Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 8:22 - ພຣະຄຳພີສັກສິ

22 ປະຊາຊົນ​ຢ່າງ​ຫລວງຫລາຍ ແລະ​ຫລາຍ​ຊົນຊາດ​ທີ່​ມີ​ອຳນາດ​ຈະ​ມາ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ສະແຫວງຫາ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ແລະ​ເພື່ອ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 8:22
18 Jak'a apnaqawi uñst'ayäwi  

ຈົ່ງ​ນາບຂູ່​ສັດປ່າ​ທີ່​ຢູ່​ທ່າມກາງ​ຕົ້ນອໍ້​ທັງຫລາຍ ຄື​ຝູງ​ງົວເຖິກ​ແລະ​ລູກ​ຂອງ​ມັນ ທີ່​ຢູ່​ທ່າມກາງ​ບັນດາ​ຊົນຊາດ​ທັງປວງ ຈົນກວ່າ​ພວກເຂົາ​ທັງໝົດ​ຈະ​ຍອມ​ຢູ່​ໃຕ້​ບັງຄັບ​ແລະ​ນຳ​ເອົາ​ເງິນ​ມາ​ຖວາຍ ຈົ່ງ​ຕີ​ພວກເຂົາ​ໃຫ້​ແຕກ​ກະຈັດ​ກະຈາຍ ຄື​ພວກ​ທີ່​ມັກ​ເຮັດ​ເສິກ​ສົງຄາມ.


ໃນ​ວັນ​ທັງຫລາຍ​ທີ່​ຈະ​ໝູນວຽນ​ມາເຖິງ ພູ​ບ່ອນ​ທີ່​ຕັ້ງ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ​ຈະ​ສູງ​ກວ່າ​ທຸກໆ​ແຫ່ງ ພູ​ນັ້ນ​ຈະ​ຕັ້ງ​ຢູ່​ສູງ​ສົ່ງ​ເທິງ​ເນີນພູ​ທັງໝົດ ດັ່ງນັ້ນ ຫລາຍ​ຊົນຊາດ​ຈຶ່ງ​ຈະ​ຫລັ່ງ​ມາ​ສູ່​ທີ່ນັ້ນ


ປະຊາຊົນ​ຫລາຍ​ຊົນຊາດ​ຈະ​ພາກັນ​ກ່າວ​ວ່າ, “ໃຫ້​ພວກເຮົາ​ຂຶ້ນ​ໄປ​ເທິງ​ພູເຂົາ​ຂອງ​ພຣະເຈົ້າຢາເວ​ເດີ ສູ່​ວິຫານ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ພຣະອົງ​ຈະ​ສັ່ງສອນ​ພວກເຮົາ​ເຖິງ​ສິ່ງ​ທີ່​ພຣະອົງ​ຢາກ​ໃຫ້​ເຮັດ. ພວກເຮົາ​ຈະ​ພາກັນ​ຍ່າງ​ຕາມ​ຮ່ອມ​ແຫ່ງ​ຫົນທາງ ທີ່​ພຣະອົງ​ໄດ້​ເລືອກສັນ​ໄວ້​ແລ້ວ​ນັ້ນ. ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ມາ​ແຕ່​ນະຄອນ​ເຢຣູຊາເລັມ ແຕ່​ພູເຂົາ​ຊີໂອນ​ທີ່​ພຣະອົງ​ກ່າວ​ແກ່​ປະຊາຊົນ​ນັ້ນ.”


ໃນ​ງານກິນລ້ຽງ​ນີ້ ພຣະອົງ​ຈະ​ຍົກຍ້າຍ​ຄວາມ​ທຸກໂສກ ຊຶ່ງ​ເປັນ​ດັ່ງ​ເມກ​ປົກຄຸມ​ເທິງ​ຊາດ​ທັງໝົດ​ນັ້ນ​ໃຫ້​ໜີໄປ​ໃນ​ທັນທີ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ຕໍ່​ປະຊາຊົນ​ຂອງ​ພຣະອົງ​ດັ່ງນີ້, “ເຮົາ​ຈະ​ໃຫ້​ສັນຍານ​ແກ່​ຊົນຊາດ​ທັງຫລາຍ ແລະ​ພວກເຂົາ​ຈະ​ອຸ້ມ​ລູກໆ​ຂອງ​ເຈົ້າ​ກັບ​ມາ​ບ້ານ.


ພຣະອົງ​ກ່າວ​ວ່າ, “ເຮົາ​ມີ​ພາລະກິດ ທີ່​ຍິ່ງໃຫຍ່​ໃຫ້​ເຈົ້າ​ຜູ້ຮັບໃຊ້​ຂອງເຮົາ​ເຮັດ. ບໍ່ແມ່ນ​ພຽງແຕ່​ໃຫ້​ນຳ​ຄວາມ​ຍິ່ງໃຫຍ່ ຂອງ​ຊົນຊາດ​ອິດສະຣາເອນ​ທີ່​ລອດຕາຍ​ຄືນ​ມາ, ແຕ່​ຈະ​ໃຫ້​ເຈົ້າ​ເປັນ​ແສງ​ສະຫວ່າງ​ແກ່​ບັນດາ​ປະຊາຊາດ​ທັງຫລາຍ ເພື່ອ​ວ່າ​ເຈົ້າ​ຈະ​ນຳ​ຄວາມ​ລອດພົ້ນ​ຂອງເຮົາ​ໄປ​ເຖິງ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ.”


ບັດນີ້ ເຈົ້າ​ຈະ​ເອີ້ນ​ຊົນຊາດ​ຕ່າງດ້າວ​ທັງຫລາຍ ຊຶ່ງ​ໃນ​ເວລາ​ໜຶ່ງ​ພວກເຂົາ​ບໍ່ເຄີຍ​ຮູ້ຈັກ​ເຈົ້າ ແຕ່​ບັດນີ້ ພວກເຂົາ​ຈະ​ແລ່ນ​ມາ​ຫາ​ເຈົ້າ ເພື່ອ​ຂໍ​ຮ່ວມເຂົ້າ​ກັບ​ເຈົ້າ​ໃດ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ແລະ​ເພາະ​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ພຣະອົງ​ຈະ​ໃຫ້​ເຈົ້າ​ມີ​ສະຫງ່າຣາສີ​ແລະ​ກຽດຕິຍົດ.”


ພຣະເຈົ້າຢາເວ​ກ່າວ​ວ່າ, “ໃນ​ທຸກໆ​ວັນ​ຂອງ​ເທດສະການ​ເດືອນ​ຂຶ້ນ​ໃໝ່​ແລະ​ທຸກໆ​ວັນ​ຊະບາໂຕ ປະຊາຊົນ​ທຸກ​ຊາດ​ຈະ​ມາ​ນະມັດສະການ​ຕໍ່ໜ້າ​ເຮົາ.


ການ​ທີ່​ພວກເຈົ້າ​ຈະ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່​ກໍ​ເປັນ​ການ​ຖືກຕ້ອງ​ແລ້ວ ທຸກໆ​ຊົນຊາດ​ກໍ​ຈະ​ຂໍ​ເຮົາ​ອວຍພອນ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ສັນລະເສີນ​ເຮົາ.”


ປະຊາຊົນ​ຂອງ​ພວກເຂົາ​ເວົ້າ​ວ່າ, “ໃຫ້​ພວກເຮົາ​ຂຶ້ນ​ໄປ​ເທິງ​ພູເຂົາ​ຂອງ​ພຣະເຈົ້າຢາເວ ສູ່​ວິຫານ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ນັ້ນ. ເພາະ​ພຣະອົງ​ຈະ​ສັ່ງສອນ​ສິ່ງ​ທີ່​ຢາກ​ໃຫ້​ພວກເຮົາ​ເຮັດ​ຕາມ ພວກເຮົາ​ຈະ​ຍ່າງ​ຕາມ​ທາງ​ທີ່​ພຣະອົງ​ໄດ້​ເລືອກໄວ້. ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ມາ​ແຕ່​ນະຄອນ​ເຢຣູຊາເລັມ ຈາກ​ພູເຂົາ​ຊີໂອນ​ທີ່​ຊົງ​ກ່າວ​ຕໍ່​ປະຊາຊົນ​ຂອງ​ພຣະເຈົ້າ.”


ພຣະອົງ​ຈະ​ໄກ່ເກ່ຍ​ນາໆຊາດ​ທີ່​ຜິດຖຽງກັນ ທ່າມກາງ​ມະຫາ​ອຳນາດ​ທີ່​ຢູ່ໄກ​ແລະ​ຢູ່ໃກ້. ພວກເຂົາ​ຈະ​ຕີ​ດາບ​ເປັນ​ໝາກ​ສົບໄຖ ແລະ​ຕີ​ຫອກ​ເປັນ​ມີດຕັດ​ກິ່ງໄມ້. ຊົນຊາດ​ທັງຫລາຍ​ຈະ​ບໍ່​ເຮັດ​ເສິກ​ກັນ​ອີກ​ຕໍ່ໄປ ທັງ​ຈະ​ບໍ່​ຕຽມ​ເຮັດ​ເສິກ​ກັນ​ອີກ​ຈັກເທື່ອ.


ເຮົາ​ຈະ​ໂຄ່ນລົ້ມ​ທຸກ​ຊົນຊາດ ແລະ​ຊັບສົມບັດ​ຂອງ​ພວກເຂົາ​ຈະ​ຖືກ​ນຳ​ມາ ແລະ​ເຮົາ​ຈະ​ໃຫ້​ວິຫານ​ນີ້​ເຕັມ​ໄປ​ດ້ວຍ​ສະຫງ່າຣາສີ. ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.


ແລ້ວ​ພວກ​ທີ່​ລອດຊີວິດ​ມາ​ໄດ້​ຈາກ​ຊົນຊາດ​ຕ່າງໆ ທີ່​ໄດ້​ໂຈມຕີ​ນະຄອນ​ເຢຣູຊາເລັມ​ນັ້ນ ກໍ​ຈະ​ໄປ​ທີ່​ນັ້ນ​ທຸກໆ​ປີ ເພື່ອ​ນະມັດສະການ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຄື​ອົງ​ຊົງ​ເປັນ​ກະສັດ ແລະ​ເພື່ອ​ສະເຫລີມ​ສະຫລອງ​ເທດສະການ​ປຸກຕູບຢູ່.


ຄົນ​ທີ່​ມາ​ຈາກ​ເມືອງ​ໜຶ່ງ​ຈະ​ເວົ້າ​ຕໍ່​ຄົນ​ທີ່​ມາ​ຈາກ​ເມືອງ​ອື່ນ​ວ່າ, ‘ຈົ່ງ​ພາກັນ​ໄປ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ແລະ​ສະແຫວງຫາ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ຈົ່ງ​ໄປ​ກັບ​ພວກເຮົາ​ເທີ້ນ.’


ພຣະຄຳພີ​ໄດ້​ບອກ​ໃຫ້​ຮູ້​ລ່ວງໜ້າ​ວ່າ, ພຣະເຈົ້າ​ຈະ​ເຮັດ​ໃຫ້​ຄົນຕ່າງຊາດ​ເປັນ​ຜູ້​ຊອບທຳ ຕໍ່ໜ້າ​ພຣະອົງ​ໂດຍ​ທາງ​ຄວາມເຊື່ອ. ຈຶ່ງ​ໄດ້​ປະກາດ​ຂ່າວປະເສີດ​ແຈ້ງ​ແກ່​ອັບຣາຮາມ​ກ່ອນ​ວ່າ, “ໂດຍ​ທາງ​ເຈົ້າ ພຣະເຈົ້າ​ຈະ​ອວຍພອນ​ຊົນຊາດ​ທັງຫລາຍ.”


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ໃຜ​ໜໍ​ຈະ​ບໍ່​ຢຳເກງ​ພຣະອົງ ແລະ​ຈະ​ບໍ່​ຖວາຍ​ກຽດ​ແດ່​ພຣະນາມ​ຂອງ​ພຣະອົງ ເພາະ​ພຣະອົງ​ຜູ້​ດຽວ​ຊົງ​ເປັນ​ຜູ້​ບໍຣິສຸດ. ປະຊາຊາດ​ທັງປວງ​ຈະ​ມາ​ນະມັດສະການ ຕໍ່​ພຣະພັກ​ພຣະອົງ ເພາະ​ກິດຈະການ​ອັນ​ຍຸດຕິທຳ​ຂອງ​ພຣະອົງ ກໍ​ປາກົດ​ແຈ້ງ​ແລ້ວ.”


ປະຊາຊາດ​ທັງໝົດ​ໃນ​ໂລກ ຈະ​ທ່ຽວ​ໄປມາ​ຢູ່​ທ່າມກາງ​ແສງ​ສະຫວ່າງ​ຂອງ​ນະຄອນ​ນັ້ນ ແລະ​ບັນດາ​ກະສັດ​ໃນ​ແຜ່ນດິນ​ໂລກ ຈະ​ນຳ​ເອົາ​ສະຫງ່າຣາສີ​ຂອງຕົນ ເຂົ້າ​ໄປ​ໃນ​ນະຄອນ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka