Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 7:5 - ພຣະຄຳພີສັກສິ

5 ຊົງ​ກ່າວ​ວ່າ, “ຈົ່ງ​ບອກ​ປະຊາຊົນ​ໃນ​ດິນແດນ​ນີ້​ແລະ​ພວກ​ປະໂຣຫິດ​ວ່າ, ‘ເມື່ອ​ພວກເຈົ້າ​ໄວ້ທຸກ ແລະ​ຖືສິນ​ອົດອາຫານ​ໃນ​ເດືອນ​ທີ​ຫ້າ ແລະ​ໃນ​ເດືອນ​ທີ​ເຈັດ ຕະຫລອດ​ເຈັດສິບ​ປີ​ນັ້ນ ບໍ່ໄດ້​ເປັນ​ການ​ໃຫ້ກຽດ​ເຮົາ​ເລີຍ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 7:5
27 Jak'a apnaqawi uñst'ayäwi  

ເມື່ອ​ພວກ​ນາຍ​ທະຫານ ແລະ​ພົນທະຫານ​ຢູດາ​ທີ່​ບໍ່ໄດ້​ຍອມ​ຈຳນົນ ໄດ້ຍິນ​ເຖິງ​ເລື່ອງ​ນີ້ ພວກເຂົາ​ກໍ​ໄປ​ສົມທົບ​ກັບ​ເກດາລີຢາ​ທີ່​ເມືອງ​ມີຊະປາ. ພວກ​ນາຍ​ທະຫານ​ນີ້​ມີ​ດັ່ງນີ້: ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ, ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ, ເສຣາອີຢາ​ລູກຊາຍ​ຂອງ​ຕັນຮູເມັດ​ຊາວ​ເມືອງ​ເນໂຕຟາ ແລະ​ຢາອາຊານີຢາ ຊາວ​ເມືອງ​ມາອາກາ.


ແຕ່​ໃນ​ເດືອນ​ທີ​ເຈັດ​ຂອງ​ປີ​ນັ້ນ ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ ແລະ​ຫລານຊາຍ​ຂອງ​ເອລີຊາມາ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ກະສັດ​ພ້ອມ​ທັງ​ທະຫານ​ສິບ​ຄົນ​ໄດ້​ເຂົ້າ​ໄປ​ໃນ​ເມືອງ​ມີຊະປາ ແລະ​ໂຈມຕີ​ເກດາລີຢາ​ແລ້ວ​ຂ້າ​ເພິ່ນ​ເສຍ. ລາວ​ຍັງ​ໄດ້​ຂ້າ​ຊາວ​ອິດສະຣາເອນ​ແລະ​ຊາວ​ບາບີໂລນ​ທີ່​ຢູ່​ໃນ​ບ່ອນ​ນັ້ນ​ດ້ວຍ.


ພວກເຈົ້າ​ບໍ່ໄດ້​ນຳ​ແກະ​ມາ​ຂ້າ​ຖວາຍບູຊາ​ເຮົາ​ເລີຍ ບໍ່ໄດ້​ໃຫ້ກຽດ​ເຮົາ​ດ້ວຍ​ເຄື່ອງບູຊາ​ຂອງ​ພວກເຈົ້າ. ເຮົາ​ບໍ່ໄດ້​ໃຫ້​ພາລະໜັກ​ໂດຍ​ຖາມ​ເອົາ​ເຄື່ອງບູຊາ ຫລື​ໃຫ້​ອິດເມື່ອຍ​ໂດຍ​ຖາມ​ຫາ​ເຄື່ອງຫອມ​ບູຊາ​ອີກ.


ປະຊາຊົນ​ຖາມ​ວ່າ, “ເປັນຫຍັງ​ພວກເຮົາ​ຈຶ່ງ​ຕ້ອງ​ຖືສິນ​ອົດອາຫານ ໃນ​ເມື່ອ​ພຣະອົງ​ບໍ່ໄດ້​ສັງເກດ​ເຫັນ? ເປັນຫຍັງ​ພວກເຮົາ​ຈຶ່ງ​ຕ້ອງ​ອົດ​ບໍ່​ກິນ​ເຂົ້າ ໃນ​ເມື່ອ​ພຣະອົງ​ບໍ່ໄດ້​ເອົາໃຈໃສ່?” ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ພວກເຂົາ​ວ່າ, “ຄວາມຈິງ​ກໍ​ຄື​ວ່າ​ໃນ​ເວລາ​ທີ່​ພວກເຈົ້າ​ຖືສິນ​ອົດອາຫານ​ນັ້ນ ພວກເຈົ້າ​ເຫັນແກ່ໄດ້ ແລະ​ກົດຂີ່​ຄົນງານ​ຂອງ​ພວກເຈົ້າ.


ດິນແດນ​ທັງໝົດ​ນີ້​ຈະ​ຖືກ​ປະປ່ອຍ​ໃຫ້​ຮົກຮ້າງ​ເພພັງ ຊຶ່ງ​ຈະ​ເປັນ​ສະພາບ​ຕົກ​ສະທ້ານ​ຢ້ານກົວ​ໃຈ​ຫລາຍ​ເມື່ອ​ໄດ້​ພົບເຫັນ; ແລະ​ປະເທດ​ໃກ້ຄຽງ​ຈະ​ຮັບໃຊ້​ກະສັດ​ແຫ່ງ​ບາບີໂລນ​ເປັນ​ເວລາ​ເຈັດສິບ​ປີ.


ພຣະເຈົ້າຢາເວ​ກ່າວ​ວ່າ, ‘ເມື່ອ​ຢູ່​ນະຄອນ​ບາບີໂລນ​ຄົບ​ເຈັດສິບ​ປີ ແລ້ວ​ເຮົາ​ກໍ​ຈະ​ສະແດງ​ຄວາມ​ຫ່ວງໃຍ​ຂອງເຮົາ​ສຳລັບ​ພວກເຈົ້າ ທັງ​ຈະ​ຮັກສາ​ຄຳສັນຍາ​ຂອງເຮົາ​ທີ່​ວ່າ ຈະ​ນຳ​ພວກເຈົ້າ​ກັບຄືນ​ມາ​ສູ່​ບ້ານເກີດ​ເມືອງນອນ.


ໃນ​ວັນ​ທີ​ສິບ​ຂອງ​ເດືອນ​ທີ​ຫ້າ ແຫ່ງ​ຣາຊການ​ປີ​ທີ​ສິບເກົ້າ ຂອງ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ; ເນບູຊາຣາດານ​ທີ່ປຶກສາ​ຂອງ​ກະສັດ​ທັງ​ເປັນ​ຜູ້​ບັນຊາການ​ກອງທັບ​ໄດ້​ເຂົ້າ​ມາ​ນະຄອນ​ເຢຣູຊາເລັມ.


ຂ້າພະເຈົ້າ​ໄດ້​ເຂົ້າໃຈ​ຈຳນວນ​ປີ​ໃນ​ໜັງສື​ຕ່າງໆ​ທີ່​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ກັບ​ຜູ້ທຳນວາຍ​ເຢເຣມີຢາ​ວ່າ ນະຄອນ​ເຢຣູຊາເລັມ​ຕ້ອງ​ຕົກ​ໃນ​ສະພາບ​ຮົກຮ້າງ​ເພພັງ​ເປັນ​ເວລາ​ເຈັດສິບ​ປີ.


ພວກເຂົາ​ບໍ່ໄດ້​ພາວັນນາ​ອະທິຖານ​ຫາ​ເຮົາ​ດ້ວຍ​ຄວາມ​ຈິງໃຈ; ແຕ່​ໄດ້​ນອນ​ລົງ​ແລະ​ຮ້ອງໄຫ້​ຄໍ່າຄວນ​ດັ່ງ​ຄົນ​ບໍ່​ນັບຖື​ພຣະເຈົ້າ. ເມື່ອ​ພາວັນນາ​ອະທິຖານ​ຂໍ​ເຂົ້າ​ສາລີ​ແລະ​ເຫຼົ້າ​ອະງຸ່ນ​ນັ້ນ ພວກເຂົາ​ກໍ​ປາດເນື້ອ​ເຖືອໜັງ​ຕົນເອງ ຄື​ກັບ​ຄົນ​ບໍ່​ນັບຖື. ພວກເຂົາ​ເປັນ​ກະບົດ​ຕໍ່​ເຮົາ.


ແລ້ວ​ເທວະດາ​ຂອງ​ພຣະເຈົ້າຢາເວ​ກໍ​ກ່າວ​ວ່າ, “ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ເອີຍ ພຣະອົງ​ໄດ້​ໂກດຮ້າຍ​ນະຄອນ​ເຢຣູຊາເລັມ ແລະ​ເມືອງ​ຂອງ​ຢູດາຍ​ເຖິງ​ເຈັດສິບ​ປີ​ແລ້ວ. ຈະ​ຍັງ​ອີກ​ດົນນານ​ປານໃດ ກ່ອນ​ທີ່​ພຣະອົງ​ຈະ​ໂຜດ​ເມດຕາ​ພວກເຂົາ?”


ແລະ​ເພື່ອ​ຖາມ​ບັນດາ​ປະໂຣຫິດ​ຕະຫລອດ​ທັງ​ຜູ້ທຳນວາຍ​ວ່າ: “ພວກ​ຂ້ານ້ອຍ​ທັງຫລາຍ​ຈະ​ຕ້ອງ​ສືບຕໍ່​ໄວ້ທຸກ​ແລະ​ຖືສິນ​ອົດອາຫານ ເພາະ​ວິຫານ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຖືກ​ທຳລາຍ​ໃນ​ເດືອນ​ທີ​ຫ້າ ຕາມ​ທີ່​ພວກ​ຂ້ານ້ອຍ​ເຄີຍ​ປະຕິບັດ​ມາ​ເປັນ​ເວລາ​ຫລາຍ​ປີ​ນັ້ນ​ບໍ?”


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ທີ່​ໄດ້​ມອບ​ໃຫ້​ແກ່​ຂ້າພະເຈົ້າ.


ເມື່ອ​ພວກເຈົ້າ​ກິນ​ແລະ​ດື່ມ​ນັ້ນ ກໍ​ເພື່ອ​ໃຫ້​ອີ່ມໜຳ​ສຳລານ​ໃຈ​ຂອງ​ພວກເຈົ້າ​ເທົ່ານັ້ນ.”’


“ການ​ຖືສິນ​ອົດອາຫານ​ໃນ​ເດືອນ​ທີ​ສີ່, ທີ​ຫ້າ, ທີ​ເຈັດ ແລະ​ທີ​ສິບ​ນັ້ນ ຈະ​ເປັນ​ມື້​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ສຳລັບ​ປະຊາຊົນ​ຢູດາ. ພວກເຈົ້າ​ຕ້ອງ​ຮັກ​ຄວາມຈິງ​ແລະ​ຄວາມ​ສະຫງົບສຸກ.”


ພວກເຂົາ​ເຮັດ​ທຸກໆ​ຢ່າງ ເພື່ອ​ໃຫ້​ຄົນ​ເຫັນ​ພວກເຂົາ, ມີ​ແອບ​ໜັງ​ທີ່​ບັນຈຸ​ຂໍ້​ພຣະຄຳພີ​ມັດ​ໄວ້​ທີ່​ໜ້າຜາກ ແລະ​ທີ່​ແຂນ​ຂອງ​ພວກເຂົາ ສ່ວນ​ຍອຍ​ແຄມ​ເສື້ອຄຸມ ຂອງ​ພວກເຂົາ​ກໍ​ເຮັດ​ໃຫ້​ຍາວ​ອອກ​ໄປ


“ເມື່ອ​ເຈົ້າ​ທັງຫລາຍ​ຖືສິນ​ອົດອາຫານ ຢ່າ​ເຮັດ​ສີ​ໜ້າ​ເສົ້າໝອງ​ເໝືອນ​ດັ່ງ​ຄົນ​ໜ້າຊື່​ໃຈຄົດ. ດ້ວຍວ່າ, ເຂົາ​ເຮັດ​ສີ​ໜ້າ​ເສົ້າໝອງ ເພື່ອ​ໃຫ້​ຄົນ​ທັງຫລາຍ​ເຫັນ​ວ່າ​ພວກ​ຕົນ​ຖືສິນ​ອົດອາຫານ. ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ ພວກເຂົາ​ໄດ້​ຮັບ​ບຳເໜັດ​ແລ້ວ.


ດັ່ງນັ້ນ ເມື່ອ​ເຈົ້າ​ໃຫ້​ທານ​ຢ່າ​ສູ່​ເປົ່າແກ​ໄປ​ກ່ອນ​ໜ້າ​ເຈົ້າ ເໝືອນ​ດັ່ງ​ຄົນ​ໜ້າຊື່​ໃຈຄົດ​ມັກ​ເຮັດ​ໃນ​ທຳມະສາລາ​ແລະ​ຕາມ​ຖະໜົນ​ຫົນທາງ ເພື່ອ​ໃຫ້​ຄົນ​ຊົມເຊີຍ ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ ພວກເຂົາ​ໄດ້​ຮັບ​ບຳເໜັດ​ແລ້ວ.


“ເມື່ອ​ເຈົ້າ​ທັງຫລາຍ​ພາວັນນາ​ອະທິຖານ ຢ່າ​ເຮັດ​ເໝືອນ​ຄົນ​ໜ້າຊື່​ໃຈຄົດ ພວກເຂົາ​ມັກ​ຢືນ​ພາວັນນາ​ອະທິຖານ​ໃນ​ທຳມະສາລາ ແລະ​ຕາມ​ແຈ​ຖະໜົນ​ຫົນທາງ ເພື່ອ​ໃຫ້​ຄົນ​ເຫັນ​ພວກເຂົາ, ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ພວກເຂົາ​ໄດ້​ຮັບ​ບຳເໜັດ​ແລ້ວ.


ເຫດສະນັ້ນ ເມື່ອ​ເຈົ້າ​ທັງຫລາຍ​ຈະ​ກິນ ຈະ​ດື່ມ ຫລື​ຈະ​ເຮັດ​ສິ່ງໃດ​ກໍດີ ຈົ່ງ​ເຮັດ​ທຸກສິ່ງ​ເພື່ອ​ຖວາຍ​ພຣະກຽດ​ແດ່​ພຣະເຈົ້າ.


ແລະ​ພຣະອົງ​ໄດ້​ຕາຍ​ແທນ​ຄົນ​ທັງປວງ ເພື່ອ​ວ່າ​ພວກ​ທີ່​ມີ​ຊີວິດ​ຢູ່​ນັ້ນ ຈະ​ບໍ່​ໃຊ້​ຊີວິດ​ຢູ່​ເພື່ອ​ຕົນເອງ​ອີກ​ຕໍ່ໄປ, ແຕ່​ເພື່ອ​ພຣະອົງ​ຜູ້​ທີ່​ໄດ້​ຕາຍ ແລະ​ໄດ້​ເປັນ​ຄືນ​ມາ​ຈາກ​ຕາຍ ເພາະ​ເຫັນແກ່​ເຂົາ​ທັງຫລາຍ.


ບໍ່​ວ່າ​ຈະ​ເຮັດ​ສິ່ງໃດ​ກໍຕາມ ຈົ່ງ​ເຮັດ​ສິ່ງ​ນັ້ນ​ດ້ວຍ​ຄວາມ​ເຕັມໃຈ ເໝືອນ​ເຮັດ​ຖວາຍ​ກຽດ​ແກ່​ອົງພຣະ​ຜູ້​ເປັນເຈົ້າ ແລະ​ບໍ່ແມ່ນ​ເຮັດ​ສຳລັບ​ມະນຸດ​ເທົ່ານັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka