ທະຫານບາງຄົນຈາກເຜົ່າມານາເຊໄດ້ໄປເຂົ້າກັບຝ່າຍດາວິດ ເມື່ອເພິ່ນຍົກທັບໄປກັບພວກຟີລິດສະຕິນເພື່ອສູ້ຮົບກະສັດໂຊນ. ທີ່ຈິງແລ້ວເພິ່ນບໍ່ໄດ້ຊ່ວຍພວກຟີລິດສະຕິນ ເພາະກະສັດຂອງພວກຟີລິດສະຕິນຢ້ານວ່າດາວິດຈະຫັກຫລັງພວກຕົນ ແລະເຂົ້າຝ່າຍໂຊນ ນາຍເກົ່າຂອງລາວ; ດັ່ງນັ້ນ ພວກເຂົາຈຶ່ງສົ່ງເພິ່ນກັບຄືນເມືອຊິກລັກ.