Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 7:7 - ພຣະຄຳພີສັກສິ

7 ອັນນີ້ ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ຜ່ານ ທາງ​ຜູ້ທຳນວາຍ​ໃນ​ສະໄໝ​ກ່ອນ; ຄື​ສະໄໝ​ທີ່​ນະຄອນ​ເຢຣູຊາເລັມ​ໄດ້​ຈະເລີນ​ຮຸ່ງເຮືອງ​ແລະ​ເຕັມ​ໄປ​ດ້ວຍ​ຜູ້​ຄົນ ແລະ​ໃນ​ສະໄໝ​ທີ່​ຫລາຍ​ຄົນ​ໄດ້​ອາໄສ​ຢູ່ ບໍ່ແມ່ນແຕ່​ໃນ​ເມືອງ​ທີ່​ອ້ອມແອ້ມ​ເທົ່ານັ້ນ ແຕ່​ໃນ​ຂົງເຂດ​ທາງໃຕ້​ແລະ​ຕາມ​ຕີນ​ພູ​ທາງ​ພາກ​ຕາເວັນຕົກ​ດ້ວຍ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 7:7
23 Jak'a apnaqawi uñst'ayäwi  

ບັດນີ້ ຈົ່ງ​ມາ​ຟັງ​ເຮົາ​ເທີ້ນ ໄພ່ພົນ​ຂອງເຮົາ​ເອີຍ ເຊີນ​ມາ​ຫາ​ເຮົາ​ແລະ​ພວກເຈົ້າ​ຈະ​ໄດ້​ຊີວິດ ເຮົາ​ຈະ​ເຮັດ​ພັນທະສັນຍາ​ກັບ​ພວກເຈົ້າ​ສືບໆໄປ ເຮົາ​ຈະ​ໃຫ້​ພອນ​ດັ່ງ​ທີ່​ເຮົາ​ໄດ້​ສັນຍາ​ກັບ​ດາວິດ.


ເມືອງ​ທາງ​ພາກໃຕ້​ຂອງ​ຢູດາຍ​ໄດ້​ຖືກ​ປິດລ້ອມ​ແລ້ວ ບໍ່ມີ​ຜູ້ໃດ​ເລີຍ​ລອດຊີວິດ​ມາ​ໄດ້. ປະຊາຊົນ​ຢູດາ​ລ້ວນແຕ່​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.”


ປະຊາຊົນ​ຈະ​ມາ​ຈາກ​ເມືອງ​ຂອງ​ຢູດາຍ ແລະ​ຈາກ​ບ້ານ​ອ້ອມແອ້ມ​ນະຄອນ​ເຢຣູຊາເລັມ ພວກເຂົາ​ຈະ​ມາ​ຈາກ​ເຂດແດນ​ຂອງ​ເບັນຢາມິນ, ຈາກ​ທິດ​ຕາເວັນຕົກ​ຂອງຕີນ​ພູ​ຕ່າງໆ, ຈາກ​ເຂດ​ເນີນພູ​ທັງຫລາຍ ແລະ​ຈາກ​ພາກໃຕ້​ຂອງ​ຢູດາຍ. ພວກເຂົາ​ຈະ​ນຳ​ເຄື່ອງ​ເຜົາບູຊາ ແລະ​ເຄື່ອງ​ບູຊາ, ພືດຜົນ​ເປັນເມັດ​ແລະ​ເຄື່ອງຫອມ, ຕະຫລອດ​ທັງ​ເຄື່ອງ​ຖວາຍ​ໂມທະນາ​ຂອບພຣະຄຸນ​ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ.


ພຣະອົງ​ໄດ້​ກ່າວ​ຕໍ່​ພວກເຈົ້າ ເມື່ອ​ຈະເລີນ​ຮຸ່ງເຮືອງ ແຕ່​ພວກເຈົ້າ​ບໍ່​ເຊື່ອຟັງ​ແລະ​ປະຕິເສດ​ມາ​ຕະຫລອດ. ນີ້​ຄື​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຮັດ​ໃນ​ຊີວິດ​ຕະຫລອດ​ມາ ພວກເຈົ້າ​ບໍ່ເຄີຍ​ເຊື່ອຟັງ​ພຣະອົງ.


ປະຊາຊົນ​ຈະ​ຊື້​ທົ່ງນາ​ເຫຼົ່ານັ້ນ ແລະ​ຈະ​ເຊັນ​ຊື່​ທັງ​ປະທັບຕາ​ໃນ​ໃບຕາດິນ ແລະ​ມີ​ຫຼັກຖານ​ພະຍານ​ດ້ວຍ. ເຫດການ​ນີ້​ຈະ​ເກີດຂຶ້ນ​ໃນ​ເຂດແດນ​ຂອງ​ເບັນຢາມິນ, ໃນ​ໝູ່ບ້ານ​ອ້ອມແອ້ມ​ນະຄອນ​ເຢຣູຊາເລັມ, ໃນ​ເມືອງ​ຕ່າງໆ​ຂອງ​ຢູດາຍ ແລະ​ໃນ​ເມືອງ​ຕ່າງໆ​ຕາມ​ເຂດ​ເນີນພູ, ທີ່​ຕີນ​ພູ​ຕ່າງໆ ແລະ​ທາງ​ພາກໃຕ້​ຂອງ​ຢູດາຍ. ເຮົາ​ຈະ​ປົວແປງ​ປະຊາຊົນ​ຂອງເຮົາ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ຂຶ້ນໃໝ່.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ຕາມ​ເມືອງ​ຕ່າງໆ​ແລະ​ຕາມ​ເຂດ​ເນີນພູ, ຕາມ​ຕີນ​ພູ​ຕ່າງໆ ແລະ​ທາງ​ພາກໃຕ້​ຂອງ​ຢູດາຍ, ໃນ​ເຂດແດນ​ຂອງ​ເບັນຢາມິນ, ໃນ​ໝູ່ບ້ານ​ຢູ່​ອ້ອມແອ້ມ​ນະຄອນ​ເຢຣູຊາເລັມ ແລະ​ໃນ​ເມືອງ​ຕ່າງໆ​ຂອງ​ຢູດາຍ, ພວກ​ລ້ຽງແກະ​ຈະ​ນັບເບິ່ງ​ຝູງແກະ​ຂອງ​ພວກເຂົາ​ອີກ​ເທື່ອໜຶ່ງ.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ເຮົາ​ໄດ້​ສືບຕໍ່​ສົ່ງ​ພວກ​ຜູ້ທຳນວາຍ ຄື​ຜູ້ຮັບໃຊ້​ຂອງເຮົາ​ມາ​ຫາ​ພວກເຈົ້າ ເພື່ອ​ບອກ​ພວກເຈົ້າ​ບໍ່​ໃຫ້​ເຮັດ​ສິ່ງ​ທີ່​ໜ້າກຽດຊັງ​ທີ່​ເຮົາ​ບໍ່​ມັກ​ນັ້ນ.


ແຕ່​ໄດ້​ສັ່ງ​ພວກເຂົາ​ໃຫ້​ເຊື່ອຟັງ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ໄດ້​ເປັນ​ປະຊາຊົນ​ຂອງເຮົາ. ແລະ​ເຮົາ​ກໍໄດ້​ບອກ​ພວກເຂົາ​ໃຫ້​ດຳເນີນ​ຊີວິດ​ຕາມ​ທີ່​ເຮົາ​ໄດ້​ສັ່ງ​ນັ້ນ ເພື່ອ​ພວກເຂົາ​ຈະ​ໄດ້​ຢູ່ເຢັນ​ເປັນສຸກ.


ຈົ່ງ​ປ່ຽນ​ທາງ​ດຳເນີນ​ຊີວິດ ແລະ​ການ​ກະທຳ​ຂອງ​ພວກເຈົ້າ​ສາ. ຈົ່ງ​ປະຕິບັດ​ຕໍ່​ກັນແລະກັນ​ຢ່າງ​ຍຸດຕິທຳ.


ແລະ​ຈິດໃຈ​ຂອງ​ພວກເຂົາ​ກໍ​ແຂງ​ດັ່ງ​ຫີນ ຈຶ່ງ​ບໍ່​ຟັງ​ກົດບັນຍັດ ແລະ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ສົ່ງ​ໄປ​ໂດຍ​ພຣະວິນຍານ​ຂອງ​ພຣະອົງ​ຜ່ານ​ທາງ​ບັນດາ​ຜູ້ທຳນວາຍ​ແຕ່ກ່ອນ. ເພາະສະນັ້ນ ຄວາມ​ໂກດຮ້າຍ​ອັນໃຫຍ່​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈຶ່ງ​ໄດ້​ມາເຖິງ​ພວກເຂົາ.


ເມື່ອ​ພວກເຈົ້າ​ກິນ​ແລະ​ດື່ມ​ນັ້ນ ກໍ​ເພື່ອ​ໃຫ້​ອີ່ມໜຳ​ສຳລານ​ໃຈ​ຂອງ​ພວກເຈົ້າ​ເທົ່ານັ້ນ.”’


ພຣະເຈົ້າຢາເວ​ໄດ້​ມອບ​ຖ້ອຍຄຳ​ນີ້​ໃຫ້​ແກ່​ເຊກາຣີຢາ​ວ່າ:


ເຂດແດນ​ທາງ​ພາກ​ໃຕ້​ຂອງ​ຢູດາ ແລະ​ທົ່ງ​ຮາບພຽງ ແຕ່​ເມືອງ​ໂຊອາ​ຈົນ​ໄປ​ເຖິງ​ເມືອງ​ເຢຣິໂກ ເມືອງ​ກົກຕານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka