Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 7:6 - ພຣະຄຳພີສັກສິ

6 ເມື່ອ​ພວກເຈົ້າ​ກິນ​ແລະ​ດື່ມ​ນັ້ນ ກໍ​ເພື່ອ​ໃຫ້​ອີ່ມໜຳ​ສຳລານ​ໃຈ​ຂອງ​ພວກເຈົ້າ​ເທົ່ານັ້ນ.”’

Uka jalj uñjjattʼäta Copia luraña




ເຊກາຣີຢາ 7:6
15 Jak'a apnaqawi uñst'ayäwi  

ສະນັ້ນ ພວກເຂົາ​ຈຶ່ງ​ສຸກໃຈ​ຫລາຍ​ໃນ​ມື້​ນັ້ນ ໃນ​ເມື່ອ​ໄດ້​ກິນ​ແລະ​ໄດ້​ດື່ມ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ. ອັນນີ້​ເປັນ​ເທື່ອ​ທີ​ສອງ ທີ່​ພວກເຂົາ​ໄດ້​ປະກາດ​ແຕ່ງຕັ້ງ​ໂຊໂລໂມນ​ໃຫ້​ຂຶ້ນ​ເປັນ​ກະສັດ. ໃນ​ນາມ​ຂອງ​ພຣະເຈົ້າຢາເວ ພວກເຂົາ​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ​ເຈີມ​ໂຊໂລໂມນ​ໃຫ້​ຂຶ້ນ​ເປັນ​ຜູ້ປົກຄອງ​ຂອງ​ພວກເຂົາ ແລະ​ແຕ່ງຕັ້ງ​ຊາດົກ​ໃຫ້​ເປັນ​ປະໂຣຫິດ​ຂອງ​ພວກເຂົາ.


ພວກເຈົ້າ​ບໍ່ໄດ້​ນຳ​ແກະ​ມາ​ຂ້າ​ຖວາຍບູຊາ​ເຮົາ​ເລີຍ ບໍ່ໄດ້​ໃຫ້ກຽດ​ເຮົາ​ດ້ວຍ​ເຄື່ອງບູຊາ​ຂອງ​ພວກເຈົ້າ. ເຮົາ​ບໍ່ໄດ້​ໃຫ້​ພາລະໜັກ​ໂດຍ​ຖາມ​ເອົາ​ເຄື່ອງບູຊາ ຫລື​ໃຫ້​ອິດເມື່ອຍ​ໂດຍ​ຖາມ​ຫາ​ເຄື່ອງຫອມ​ບູຊາ​ອີກ.


ປະຊາຊົນ​ຖາມ​ວ່າ, “ເປັນຫຍັງ​ພວກເຮົາ​ຈຶ່ງ​ຕ້ອງ​ຖືສິນ​ອົດອາຫານ ໃນ​ເມື່ອ​ພຣະອົງ​ບໍ່ໄດ້​ສັງເກດ​ເຫັນ? ເປັນຫຍັງ​ພວກເຮົາ​ຈຶ່ງ​ຕ້ອງ​ອົດ​ບໍ່​ກິນ​ເຂົ້າ ໃນ​ເມື່ອ​ພຣະອົງ​ບໍ່ໄດ້​ເອົາໃຈໃສ່?” ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ພວກເຂົາ​ວ່າ, “ຄວາມຈິງ​ກໍ​ຄື​ວ່າ​ໃນ​ເວລາ​ທີ່​ພວກເຈົ້າ​ຖືສິນ​ອົດອາຫານ​ນັ້ນ ພວກເຈົ້າ​ເຫັນແກ່ໄດ້ ແລະ​ກົດຂີ່​ຄົນງານ​ຂອງ​ພວກເຈົ້າ.


ພວກເຂົາ​ເຜົາ​ຖວາຍບູຊາ​ແກ່​ເຮົາ ແລະ​ກິນ​ຊີ້ນ​ທີ່​ໄດ້​ບູຊາ​ນັ້ນ. ແຕ່​ພຣະເຈົ້າຢາເວ​ບໍ່​ພໍໃຈ​ກັບ​ພວກເຂົາ; ມາບັດນີ້ ເຮົາ​ຈະ​ຈົດຈຳ​ການບາບ​ຂອງ​ພວກເຂົາ ແລະ​ລົງໂທດ​ພວກເຂົາ​ຍ້ອນ​ການບາບ​ນັ້ນ; ເຮົາ​ຈະ​ສົ່ງ​ພວກເຂົາ​ກັບຄືນ​ໄປ​ປະເທດ​ເອຢິບ.


ຢູ່​ໃນ​ດິນແດນ​ຕ່າງ​ປະເທດ​ເຫຼົ່ານັ້ນ ພວກເຂົາ​ຈະ​ບໍ່​ສາມາດ​ເຮັດ​ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ພຣະເຈົ້າຢາເວ ຫລື​ນຳ​ເຄື່ອງ​ເຜົາບູຊາ​ໄປ​ຖວາຍ​ແກ່​ພຣະອົງ​ໄດ້. ອາຫານ​ຂອງ​ພວກເຂົາ​ຈະ​ເຮັດ​ໃຫ້​ທຸກຄົນ​ທີ່​ກິນ​ເປັນ​ມົນທິນ ຄື​ອາຫານ​ທີ່​ກິນ​ໃນ​ພິທີສົບ. ອາຫານ​ນີ້​ຈະ​ກິນ​ແກ້​ຄວາມຫິວ​ຂອງ​ພວກເຂົາ​ເທົ່ານັ້ນ; ແລະ​ຈະ​ຖືກ​ນຳ​ໄປ​ຖວາຍ​ເປັນ​ເຄື່ອງ​ບູຊາ​ໃນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ​ບໍ່ໄດ້.


ຊົງ​ກ່າວ​ວ່າ, “ຈົ່ງ​ບອກ​ປະຊາຊົນ​ໃນ​ດິນແດນ​ນີ້​ແລະ​ພວກ​ປະໂຣຫິດ​ວ່າ, ‘ເມື່ອ​ພວກເຈົ້າ​ໄວ້ທຸກ ແລະ​ຖືສິນ​ອົດອາຫານ​ໃນ​ເດືອນ​ທີ​ຫ້າ ແລະ​ໃນ​ເດືອນ​ທີ​ເຈັດ ຕະຫລອດ​ເຈັດສິບ​ປີ​ນັ້ນ ບໍ່ໄດ້​ເປັນ​ການ​ໃຫ້ກຽດ​ເຮົາ​ເລີຍ.


ອັນນີ້ ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ຜ່ານ ທາງ​ຜູ້ທຳນວາຍ​ໃນ​ສະໄໝ​ກ່ອນ; ຄື​ສະໄໝ​ທີ່​ນະຄອນ​ເຢຣູຊາເລັມ​ໄດ້​ຈະເລີນ​ຮຸ່ງເຮືອງ​ແລະ​ເຕັມ​ໄປ​ດ້ວຍ​ຜູ້​ຄົນ ແລະ​ໃນ​ສະໄໝ​ທີ່​ຫລາຍ​ຄົນ​ໄດ້​ອາໄສ​ຢູ່ ບໍ່ແມ່ນແຕ່​ໃນ​ເມືອງ​ທີ່​ອ້ອມແອ້ມ​ເທົ່ານັ້ນ ແຕ່​ໃນ​ຂົງເຂດ​ທາງໃຕ້​ແລະ​ຕາມ​ຕີນ​ພູ​ທາງ​ພາກ​ຕາເວັນຕົກ​ດ້ວຍ.


ເຫດສະນັ້ນ ເມື່ອ​ເຈົ້າ​ທັງຫລາຍ​ຈະ​ກິນ ຈະ​ດື່ມ ຫລື​ຈະ​ເຮັດ​ສິ່ງໃດ​ກໍດີ ຈົ່ງ​ເຮັດ​ທຸກສິ່ງ​ເພື່ອ​ຖວາຍ​ພຣະກຽດ​ແດ່​ພຣະເຈົ້າ.


ທີ່​ນັ້ນ​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ອວຍພອນ​ພວກເຈົ້າ. ພວກເຈົ້າ​ພ້ອມ​ທັງ​ຄອບຄົວ​ຈະ​ກິນ ແລະ​ຊົມຊື່ນ​ຍິນດີ​ກັບ​ສິ່ງ​ດີ​ນາໆ​ປະການ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ອວຍພອນ​ໃຫ້.


ແລ້ວ​ຈົ່ງ​ຊື້​ສິ່ງ​ທີ່​ພວກເຈົ້າ​ຕ້ອງການ ເຊັ່ນ: ງົວ, ແກະ, ເຫຼົ້າ​ອະງຸ່ນ ແລະ​ເຄື່ອງດື່ມ​ອື່ນໆ. ໃຫ້​ພວກເຈົ້າ​ກັບ​ໄທເຮືອນ​ຂອງ​ພວກເຈົ້າ​ກິນ​ແລະ​ດື່ມ​ຢ່າງ​ຊົມຊື່ນ​ຍິນດີ ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃນ​ທີ່ນັ້ນ.


ແລະ​ເມື່ອ​ເຈົ້າ​ທັງຫລາຍ​ຈະ​ເຮັດ​ສິ່ງໃດ​ດ້ວຍ​ວາຈາ ຫລື​ດ້ວຍ​ການ​ກະທຳ​ກໍຕາມ, ຈົ່ງ​ເຮັດ​ທຸກສິ່ງ​ໃນ​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ ແລະ​ຂອບພຣະຄຸນ​ພຣະບິດາເຈົ້າ​ໂດຍ​ພຣະອົງ​ນັ້ນ.


ແຕ່​ພຣະເຈົ້າຢາເວ​ກ່າວ​ຕໍ່​ເພິ່ນ​ວ່າ, “ຢ່າ​ໄດ້​ສົນໃຈ​ນຳ​ຄວາມສູງ ແລະ​ຄວາມງາມ​ຂອງ​ລາວ​ເລີຍ. ເຮົາ​ບໍ່​ຮັບ​ເອົາ​ລາວ​ເພາະ​ການ​ເບິ່ງ​ຂອງ​ພຣະເຈົ້າຢາເວ​ບໍ່​ຄື​ການ​ເບິ່ງ​ຂອງ​ມະນຸດ. ມະນຸດ​ເບິ່ງ​ພາຍນອກ​ແຕ່​ພຣະເຈົ້າຢາເວ​ເບິ່ງ​ພາຍໃນ​ຈິດໃຈ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka