ເຊກາຣີຢາ 8:21 - ພຣະຄຳພີສັກສິ21 ຄົນທີ່ມາຈາກເມືອງໜຶ່ງຈະເວົ້າຕໍ່ຄົນທີ່ມາຈາກເມືອງອື່ນວ່າ, ‘ຈົ່ງພາກັນໄປພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ແລະສະແຫວງຫາພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່. ຈົ່ງໄປກັບພວກເຮົາເທີ້ນ.’ Uka jalj uñjjattʼäta |
ປະຊາຊົນຫລາຍຊົນຊາດຈະພາກັນກ່າວວ່າ, “ໃຫ້ພວກເຮົາຂຶ້ນໄປເທິງພູເຂົາຂອງພຣະເຈົ້າຢາເວເດີ ສູ່ວິຫານຂອງພຣະເຈົ້າແຫ່ງຊາດອິດສະຣາເອນ ພຣະອົງຈະສັ່ງສອນພວກເຮົາເຖິງສິ່ງທີ່ພຣະອົງຢາກໃຫ້ເຮັດ. ພວກເຮົາຈະພາກັນຍ່າງຕາມຮ່ອມແຫ່ງຫົນທາງ ທີ່ພຣະອົງໄດ້ເລືອກສັນໄວ້ແລ້ວນັ້ນ. ຖ້ອຍຄຳຂອງພຣະເຈົ້າຢາເວມາແຕ່ນະຄອນເຢຣູຊາເລັມ ແຕ່ພູເຂົາຊີໂອນທີ່ພຣະອົງກ່າວແກ່ປະຊາຊົນນັ້ນ.”