ເຊກາຣີຢາ 8:14 - ພຣະຄຳພີສັກສິ14 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ເມື່ອບັນພະບຸລຸດຂອງພວກເຈົ້າໄດ້ເຮັດໃຫ້ເຮົາໂກດຮ້າຍນັ້ນ ເຮົາໄດ້ຕັ້ງໃຈລົງໂທດພວກເຂົາແລະເຮົາບໍ່ໄດ້ປ່ຽນໃຈ ແຕ່ໄດ້ເຮັດຕາມທີ່ເຮົາໄດ້ຕັ້ງໃຈໄວ້.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, Uka jalj uñjjattʼäta |
ແຕ່ໂດຍຜ່ານທາງພວກຜູ້ທຳນວາຍຄືຄົນຮັບໃຊ້ຂອງເຮົາ ເຮົາໄດ້ມອບຖ້ອຍຄຳແລະຄຳຕັກເຕືອນຕ່າງໆ ໃຫ້ປູ່ຍ່າຕາຍາຍຂອງພວກເຈົ້າ; ແຕ່ພວກເຂົາບໍ່ໄດ້ເອົາໃຈໃສ່ ຈຶ່ງໄດ້ຮັບໂທດກຳ ແລ້ວພວກເຂົາກໍໄດ້ກັບໃຈໃໝ່ແລະກ່າວວ່າ, ‘ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ລົງໂທດພວກເຮົາ ສົມກັບທີ່ພວກເຮົາສົມຄວນໄດ້ຮັບ ຕາມທີ່ພຣະອົງໄດ້ຕັດສິນໃຈເຮັດເຊັ່ນນັ້ນ.”’