10 ກ່ອນເວລານັ້ນ ບໍ່ມີຜູ້ໃດສາມາດຈ້າງຄ່າແຮງງານຂອງຄົນກັບສັດ ແລະບໍ່ມີຜູ້ໃດຢູ່ຢ່າງປອດໄພຈາກເຫຼົ່າສັດຕູຂອງຕົນໄດ້. ເຮົາໄດ້ບັນດານໃຫ້ຄົນທັງຫລາຍຕໍ່ສູ້ຊຶ່ງກັນແລະກັນ.
“ເຮົາຈະເຮັດໃຫ້ປະເທດເອຢິບສັ່ນສະທ້ານ ແລະເກີດເສິກກາງເມືອງ; ອ້າຍນ້ອງຈະຕໍ່ສູ້ກັນ ແລະເພື່ອນບ້ານຈະສູ້ຮົບກັນ. ເມືອງຕ່າງໆຈະຕໍ່ສູ້ກັນເອງເພາະການເປັນສັດຕູກັນ ແລະກະສັດທີ່ເປັນສັດຕູກັນກໍຈະຍາດແຍ່ງອຳນາດກັນ.
ພຣະເຈົ້າຢາເວກ່າວວ່າ, “ເຮົາກຳລັງຈະສົ່ງຄົນຈັບປາຫລາຍຄົນ ມາຈັບປະຊາຊົນເຫຼົ່ານີ້. ແລ້ວເຮົາກໍຈະສົ່ງນາຍພານຫລາຍຄົນ ມາໂຫ່ພວກເຂົາລົງຈາກເທິງພູເຂົາ ແລະເນີນພູທຸກໜ່ວຍ ແລະເຂົ້າໄປໃນຖໍ້າແລະໃນໂງ່ນຫີນ.
ສຽງແກບຸກໂຈມຕີດັງຂຶ້ນ ໂດຍບໍ່ໃຫ້ຊາວເມືອງແຕກຕື່ນໄດ້ຊັ້ນບໍ? ເປັນໄດ້ບໍທີ່ເມືອງໜຶ່ງຖືກໄພພິບັດ ໂດຍທີ່ພຣະເຈົ້າຢາເວບໍ່ໃຫ້ເກີດຂຶ້ນ?
ຖ້າພວກເຂົາຖືກສັດຕູຈັບໄປ ເຮົາກໍຈະສັ່ງໃຫ້ສັດຕູຂ້າພວກເຂົາຖິ້ມ. ເຮົາໄດ້ຕັດສິນໃຈທຳລາຍພວກເຂົາ ແລະບໍ່ແມ່ນຊ່ວຍເຫລືອພວກເຂົາ.”
ພຣະເຈົ້າຢາເວກ່າວວ່າ, “ພວກເຈົ້າບໍ່ເຫັນບໍວ່າ ແມ່ນຫຍັງໄດ້ເກີດຂຶ້ນກັບພວກເຈົ້າ? ກ່ອນທີ່ພວກເຈົ້າໄດ້ລົງມືສ້າງພຣະວິຫານຂຶ້ນໃໝ່
ຈົ່ງຟັງແມ ຢູ່ອ້ອມແອ້ມນໍ້າສ້າງພຸ້ນ ມີສຽງໂຮຮ້ອງອັນຍິ່ງໃຫຍ່ ບອກເຖິງໄຊຊະນະຂອງພຣະເຈົ້າຢາເວ ຄືໄຊຊະນະຂອງຊົນຊາດອິດສະຣາເອນ. ແລ້ວປະຊາຊົນຂອງພຣະເຈົ້າຢາເວ ກໍຕຽມອອກເດີນທາງ ຍົກທັບຂອງພວກເຂົາລົງມາຈາກ ເມືອງຕ່າງໆຂອງພວກເຂົາພຸ້ນ.