ດັ່ງ​ຄົນ​ທີ່​ຫລອນເຮັດ​ຫລອນທຳ ດັ່ງ​ທະຫານ​ທີ່​ຂາດ​ກຳລັງ​ຊ່ວຍເຫລືອ​ຜູ້ໃດ​ບໍ່ໄດ້? ຂ້າແດ່​ພຣະເຈົ້າຢາເວ ແນ່ນອນ​ພຣະອົງ​ສະຖິດ​ຢູ່​ນຳ ພວກ​ຂ້ານ້ອຍ​ເປັນ​ຂອງ​ພຣະອົງ ຢ່າ​ປະຖິ້ມ​ພວກ​ຂ້ານ້ອຍ​ເລີຍ.”’


“ເມື່ອ​ເຈົ້າ​ເຮເຊກີຢາ​ເປັນ​ກະສັດ​ແຫ່ງ​ຢູດາຍ​ນັ້ນ ຜູ້ທຳນວາຍ​ມີກາ​ແຫ່ງ​ໂມເຣເຊັດ​ໄດ້​ບອກ​ປະຊາຊົນ​ທຸກຄົນ​ວ່າ, ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້: ‘ພູເຂົາ​ຊີໂອນ​ເອີຍ ເຈົ້າ​ຈະ​ຖືກ​ໄຖ​ດັ່ງ​ໄຖ​ນາ ນະຄອນ​ເຢຣູຊາເລັມ​ຈະ​ເປັນ​ກອງ​ສິ່ງ​ເພພັງ​ຮົກຮ້າງ ສ່ວນ​ເທິງ​ເນີນພູ​ບ່ອນ​ທີ່​ຕັ້ງ​ວິຫານ ກໍ​ຈະ​ກາຍເປັນ​ປ່າດົງ​ພົງໄພ​ຈົນ​ສິ້ນ.’


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, “ເມື່ອ​ເຮົາ​ປົວແປງ​ປະຊາຊົນ​ຂອງເຮົາ​ໃນ​ດິນແດນ​ຂອງ​ພວກເຂົາ​ໃຫ້​ດີ​ຄື​ເກົ່າ​ແລ້ວ ພວກເຂົາ​ຈະ​ເວົ້າ​ໃນ​ດິນແດນ​ຂອງ​ຢູດາຍ​ແລະ​ຂອງ​ພວກເຂົາ​ເອງ​ອີກເທື່ອໜຶ່ງ​ວ່າ, ‘ຂໍ​ພຣະເຈົ້າຢາເວ​ອວຍພອນ​ເຈົ້າ ເນີນພູ​ສັກສິດ ນະຄອນ​ເຢຣູຊາເລັມ​ບ່ອນ​ສັກສິດ​ທີ່​ພຣະອົງ​ສະຖິດ​ຢູ່.’


ປະຊາຊົນ​ຢູດາ​ກັບ​ເຢຣູຊາເລັມ​ຈະ​ຖືກ​ຊ່ວຍກູ້​ເອົາ ແລະ​ໃຊ້​ຊີວິດ​ຢູ່​ຢ່າງ​ປອດໄພ. ຄົນ​ຈະ​ເອີ້ນ​ເມືອງ​ນີ້​ວ່າ ‘ພຣະເຈົ້າຢາເວ​ອົງ​ເປັນ​ຄວາມຊອບທຳ​ຂອງ​ພວກ​ຂ້ານ້ອຍ.’


ລວງຍາວ​ທັງໝົດ​ຂອງ​ກຳແພງ​ທັງ​ສີ່​ດ້ານ​ຂອງ​ນະຄອນ ມີ​ເກົ້າພັນ​ແມັດ. ຕັ້ງແຕ່​ນີ້​ຕໍ່ໄປ​ຊື່​ຂອງ​ນະຄອນ​ນີ້​ແມ່ນ, “ພຣະເຈົ້າຢາເວ​ສະຖິດ​ຢູ່​ທີ່ນີ້.”


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ໄດ້​ປ້ອງກັນ​ພວກ​ຂ້ານ້ອຍ​ໃນ​ອະດີດ; ສະນັ້ນ ຂໍ​ຢ່າ​ໂກດຮ້າຍ​ນະຄອນ​ເຢຣູຊາເລັມ​ອີກ​ຕໍ່ໄປ​ທ້ອນ. ນະຄອນ​ເຢຣູຊາເລັມ​ເປັນ​ເມືອງ​ຂອງ​ພຣະອົງ ແລະ​ເປັນ​ພູເຂົາ​ສັກສິດ​ຂອງ​ພຣະອົງ. ປະເທດ​ເພື່ອນບ້ານ​ທັງໝົດ ຕ່າງ​ກໍໄດ້​ດູຖູກ​ຢຽດຫຍາມ​ນະຄອນ​ເຢຣູຊາເລັມ​ແລະ​ປະຊາຊົນ​ຂອງ​ພຣະອົງ ຍ້ອນ​ບາບ​ຂອງ​ພວກ​ຂ້ານ້ອຍ​ແລະ​ການ​ເຮັດ​ຊົ່ວ​ຂອງ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ.


ແລ້ວ​ພວກເຈົ້າ​ກໍຈະ​ຮູ້ຈັກ ວ່າ ເຮົາ​ນີ້ແຫຼະ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເຮົາ​ຢູ່​ເທິງ​ຊີໂອນ ເນີນພູ​ສັກສິດ​ຂອງເຮົາ​ນັ້ນ; ສ່ວນ​ເຢຣູຊາເລັມ​ນັ້ນ​ຈະ​ເປັນ​ນະຄອນ​ທີ່​ສັກສິດ ຊາວ​ຕ່າງດ້າວ​ຈະ​ບໍ່​ຊະນະ​ນະຄອນ​ນີ້​ໄດ້​ຈັກເທື່ອ.


ໃນ​ຍຸກ​ຈະ​ມາ​ເຖິງ​ພູ​ໜ່ວຍ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ​ຕັ້ງ​ຢູ່​ອາໄສ ຈະ​ສູງກວ່າ​ພູ​ໜ່ວຍ​ໃດໆ ທີ່​ຕັ້ງ​ຢູ່​ທີ່​ນັ້ນ. ພູ​ໜ່ວຍ​ນັ້ນ ຈະ​ຢູ່​ສູງກວ່າ​ບັນດາ​ພູເຂົາ​ທັງປວງ ຫລາຍໆ​ຊົນຊາດ​ຈະ​ຫລັ່ງໄຫລ​ມາ​ສູ່​ພູ​ໜ່ວຍ​ນີ້.


ປະຊາຊົນ​ອິດສະຣາເອນ​ຜູ້​ທີ່​ລອດຊີວິດ ຈະ​ບໍ່​ເຮັດ​ຜິດ​ຕໍ່​ຜູ້ໃດ, ຈະ​ບໍ່​ເວົ້າຕົວະ, ທັງ​ຈະ​ບໍ່​ຊອກຫາ​ຫລອກລວງ​ຜູ້ໃດ​ດ້ວຍ. ພວກເຂົາ​ຈະ​ຈະເລີນ​ຮຸ່ງເຮືອງ​ແລະ​ໝັ້ນຄົງ ຄື​ບໍ່​ຢ້ານກົວ​ຜູ້ໃດ.”


ເພາະສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ວ່າ, ‘ເຮົາ​ຈະ​ກັບ​ມາ​ທີ່​ນະຄອນ​ເຢຣູຊາເລັມ​ອີກ ເພື່ອ​ສຳແດງ​ຄວາມ​ເມດຕາ​ຕໍ່​ນະຄອນ​ນີ້. ວິຫານ​ຂອງເຮົາ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່ ແລະ​ນະຄອນ​ກໍ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ດ້ວຍ.’ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ໃນ​ເວລາ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ຕະກຸນ​ຕ່າງໆ​ໃນ​ເຜົ່າຢູດາ ເປັນ​ດັ່ງ​ກອງ​ໄຟ​ຢູ່​ໃນ​ປ່າ​ແລະ​ຢູ່​ຕາມ​ທົ່ງນາ​ທີ່​ມີ​ເຂົ້າ​ສຸກ​ເຕັມ​ຢູ່ ເພາະ​ພວກເຂົາ​ຈະ​ທຳລາຍ​ຊົນຊາດ​ທັງໝົດ​ທີ່​ຢູ່​ອ້ອມແອ້ມ​ນັ້ນ. ສ່ວນ​ປະຊາຊົນ​ເຢຣູຊາເລັມ​ນັ້ນ​ຈະ​ຢູ່​ໃນ​ນະຄອນ​ຢ່າງ​ປອດໄພ.


ຂົງເຂດ​ທັງໝົດ ແຕ່​ເກບາ​ທາງ​ທິດເໜືອ​ຫາ​ຣິມໂມນ​ທາງ​ທິດໃຕ້ ຈະ​ເປັນ​ບ່ອນ​ຮາບພຽງ. ນະຄອນ​ເຢຣູຊາເລັມ​ຈະ​ສູງ​ເດັ່ນ​ໃນ​ດິນແດນ​ທີ່​ອ້ອມຮອບ​ນັ້ນ; ນະຄອນ​ນີ້​ຈະ​ມີ​ອານາເຂດ​ຢຽດ​ອອກ​ໄປ ແຕ່​ປະຕູ​ເບັນຢາມິນ​ຈົນຮອດ​ປະຕູ​ແຈ ບ່ອນ​ທີ່​ປະຕູ​ເມືອງ​ແຕ່ກ່ອນ​ຕັ້ງ​ຢູ່ ແລະ​ຈາກ​ຫໍຄອຍ​ຮານາເນນ ເຖິງ​ບ່ອນ​ບີບ​ເຫຼົ້າ​ອະງຸ່ນ​ຂອງ​ກະສັດ.


ສິ່ງ​ເຫຼົ່ານີ້​ແຫຼະ ທີ່​ພວກເຈົ້າ​ຕ້ອງ​ເຮັດ​ຄື: ຈົ່ງ​ກ່າວ​ຄວາມຈິງ​ຕໍ່​ກັນແລະກັນ. ຈົ່ງ​ໃຫ້​ສານ​ຂອງ​ພວກເຈົ້າ​ຕັດສິນ​ຄວາມ​ຢ່າງ​ຍຸດຕິທຳ​ອັນ​ແທ້ຈິງ ຄື​ຄວາມ​ຍຸດຕິທຳ​ທີ່​ຈະ​ນຳ​ໄປ​ສູ່​ຄວາມ​ສະຫງົບສຸກ.


“ການ​ຖືສິນ​ອົດອາຫານ​ໃນ​ເດືອນ​ທີ​ສີ່, ທີ​ຫ້າ, ທີ​ເຈັດ ແລະ​ທີ​ສິບ​ນັ້ນ ຈະ​ເປັນ​ມື້​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ສຳລັບ​ປະຊາຊົນ​ຢູດາ. ພວກເຈົ້າ​ຕ້ອງ​ຮັກ​ຄວາມຈິງ​ແລະ​ຄວາມ​ສະຫງົບສຸກ.”


ພຣະທຳ​ໄດ້​ຊົງ​ບັງເກີດ​ເປັນ​ມະນຸດ ແລະ​ອາໄສ​ຢູ່​ທ່າມກາງ​ເຮົາ​ທັງຫລາຍ ບໍຣິບູນ​ດ້ວຍ​ພຣະຄຸນ​ແລະ​ຄວາມຈິງ ເຮົາ​ທັງຫລາຍ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ ຄື​ສະຫງ່າຣາສີ​ທີ່​ພຣະອົງ​ໄດ້​ຮັບ ໃນ​ຖານະ​ທີ່​ເປັນ​ພຣະບຸດ​ອົງ​ດຽວ​ຂອງ​ພຣະບິດາເຈົ້າ.


ພຣະເຢຊູເຈົ້າ​ຕອບ​ເພິ່ນ​ວ່າ, “ຖ້າ​ຜູ້ໃດ​ຮັກ​ເຮົາ ກໍ​ຈະ​ປະຕິບັດ​ຕາມ​ຖ້ອຍຄຳ​ຂອງເຮົາ ແລະ​ພຣະບິດາເຈົ້າ​ຂອງເຮົາ​ຈະ​ຮັກ​ຜູ້ນັ້ນ ແລະ​ເຮົາ​ທັງສອງ​ຈະ​ມາ​ຫາ​ຜູ້ນັ້ນ ແລະ​ເຮົາ​ຈະ​ຕັ້ງ​ຢູ່​ກັບ​ຜູ້ນັ້ນ.


ວິຫານ​ຂອງ​ພຣະເຈົ້າ​ຈະ​ຕົກລົງ​ກັບ​ຮູບເຄົາຣົບ​ໄດ້​ຢ່າງ​ໃດ? ດ້ວຍວ່າ, ພວກເຮົາ​ເປັນ​ວິຫານ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ດັ່ງ​ທີ່​ພຣະເຈົ້າ​ໄດ້​ກ່າວ​ໄວ້​ວ່າ, “ເຮົາ​ຈະ​ສະຖິດ​ຢູ່​ໃນ​ພວກເຂົາ ແລະ​ຈະ​ດຳເນີນ​ຢູ່​ໃນ​ທ່າມກາງ​ພວກເຂົາ, ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ເປັນ​ໄພ່ພົນ​ຂອງເຮົາ.”


ດ້ວຍວ່າ ສະພາບ​ຂອງ​ພຣະອົງ ກໍ​ດຳລົງ​ຢູ່​ໃນ​ພຣະກາຍ​ຢ່າງ​ເຕັມ​ບໍລິບູນ.


ເພິ່ນ​ໄດ້​ຍົກ​ຂ້າພະເຈົ້າ​ດ້ວຍ​ພຣະວິນຍານ ໄປ​ເທິງ​ພູ​ສູງ​ໜ່ວຍ​ໃຫຍ່ ແລະ​ໄດ້​ຊີ້​ໃຫ້​ຂ້າພະເຈົ້າ​ເຫັນ​ນະຄອນ​ສັກສິດ ຄື​ນະຄອນ​ເຢຣູຊາເລັມ ຊຶ່ງ​ກຳລັງ​ລົງ​ມາ​ຈາກ​ສະຫວັນ ແລະ​ຈາກ​ພຣະເຈົ້າ.


ແຕ່​ສິ່ງໃດ​ທີ່​ເປັນ​ມົນທິນ​ຊົ່ວຮ້າຍ ຫລື​ຜູ້​ທີ່​ເຮັດ​ໃນ​ສິ່ງ​ທີ່​ອັບອາຍ ໜ້າກຽດ​ໜ້າຊັງ ຫລື​ຄົນ​ຂີ້ຕົວະ ຈະ​ເຂົ້າ​ໄປ​ໃນ​ນະຄອນ​ນັ້ນ​ບໍ່ໄດ້​ເປັນ​ເດັດຂາດ ມີ​ແຕ່​ພວກ​ຄົນ​ທັງຫລາຍ ທີ່​ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ທະບຽນ​ແຫ່ງ​ຊີວິດ​ຂອງ​ພຣະ​ເມສານ້ອຍ​ເທົ່ານັ້ນ ຈຶ່ງ​ຈະ​ເຂົ້າ​ໄປ​ໄດ້.


ຂ້າພະເຈົ້າ​ໄດ້ຍິນ​ສຽງດັງ​ອອກ​ມາ​ຈາກ​ພຣະຣາຊບັນລັງ ແລະ​ກ່າວ​ວ່າ, “ເບິ່ງແມ! ທີ່​ສະຖິດ​ຂອງ​ພຣະເຈົ້າ​ກໍ​ຢູ່​ກັບ​ມະນຸດ​ແລ້ວ ພຣະອົງ​ຈະ​ສະຖິດ​ຢູ່​ກັບ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ໄພ່ພົນ​ຂອງ​ພຣະອົງ ພຣະເຈົ້າ​ເອງ​ຈະ​ສະຖິດ​ຢູ່​ກັບ​ພວກເຂົາ ແລະ​ຈະ​ຊົງ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka