8 ພຣະເຈົ້າຢາເວໄດ້ມອບຖ້ອຍຄຳນີ້ໃຫ້ແກ່ເຊກາຣີຢາວ່າ:
ພວກຂ້ານ້ອຍບໍ່ໄດ້ຍອມຟັງຜູ້ທຳນວາຍ ຄືຜູ້ຮັບໃຊ້ຂອງພຣະອົງຜູ້ທີ່ເວົ້າໃນນາມຂອງພຣະອົງຕໍ່ບັນດາກະສັດບັນດາຜູ້ປົກຄອງ ບັນດາບັນພະບຸລຸດຂອງພວກຂ້ານ້ອຍ ແລະຊົນຊາດທັງໝົດຂອງພວກຂ້ານ້ອຍ.
ເມື່ອໂມເຊໄດ້ຍິນດັ່ງນັ້ນເພິ່ນກໍເຫັນດີນຳ.
ອັນນີ້ ແມ່ນສິ່ງທີ່ພຣະເຈົ້າຢາເວໄດ້ກ່າວຜ່ານ ທາງຜູ້ທຳນວາຍໃນສະໄໝກ່ອນ; ຄືສະໄໝທີ່ນະຄອນເຢຣູຊາເລັມໄດ້ຈະເລີນຮຸ່ງເຮືອງແລະເຕັມໄປດ້ວຍຜູ້ຄົນ ແລະໃນສະໄໝທີ່ຫລາຍຄົນໄດ້ອາໄສຢູ່ ບໍ່ແມ່ນແຕ່ໃນເມືອງທີ່ອ້ອມແອ້ມເທົ່ານັ້ນ ແຕ່ໃນຂົງເຂດທາງໃຕ້ແລະຕາມຕີນພູທາງພາກຕາເວັນຕົກດ້ວຍ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ດົນນານມາແລ້ວ ເຮົາໄດ້ມອບຂໍ້ຄຳສັ່ງເຫຼົ່ານີ້ໃຫ້ແກ່ປະຊາຊົນຂອງເຮົາ ດັ່ງນີ້: ‘ພວກເຈົ້າຕ້ອງໃຫ້ຄວາມຍຸດຕິທຳເກີດມີຂຶ້ນ ແລະຕ້ອງສະແດງຄວາມເມດຕາປານີຕໍ່ກັນແລະກັນ.