Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 8:13 - ພຣະຄຳພີສັກສິ

13 ປະຊາຊົນ​ຢູດາ​ແລະ​ອິດສະຣາເອນ​ເອີຍ ໃນ​ອະດີດ​ນັ້ນ ຊາວ​ຕ່າງດ້າວ​ໄດ້​ສາບແຊ່ງ​ກັນແລະກັນ​ວ່າ, ‘ໃຫ້​ໄພພິບັດ​ທີ່​ຕົກ​ຖືກ​ຢູດາ​ແລະ​ອິດສະຣາເອນ​ນັ້ນ ຕົກ​ຖືກ​ພວກເຈົ້າ​ເຊັ່ນກັນ’ ແຕ່​ເຮົາ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນໄພ; ແລ້ວ​ບັນດາ​ຄົນຕ່າງດ້າວ​ເຫຼົ່ານັ້ນ​ກໍ​ຈະ​ເວົ້າ​ຕໍ່​ກັນແລະກັນ​ວ່າ, ‘ຂໍ​ໃຫ້​ພຣະພອນ​ທີ່​ໄດ້​ມາ​ສູ່​ຢູດາ​ແລະ​ອິດສະຣາເອນ​ນັ້ນ ມາ​ສູ່​ພວກເຈົ້າ​ເຊັ່ນກັນ.’ ສະນັ້ນ ຈົ່ງ​ກ້າຫານ​ແລະ​ຢ່າ​ຢ້ານກົວ​ເລີຍ.”

Uka jalj uñjjattʼäta Copia luraña




ເຊກາຣີຢາ 8:13
50 Jak'a apnaqawi uñst'ayäwi  

ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລວງຫລາຍ ດັ່ງ​ດວງດາວ​ໃນ​ທ້ອງຟ້າ ແລະ​ເຮົາ​ຈະ​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ເຊື້ອສາຍ​ຂອງ​ເຈົ້າ. ຊົນຊາດ​ທັງປວງ​ຈະ​ໄດ້​ຮັບ​ພຣະພອນ​ຜ່ານ​ທາງ​ເຊື້ອສາຍ​ຂອງ​ເຈົ້າ.


ກໍ​ຍ້ອນ​ໄດ້ຍິນ​ຄຳເຍາະເຍີ້ຍ ຄຳ​ດູຖູກ​ນິນທາ ຈາກ​ສັດຕູ​ແລະ​ຄົນ​ທີ່​ກຽດຊັງ​ຂ້ານ້ອຍ​ນັ້ນ.


ຂໍ​ໃຫ້​ນາມ​ກະສັດ​ນັ້ນ​ຢ່າ​ເປັນ​ທີ່​ລືມໄລ​ໄປ ຂໍ​ໃຫ້​ຊື່ສຽງ​ເພິ່ນ​ຍືນຍົງ​ດັ່ງ​ດວງອາທິດ ຂໍ​ໃຫ້​ທຸກ​ຊົນຊາດ​ຂໍ​ພຣະເຈົ້າ​ອວຍພອນ​ພວກຕົນ ເໝືອນ​ດັ່ງ​ທີ່​ພຣະອົງ​ໄດ້​ອວຍພອນ​ແກ່​ກະສັດ​ນັ້ນ.


ຊົນຊາດ​ທີ່​ຢູ່​ອ້ອມຮອບ​ໄດ້​ດູໝິ່ນ​ພວກ​ຂ້ານ້ອຍ ພວກເຂົາ​ຕ່າງ​ກໍ​ຫົວຂວັນ​ແລະ​ຫຍໍ້ຫຍັນ​ໃສ່​ພວກ​ຂ້ານ້ອຍ​ດ້ວຍ.


ພວກ​ຜູ້ປົກຄອງ​ຕ່າງ​ກໍ​ໝິ່ນປະໝາດ​ເຮົາ ທັງ​ຫຍໍ້ຫຍັນ​ບ່ອນ​ສັກສິດ​ຂອງເຮົາ​ດ້ວຍ. ສະນັ້ນ ເຮົາ​ຈຶ່ງ​ໃຫ້​ອິດສະຣາເອນ​ຖືກ​ທຳລາຍ ປ່ອຍ​ໃຫ້​ປະຊາຊົນ​ຂອງເຮົາ​ຖືກ​ໝິ່ນປະໝາດ.”


ເຮົາ​ຈະ​ນຳ​ໄພພິບັດ​ມາ​ສູ່​ພວກເຂົາ ຈົນ​ຊົນຊາດ​ທັງຫລາຍ​ຈະ​ເກີດ​ຢ້ານກົວ​ຫຼາຍ. ປະຊາຊົນ​ຈະ​ຫົວເລາະ​ໃສ່​ພວກເຂົາ, ເວົ້າ​ສຽດສີ​ພວກເຂົາ, ເວົ້າ​ເຍາະເຍີ້ຍ​ພວກເຂົາ ແລະ​ໃຊ້​ຊື່​ຂອງ​ພວກເຂົາ​ເປັນ​ຄຳສາບແຊ່ງ ໃນ​ທົ່ວ​ທຸກບ່ອນ​ທີ່​ພວກເຂົາ​ກະຈັດ​ກະຈາຍ​ໄປ.


ນະຄອນ​ເຢຣູຊາເລັມ​ແລະ​ເມືອງ​ທັງໝົດ​ຂອງ​ຢູດາຍ ພ້ອມ​ທັງ​ບັນດາ​ກະສັດ​ແລະ​ພວກ​ເຈົ້ານາຍ​ໄດ້​ຖືກ​ບັງຄັບ​ໃຫ້​ດື່ມ ເພື່ອ​ວ່າ​ເມືອງ​ເຫຼົ່ານີ້​ຈະ​ກາຍເປັນ​ເມືອງ​ຮົກຮ້າງ​ຫວ່າງຄົນ ຊຶ່ງ​ຈະ​ເປັນ​ສະພາບ​ຕົກ​ສະທ້ານ​ຢ້ານກົວ​ໃຈ​ຫລາຍ​ເມື່ອ​ໄດ້​ພົບເຫັນ; ແລະ​ເພື່ອ​ວ່າ​ປະຊາຊົນ​ຈະ​ໃຊ້​ຊື່​ຂອງ​ພວກເຂົາ​ເປັນ​ຄຳສາບແຊ່ງ ດັ່ງ​ທີ່​ພວກເຂົາ​ຍັງ​ປະຕິບັດ​ກັນ​ຢູ່.


ຖ້າ​ພວກເຈົ້າ​ສືບຕໍ່​ບໍ່​ຍອມ​ເຊື່ອຟັງ ແລ້ວ​ເຮົາ​ກໍ​ຈະ​ເຮັດ​ຕໍ່​ພຣະວິຫານ​ນີ້ ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ເມືອງ​ຊີໂລ ແລະ​ທຸກ​ຊົນຊາດ​ທົ່ວ​ທັງໂລກ​ກໍ​ຈະ​ໃຊ້​ຊື່​ຂອງ​ເມືອງ​ນີ້​ເປັນ​ຄຳສາບແຊ່ງ.”


ເຮົາ​ຈະ​ໃຫ້​ສົງຄາມ, ການ​ຕາຍອຶດ​ຕາຍຫິວ, ແລະ​ການ​ເຈັບໄຂ້​ໄດ້ປ່ວຍ​ໄລ່​ຕາມ​ພວກເຂົາ​ໄປ ແລະ​ຊົນຊາດ​ທັງຫລາຍ​ໃນ​ໂລກ​ຈະ​ຕົກໃຈ​ຢ້ານກົວ​ໃນ​ສິ່ງ​ທີ່​ພວກເຂົາ​ເຫັນ. ໃນ​ທຸກໆ​ບ່ອນ​ທີ່​ເຮົາ​ໄດ້​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ ປະຊາຊົນ​ຈະ​ສະດຸ້ງ​ຕົກໃຈ​ທັງ​ຢ້ານກົວ​ຫຼາຍ ຕໍ່​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ພວກເຂົາ​ນັ້ນ. ປະຊາຊົນ​ຈະ​ຫົວ​ເຍາະເຍີ້ຍ​ພວກເຂົາ ແລະ​ໃຊ້​ຊື່​ຂອງ​ພວກເຂົາ​ເປັນ​ຄຳສາບແຊ່ງ.


“ພວກເຈົ້າ​ບໍ່ໄດ້​ສັງເກດ​ເບິ່ງ​ບໍ​ສິ່ງ​ທີ່​ຄົນ​ກຳລັງ​ເວົ້າ​ກັນ​ວ່າ ພຣະເຈົ້າຢາເວ​ໄດ້​ປະຖິ້ມ​ອິດສະຣາເອນ ແລະ​ຢູດາ ສອງ​ຄອບຄົວ​ທີ່​ເຮົາ​ໄດ້​ເລືອກເອົາ​ນັ້ນ? ສະນັ້ນ ພວກເຂົາ​ຈຶ່ງ​ໝິ່ນປະໝາດ​ຄົນ​ຂອງເຮົາ ແລະ​ບໍ່ໄດ້​ຖື​ວ່າ​ພວກເຂົາ​ເປັນ​ຊົນຊາດ​ໜຶ່ງ​ອີກ​ຕໍ່ໄປ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, ‘ເຮົາ​ໂກດຮ້າຍ​ແລະ​ໂກດ​ເຄືອງ​ຊາວ​ນະຄອນ​ເຢຣູຊາເລັມ​ສັນໃດ ເຮົາ​ກໍ​ຈະ​ໂກດ​ເຄືອງ​ພວກເຈົ້າ​ສັນນັ້ນ ຖ້າ​ພວກເຈົ້າ​ໄປ​ປະເທດ​ເອຢິບ. ພວກເຈົ້າ​ຕ່າງ​ກໍ​ຈະ​ເປັນ​ເປົ້າ​ສາຍຕາ​ອັນ​ໜ້າກຽດ​ໜ້າກົວ; ປະຊາຊົນ​ຈະ​ເຍາະເຍີ້ຍ​ພວກເຈົ້າ ແລະ​ໃຊ້​ຊື່​ຂອງ​ພວກເຈົ້າ​ເປັນ​ຄຳສາບແຊ່ງ. ພວກເຈົ້າ​ຈະ​ບໍ່​ເຫັນ​ບ່ອນ​ນີ້​ອີກ​ຕໍ່ໄປ​ຈັກເທື່ອ.’


ສຳລັບ​ປະຊາຊົນ​ຢູດາ​ທີ່​ຍັງເຫລືອ​ແລະ​ຕັ້ງໃຈ​ໄປ​ຢູ່​ໃນ​ເອຢິບ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ຖືກ​ທຳລາຍ​ໄປ​ຢ່າງ​ໝົດສິ້ນ. ພວກເຂົາ​ທັງໝົດ​ບໍ່​ວ່າ​ໃຫຍ່​ຫລື​ນ້ອຍ​ຈະ​ຕາຍ​ໃນ​ເອຢິບ ຄື​ຕາຍ​ໃນ​ສົງຄາມ​ຫລື​ຕາຍ​ຍ້ອນ​ການ​ອຶກຢາກ. ພວກເຂົາ​ຈະ​ເປັນ​ເປົ້າ​ສາຍຕາ​ອັນ​ໜ້າກຽດ​ໜ້າກົວ; ຄົນ​ທັງຫລາຍ​ຈະ​ຫົວ​ເຢາະເຢີ້ຍ​ພວກເຂົາ​ແລະ​ໃຊ້​ຊື່​ຂອງ​ພວກເຂົາ​ເປັນ​ຄຳສາບແຊ່ງ.


ທຸກ​ວັນ​ນີ້ ດິນແດນ​ຂອງ​ພວກເຈົ້າ​ເປັນ​ບ່ອນ​ຮົກຮ້າງ​ເພພັງ ແລະ​ບໍ່ມີ​ຜູ້ໃດ​ຢູ່​ອາໄສ​ໃນ​ທີ່ນັ້ນ. ສິ່ງ​ນັ້ນ​ເປັນ​ເປົ້າ​ສາຍຕາ​ອັນ​ໜ້າກຽດ​ໜ້າກົວ ແລະ​ປະຊາຊົນ​ໃຊ້​ຊື່​ນັ້ນ​ເປັນ​ຄຳສາບແຊ່ງ ຍ້ອນ​ພຣະເຈົ້າຢາເວ​ທົນ​ເບິ່ງ​ຄວາມຊົ່ວ ແລະ​ຄວາມ​ປະພຶດ​ອັນ​ຊົ່ວຊ້າ​ຂອງ​ພວກເຈົ້າ​ບໍ່ໄດ້​ອີກ​ຕໍ່ໄປ.


ປະຊາຊົນ​ຮ້ອງ​ໃສ່​ພວກເຂົາ​ວ່າ, “ໜີໄປ​ສາ ພວກເຈົ້າ​ເປັນ​ມົນທິນ ຢ່າ​ສູ່​ແຕະຕ້ອງ​ຂ້ອຍ.” ສະນັ້ນ ພວກເຂົາ​ຈຶ່ງ​ໄດ້​ຊັດເຊ​ພະເນຈອນ​ໄປ ຈາກ​ປະເທດ​ນີ້​ສູ່​ທີ່​ອື່ນໄກ​ຂາດ​ການ​ຕ້ອນຮັບ.


ເຮົາ​ຈະ​ອວຍພອນ​ພວກເຂົາ​ແລະ​ອະນຸຍາດ​ໃຫ້​ພວກເຂົາ ຢູ່​ອ້ອມຮອບ​ເນີນພູ​ສັກສິດ​ຂອງເຮົາ. ໃນ​ທີ່ນັ້ນ ເຮົາ​ຈະ​ອວຍພອນ​ໃຫ້​ມີ​ນໍ້າ​ຝົນ​ຕາມ​ທີ່​ພວກເຂົາ​ຕ້ອງການ.


ແລ້ວ​ພຣະອົງ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ປະຊາຊົນ​ອິດສະຣາເອນ​ກໍ​ເປັນ​ດັ່ງ​ກະດູກ​ເຫຼົ່ານີ້​ແຫຼະ. ພວກເຂົາ​ເວົ້າ​ວ່າ, ຕົນເອງ​ແຫ້ງແລ້ງ, ໄຮ້​ຄວາມຫວັງ ແລະ​ບໍ່ມີ​ອະນາຄົດ.


ເມື່ອ​ເຮົາ​ໃຈຮ້າຍ ແລະ​ໂກດເຄືອງ ແລະ​ລົງໂທດ​ເຈົ້າ​ນັ້ນ ບັນດາ​ຊົນຊາດ​ທັງໝົດ​ທີ່​ຢູ່​ອ້ອມຮອບ​ເຈົ້າ​ຈະ​ສະທ້ານ​ຢ້ານກົວ. ພວກເຂົາ​ຈະ​ແນມເບິ່ງ​ເຈົ້າ​ດ້ວຍ​ຄວາມ​ກຽດຊັງ ແລະ​ຈະ​ຫຍໍ້ຫຍັນ​ເຈົ້າ. ເຮົາ​ຄື​ພຣະເຈົ້າຢາເວ​ໄດ້ກ່າວ​ດັ່ງນີ້ແຫຼະ.


ຊາວ​ອິດສະຣາເອນ​ທັງໝົດ​ໄດ້​ເຮັດ​ຜິດ​ຕໍ່​ກົດລະບຽບ​ຕ່າງໆ​ຂອງ​ພຣະອົງ ແລະ​ບໍ່​ຍອມ​ຟັງ​ສິ່ງ​ທີ່​ພຣະອົງ​ໄດ້​ບອກ. ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ; ເພາະສະນັ້ນ ພວກ​ຂ້ານ້ອຍ​ຈຶ່ງ​ຖືກ​ນຳ​ມາ​ສູ່​ການ​ສາບແຊ່ງ ຕາມ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ.


ປະຊາຊົນ​ອິດສະຣາເອນ​ຜູ້​ທີ່​ລອດຊີວິດ​ມາ​ໄດ້ ກໍ​ຈະ​ເປັນ​ດັ່ງ​ນໍ້າ​ຄ້າງ​ອັນ​ສົດຊື່ນ ທີ່​ອົງພຣະ​ຜູ້​ເປັນເຈົ້າ​ສົ່ງ​ລົງ​ມາ​ສຳລັບ​ຫລາຍ​ຊົນຊາດ ເໝືອນ​ຫ່າຝົນ​ທີ່​ຕົກ​ເທິງ​ພືດພັນ​ທີ່​ຫາກໍ່​ປົ່ງ​ໃໝ່. ພວກເຂົາ​ຈະ​ອາໄສ​ພຣະເຈົ້າ ແຕ່​ບໍ່ແມ່ນ​ອາໄສ​ມະນຸດ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ພວກເຂົາ​ຈະ​ເວົ້າ​ຕໍ່​ນະຄອນ​ເຢຣູຊາເລັມ​ວ່າ, “ນະຄອນ​ຊີໂອນ ຢ່າ​ຢ້ານ, ຢ່າ​ເສຍ​ກຳລັງໃຈ​ເທາະ


ເວລາ​ນັ້ນ​ກຳລັງ​ມາ ເຮົາ​ຈະ​ນຳ​ພວກເຈົ້າ​ທີ່​ຖືກ​ແຕກ​ກະຈັດ​ກະຈາຍ​ໄປ ກັບຄືນ​ມາ​ບ້ານ. ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ມີ​ຊື່ສຽງ​ໂດ່ງດັງ​ທົ່ວ​ພິພົບ ເຮັດ​ໃຫ້​ພວກເຈົ້າ​ຈະເລີນ​ຮຸ່ງເຮືອງ​ອີກເທື່ອໜຶ່ງ​ໃດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເຖິງ​ແມ່ນ​ວ່າ​ຈະ​ບໍ່ມີ​ເຂົ້າ​ກິນ​ເຫຼືອ​ຢູ່, ຕົ້ນ​ໝາກອະງຸ່ນ, ຕົ້ນ​ໝາກເດື່ອ, ຕົ້ນ​ໝາກພີລາ ແລະ​ຕົ້ນ​ໝາກກອກເທດ ຍັງ​ບໍ່​ເກີດຜົນ​ກໍຕາມ, ແຕ່​ບັດນີ້​ຕໍ່ໄປ ເຮົາ​ຈະ​ອວຍພອນ​ພວກເຈົ້າ.”


ເມື່ອ​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ເຮົາ​ກໍໄດ້​ສັນຍາ​ວ່າ​ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ສະເໝີ. ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ. ດັ່ງນັ້ນ ຢ່າສູ່​ຢ້ານກົວ​ເລີຍ.


ຂ້າພະເຈົ້າ​ຈຶ່ງ​ຖາມ​ເທວະດາ​ຕົນ​ທີ່​ກຳລັງ​ກ່າວ​ແກ່​ຂ້າພະເຈົ້າ​ຢູ່​ນັ້ນ​ວ່າ, “ເຂົາ​ເຫຼົ່ານັ້ນ​ໝາຍເຖິງ​ຫຍັງ?” ເພິ່ນ​ຕອບ​ວ່າ, “ເຂົາ​ເຫຼົ່ານັ້ນ​ໝາຍເຖິງ​ບັນດາ​ອຳນາດ​ແຫ່ງ​ໂລກນີ້ ທີ່​ໄດ້​ເຮັດ​ໃຫ້​ປະຊາຊົນ​ຢູດາ, ອິດສະຣາເອນ ແລະ​ເຢຣູຊາເລັມ ກະຈັດ​ກະຈາຍ​ໄປ.”


ປະຊາຊົນ​ຈະ​ຢູ່​ໃນ​ທີ່ນັ້ນ​ຢ່າງ​ປອດໄພ ຄື​ບໍ່​ຖືກ​ຄຸກຄາມ​ໂດຍ​ໄພພິບັດ​ອີກ​ຕໍ່ໄປ.


“ແຕ່​ບັດນີ້ ເຮົາ​ກຳລັງ​ຕັ້ງໃຈ​ຈະ​ອວຍພອນ​ປະຊາຊົນ​ເຢຣູຊາເລັມ​ແລະ​ຢູດາ. ດັ່ງນັ້ນ ຢ່າສູ່​ຢ້ານກົວ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ຈົ່ງ​ກ້າຫານ​ເຖີດ ບັດນີ້ ພວກເຈົ້າ​ໄດ້ຍິນ​ຄຳເວົ້າ​ຢ່າງ​ດຽວກັນ​ກັບ ທີ່​ພວກ​ຜູ້ທຳນວາຍ​ໄດ້​ກ່າວ​ໃນ​ສະໄໝ​ວາງ​ຮາກຖານ ເມື່ອ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຂຶ້ນ​ໃໝ່​ນັ້ນ.


ເຮົາ​ຈະ​ໃຊ້​ຢູດາ​ໃຫ້​ເປັນ​ດັ່ງ​ໜ້າທະນູ ແລະ​ອິດສະຣາເອນ​ໃຫ້​ເປັນ​ດັ່ງ​ລູກທະນູ​ດ້ວຍ. ເຮົາ​ຈະ​ໃຊ້​ຄົນ​ໃນ​ເມືອງ​ຊີໂອນ​ເປັນ​ດັ່ງ​ດາບ​ດວງ​ໜຶ່ງ ເພື່ອ​ຈະ​ຕໍ່ສູ້​ພວກ​ທີ່​ມາ​ຈາກ​ປະເທດ​ກຣີກ.


ຈົ່ງ​ເຝົ້າ​ລະວັງ​ໃຫ້​ດີ ຈົ່ງ​ຢືນຢັດ​ຢູ່​ຢ່າງ​ໝັ້ນຄົງ​ໃນ​ຄວາມເຊື່ອ ຈົ່ງ​ກ້າຫານ ແລະ​ຈົ່ງ​ເຂັ້ມແຂງ.


ເພື່ອ​ພຣະພອນ​ທາງ​ອັບຣາຮາມ​ຈະ​ໄດ້​ມາ​ເຖິງ​ບັນດາ​ຄົນຕ່າງຊາດ​ໂດຍ​ທາງ​ພຣະຄຣິດເຈົ້າ​ເຢຊູ, ເພື່ອ​ພວກເຮົາ​ຈະ​ໄດ້​ຮັບ​ພຣະວິນຍານ​ຕາມ​ພຣະສັນຍາ​ໂດຍ​ທາງ​ຄວາມເຊື່ອ.


ພຣະອົງ​ຈະ​ເຮັດ​ໃຫ້​ຊາດ​ຂອງ​ພວກເຈົ້າ​ຍິ່ງໃຫຍ່ ກວ່າ​ຊາດ​ອື່ນໆ​ທີ່​ພຣະອົງ​ໄດ້​ສ້າງ​ມາ ແລະ​ພວກເຈົ້າ​ຈະ​ນຳ​ເອົາ​ຄຳ​ສັນລະເສີນ​ແລະ​ກຽດສັກສີ​ມາ​ສູ່​ນາມ​ຂອງ​ພຣະອົງ. ພວກເຈົ້າ​ຈະ​ເປັນ​ໄພ່ພົນ​ບໍຣິສຸດ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້.”


ໃນ​ບັນດາ​ປະເທດ​ທີ່​ພຣະເຈົ້າຢາເວ​ຈະ​ໃຫ້​ພວກເຈົ້າ​ກະຈັດ​ກະຈາຍ​ໄປ​ອາໄສ​ຢູ່​ນັ້ນ ປະຊາຊົນ​ຈະ​ຕື່ນ​ຕົກໃຈ​ຕໍ່​ເຫດການ​ທີ່​ໄດ້​ເກີດຂຶ້ນ​ກັບ​ພວກເຈົ້າ ແລ້ວ​ພວກເຂົາ​ຕ່າງ​ກໍ​ຈະ​ຫົວເລາະ​ເຍາະເຍີ້ຍ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka