Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 7:9 - ພຣະຄຳພີສັກສິ

9 ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ດົນນານ​ມາ​ແລ້ວ ເຮົາ​ໄດ້​ມອບ​ຂໍ້ຄຳສັ່ງ​ເຫຼົ່ານີ້​ໃຫ້​ແກ່​ປະຊາຊົນ​ຂອງເຮົາ ດັ່ງນີ້: ‘ພວກເຈົ້າ​ຕ້ອງ​ໃຫ້​ຄວາມ​ຍຸດຕິທຳ​ເກີດ​ມີ​ຂຶ້ນ ແລະ​ຕ້ອງ​ສະແດງ​ຄວາມ​ເມດຕາປານີ​ຕໍ່​ກັນແລະກັນ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 7:9
30 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ກ່າວ​ຕໍ່ໄປ​ວ່າ, “ບໍ່​ຕ້ອງ​ຢ້ານ​ດອກ ເພື່ອ​ເຫັນ​ແກ່​ໂຢນາທານ​ພໍ່​ຂອງ​ເຈົ້າ ເຮົາ​ຈະ​ເມດຕາ​ເຈົ້າ. ເຮົາ​ຈະ​ເອົາ​ທີ່ດິນ​ທັງໝົດ​ທີ່​ເປັນ​ຂອງ​ກະສັດ​ໂຊນ ປູ່​ຂອງ​ເຈົ້າ​ນັ້ນ​ມອບ​ໃຫ້​ເຈົ້າ ແລະ​ເຮົາ​ຍິນດີ​ໃຫ້​ເຈົ້າ​ມາ​ຮ່ວມ​ໂຕະ​ຮັບປະທານ​ອາຫານ​ກັບ​ເຮົາ​ສະເໝີ.”


ຂ້ອຍ​ກໍ​ເອົາ​ເສື້ອ​ເປັນ​ຂົນແກະ​ໃຫ້​ລາວ​ນຸ່ງ ຊຶ່ງ​ໄດ້​ມາ​ຈາກ​ຝູງແກະ​ຂອງຂ້ອຍ​ເອງ. ແລ້ວ​ລາວ​ກໍ​ກ່າວຍ້ອງ​ຂ້ອຍ​ທັງ​ຮັກຫໍ່​ຊົມເຊີຍ ດ້ວຍ​ຄຳເວົ້າ​ຈາກ​ສ່ວນເລິກ​ຈິດໃຈ​ລາວ​ນັ້ນ.


ໃນ​ຍາມ​ລຳບາກ​ເຊັ່ນ​ນີ້ ຂ້ອຍ​ຢາກ​ມີ​ເພື່ອນ​ທີ່​ສັດຊື່ ເຖິງ​ວ່າ​ຂ້ອຍ​ປະຖິ້ມ​ພຣະເຈົ້າ​ໄປ​ຫລື​ບໍ່​ກໍຕາມ.


ສຳລັບ​ພຣະເຈົ້າຢາເວ​ແລ້ວ ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ເປັນທຳ ກໍ​ມີຄ່າ​ກວ່າ​ນຳ​ເຄື່ອງບູຊາ​ມາ​ຖວາຍ​ໃຫ້.


“ເຮົາ​ຄື​ພຣະເຈົ້າຢາເວ​ສັ່ງ​ພວກເຈົ້າ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ທ່ຽງທຳ. ຈົ່ງ​ປົກປ້ອງ​ຜູ້​ທີ່​ຖືກ​ຄົນ​ສໍ້ໂກງ​ຕົວະຍົວະ. ຢ່າ​ກົດຂີ່ ຫລື​ຂົ່ມເຫັງ​ຄົນ​ຕ່າງດ້າວ, ເດັກ​ກຳພ້າ ຫລື​ແມ່ໝ້າຍ ແລະ​ຢ່າ​ຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ໃນ​ບ່ອນ​ນີ້.


ແຕ່​ໄດ້​ສັ່ງ​ພວກເຂົາ​ໃຫ້​ເຊື່ອຟັງ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ໄດ້​ເປັນ​ປະຊາຊົນ​ຂອງເຮົາ. ແລະ​ເຮົາ​ກໍໄດ້​ບອກ​ພວກເຂົາ​ໃຫ້​ດຳເນີນ​ຊີວິດ​ຕາມ​ທີ່​ເຮົາ​ໄດ້​ສັ່ງ​ນັ້ນ ເພື່ອ​ພວກເຂົາ​ຈະ​ໄດ້​ຢູ່ເຢັນ​ເປັນສຸກ.


ຈົ່ງ​ປ່ຽນ​ທາງ​ດຳເນີນ​ຊີວິດ ແລະ​ການ​ກະທຳ​ຂອງ​ພວກເຈົ້າ​ສາ. ຈົ່ງ​ປະຕິບັດ​ຕໍ່​ກັນແລະກັນ​ຢ່າງ​ຍຸດຕິທຳ.


ລາວ​ໃຫ້​ຄົນ​ຢືມ​ເງິນ​ໂດຍ​ບໍ່​ຄິດ​ດອກເບ້ຍ. ລາວ​ບໍ່​ຍອມ​ປະພຶດ​ຕົນ​ຢ່າງ​ບໍ່​ເປັນທຳ, ແຕ່​ກັບ​ໃຫ້​ຄວາມ​ເປັນທຳ​ແກ່​ຜູ້​ທີ່​ເປັນຄວາມ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ພວກ​ຜູ້ປົກຄອງ​ຊາດ​ອິດສະຣາເອນ​ເອີຍ ພວກເຈົ້າ​ໄດ້​ເຮັດ​ບາບ​ມາ​ດົນນານ​ແລ້ວ ຈົ່ງ​ເຊົາ​ເຮັດ​ການ​ຮຸນແຮງ ແລະ​ການກົດຂີ່​ຂອງ​ພວກເຈົ້າ​ນັ້ນ​ສາ. ຈົ່ງ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຍຸດຕິທຳ. ຈົ່ງ​ເຊົາ​ຂັບໄລ່​ປະຊາຊົນ​ຂອງເຮົາ ໃຫ້​ໜີ​ຈາກ​ດິນແດນ​ທີ່​ເປັນ​ກຳມະສິດ​ຂອງ​ພວກເຂົາ​ສາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ປະຊາຊົນ​ເອຟຣາອິມ​ບໍ່​ສັດຊື່​ດັ່ງ​ຊາວ​ການາອານ; ພວກເຂົາ​ມັກ​ໃຊ້​ຕາຊັ່ງ​ຕາຊິງ​ສໍ້ໂກງ​ລູກຄ້າ​ຂອງຕົນ.


ຈົ່ງ​ສັດຊື່​ແລະ​ທ່ຽງທຳ ເມື່ອ​ພວກເຈົ້າ​ຕັດສິນ​ຄະດີ​ທາງ​ກົດໝາຍ; ຢ່າ​ສະແດງ​ຄວາມ​ເຫັນອົກ​ເຫັນໃຈ​ຄົນ​ຍາກຈົນ ແລະ​ຢ່າ​ສະແດງ​ຄວາມ​ຢ້ານກົວ​ຕໍ່​ຄົນ​ຮັ່ງມີ.


ແຕ່​ຈົ່ງ​ໃຫ້​ຄວາມ​ຍຸດຕິທຳ​ໄຫລ​ມາ​ດັ່ງ​ສາຍນໍ້າ ແລະ​ໃຫ້​ຄວາມ​ຊອບທຳ​ໄຫລ​ມາ​ດັ່ງ​ຫ້ວຍນໍ້າ​ທີ່​ບໍ່ມີ​ວັນ​ເຫືອດແຫ້ງ​ໄດ້.


ບໍ່ແມ່ນ​ດອກ ພຣະເຈົ້າຢາເວ​ໄດ້​ບອກ​ພວກເຮົາ​ວ່າ ແມ່ນ​ຫຍັງ​ເປັນ​ສິ່ງ​ທີ່​ດີ. ສິ່ງ​ທີ່​ພຣະອົງ​ຕ້ອງການ​ຈາກ​ພວກເຮົາ​ນັ້ນ​ແມ່ນ​ດັ່ງນີ້: ເຮັດ​ສິ່ງ​ທີ່​ຖືກຕ້ອງ, ສະແດງ​ຄວາມຮັກ​ອັນ​ໝັ້ນຄົງ ແລະ​ໃຊ້​ຊີວິດ​ໃນ​ຄວາມ​ສາມັກຄີທຳ​ກັບ​ພຣະເຈົ້າ​ຂອງ​ພວກເຮົາ​ດ້ວຍ​ຄວາມ​ຖ່ອມໃຈ.


ອັນນີ້ ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ຜ່ານ ທາງ​ຜູ້ທຳນວາຍ​ໃນ​ສະໄໝ​ກ່ອນ; ຄື​ສະໄໝ​ທີ່​ນະຄອນ​ເຢຣູຊາເລັມ​ໄດ້​ຈະເລີນ​ຮຸ່ງເຮືອງ​ແລະ​ເຕັມ​ໄປ​ດ້ວຍ​ຜູ້​ຄົນ ແລະ​ໃນ​ສະໄໝ​ທີ່​ຫລາຍ​ຄົນ​ໄດ້​ອາໄສ​ຢູ່ ບໍ່ແມ່ນແຕ່​ໃນ​ເມືອງ​ທີ່​ອ້ອມແອ້ມ​ເທົ່ານັ້ນ ແຕ່​ໃນ​ຂົງເຂດ​ທາງໃຕ້​ແລະ​ຕາມ​ຕີນ​ພູ​ທາງ​ພາກ​ຕາເວັນຕົກ​ດ້ວຍ.


ພຣະເຈົ້າຢາເວ​ໄດ້​ມອບ​ຖ້ອຍຄຳ​ນີ້​ໃຫ້​ແກ່​ເຊກາຣີຢາ​ວ່າ:


“ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ​ເອີຍ ຄົນ​ໜ້າຊື່​ໃຈຄົດ. ດ້ວຍວ່າ, ພວກເຈົ້າ​ແບ່ງ​ຜັກ​ຫອມ​ລາບ, ຜັກຊີ ແລະ​ຂີ້ໝິ້ນ​ເປັນ​ສິບ​ສ່ວນ ເອົາ​ສ່ວນ​ໜຶ່ງ​ເປັນ​ຂອງ​ຖວາຍ ແຕ່​ສ່ວນ​ຂໍ້​ສຳຄັນ​ຂອງ​ກົດບັນຍັດ ຄື​ຄວາມ​ຍຸດຕິທຳ, ຄວາມ​ເມດຕາ, ຄວາມ​ສັດຊື່​ນັ້ນ​ໄດ້​ປະ​ເສຍ ແມ່ນ​ສິ່ງ​ເຫຼົ່ານີ້​ແຫຼະ ທີ່​ພວກເຈົ້າ​ຄວນ​ປະຕິບັດ​ຢູ່​ໂດຍ​ບໍ່​ຕ້ອງ​ປະຖິ້ມ​ສິ່ງ​ອື່ນ​ນັ້ນ.


“ແຕ່​ວິບັດ​ແກ່​ເຈົ້າ ພວກ​ຟາຣີຊາຍ​ເອີຍ ພວກເຈົ້າ​ຖວາຍ​ໜຶ່ງສ່ວນສິບ ໃນ​ເຄື່ອງ​ປູກ​ຂອງ​ຝັງ​ຕາມ​ລະດູ​ການ​ແກ່​ພຣະເຈົ້າ ຄື​ຜັກ​ກ້ານກໍ່າ ຜັກ​ແພວ ແລະ​ຜັກ​ອື່ນໆ​ທຸກ​ຊະນິດ, ແຕ່​ພວກເຈົ້າ​ລະເລີຍ​ຄວາມ​ຍຸດຕິທຳ ແລະ​ຄວາມຮັກ​ຂອງ​ພຣະເຈົ້າ ແມ່ນ​ສິ່ງ​ນີ້​ແຫຼະ ທີ່​ພວກເຈົ້າ​ຄວນ​ປະຕິບັດ ໂດຍ​ບໍ່​ລະເລີຍ​ສິ່ງ​ອື່ນ​ດ້ວຍ.”


ຢ່າ​ຕັດສິນ​ຕາມ​ທີ່​ເຫັນ​ພາຍ​ນອກ ແຕ່​ຈົ່ງ​ຕັດສິນ​ຕາມ​ທາງ​ຍຸດຕິທຳ.”


“ຕາມ​ກົດບັນຍັດ​ຂອງ​ພວກເຮົາ​ແລ້ວ ພວກເຮົາ​ຈະ​ລົງໂທດ​ຄົນໃດ​ຄົນໜຶ່ງ​ບໍ່ໄດ້ ຈົນກວ່າ​ໄດ້​ຟັງ​ຄຳ​ໃຫ້​ການ​ຂອງ​ລາວ​ກ່ອນ ແລະ​ຮູ້​ວ່າ​ລາວ​ໄດ້​ເຮັດ​ຜິດ​ຢ່າງ​ໃດ​ແດ່.”


“ຖ້າ​ພວກເຈົ້າ​ເຫັນ​ງົວ​ຫລື​ແກະ​ຂອງ​ພີ່ນ້ອງ​ຊາວ​ອິດສະຣາເອນ​ຫລົງ​ມາ ຢ່າ​ໄດ້​ເຮັດ​ເມີນເສີຍ; ຈົ່ງ​ນຳ​ສັດ​ນັ້ນ​ກັບ​ໄປ​ສົ່ງ​ຄືນ​ໃຫ້​ເຈົ້າຂອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka