4 ຕໍ່ໄປນີ້ແມ່ນຖ້ອຍຄຳຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ທີ່ໄດ້ມອບໃຫ້ແກ່ຂ້າພະເຈົ້າ.
ເຫດສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ກຳລັງຈະສົ່ງພະຍາດໂຣຄາ ມາລົງໂທດຄົນທີ່ຢູ່ດີກິນດີ. ໃນຕົນຕົວຂອງເຂົານັ້ນຈະມີໄຟທີ່ໄໝ້ຢູ່ແລະເຜົາຜານ.
ແລະເພື່ອຖາມບັນດາປະໂຣຫິດຕະຫລອດທັງຜູ້ທຳນວາຍວ່າ: “ພວກຂ້ານ້ອຍທັງຫລາຍຈະຕ້ອງສືບຕໍ່ໄວ້ທຸກແລະຖືສິນອົດອາຫານ ເພາະວິຫານຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຖືກທຳລາຍໃນເດືອນທີຫ້າ ຕາມທີ່ພວກຂ້ານ້ອຍເຄີຍປະຕິບັດມາເປັນເວລາຫລາຍປີນັ້ນບໍ?”
ຊົງກ່າວວ່າ, “ຈົ່ງບອກປະຊາຊົນໃນດິນແດນນີ້ແລະພວກປະໂຣຫິດວ່າ, ‘ເມື່ອພວກເຈົ້າໄວ້ທຸກ ແລະຖືສິນອົດອາຫານໃນເດືອນທີຫ້າ ແລະໃນເດືອນທີເຈັດ ຕະຫລອດເຈັດສິບປີນັ້ນ ບໍ່ໄດ້ເປັນການໃຫ້ກຽດເຮົາເລີຍ.