Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 7:2 - ພຣະຄຳພີສັກສິ

2 ປະຊາຊົນ​ແຫ່ງ​ເມືອງ​ເບັດເອນ​ໄດ້​ໃຊ້​ຊາເຣເຊ​ແລະ​ເຣເກມ​ເມເຫລັກ ພ້ອມ​ດ້ວຍ​ຄົນ​ຂອງຕົນ ມາ​ທີ່​ວິຫານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ເພື່ອ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ

Uka jalj uñjjattʼäta Copia luraña




ເຊກາຣີຢາ 7:2
11 Jak'a apnaqawi uñst'ayäwi  

ກະສັດ​ເຢໂຣໂບອາມ​ໄດ້​ກ່າວ​ແກ່​ຜູ້ທຳນວາຍ​ວ່າ, “ກະລຸນາ​ພາວັນນາ​ອະທິຖານ​ຂໍ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ໃຫ້​ຮັກສາ​ແຂນ​ຂອງເຮົາ​ໃຫ້​ດີ​ແດ່ທ້ອນ.” ຄົນ​ຂອງ​ພຣະເຈົ້າ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ແລະ​ແຂນ​ຂອງ​ກະສັດ​ກໍດີ​ເປັນ​ປົກກະຕິ​ເໝືອນເດີມ.


ເບັດເອນ ແລະ​ອາອີ - 223 ຄົນ


ການ​ເຮັດ​ຢ່າງ​ນີ້ ກໍ​ເພື່ອ​ພວກເຂົາ​ຈະ​ໄດ້​ຖວາຍ​ເຄື່ອງ​ບູຊາ​ໃຫ້​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ​ແຫ່ງ​ສະຫວັນ ແລະ​ໃຫ້​ພາວັນນາ​ອະທິຖານ​ຂໍ​ພຣະພອນ​ຈາກ​ພຣະເຈົ້າ​ສຳລັບ​ເຮົາ​ແລະ​ສຳລັບ​ບັນດາ​ພວກ​ລູກຊາຍ​ຂອງເຮົາ​ດ້ວຍ.


ແຕ່​ໂມເຊ​ໄດ້​ວິງວອນ​ຂໍ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຕົນ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ເປັນຫຍັງ​ພຣະອົງ​ຈຶ່ງ​ໂກດຮ້າຍ​ຢ່າງ​ຮຸນແຮງ​ຕໍ່​ປະຊາຊົນ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ໄດ້​ຊ່ວຍ​ກູ້​ເອົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ດ້ວຍ​ຣິດເດດ​ອຳນາດ​ອັນ​ຍິ່ງໃຫຍ່​ແລະ​ມະຫັດສະຈັນ​ຂອງ​ພຣະອົງ?


ຝູງແກະ​ທັງໝົດ​ຂອງ​ເນບາໂຢດ​ແລະ​ເກດາ ຈະ​ຖືກ​ນຳ​ມາ​ຖວາຍ​ເປັນ​ເຄື່ອງບູຊາ​ແກ່​ເຈົ້າ ແລະ​ຖວາຍ​ທີ່​ເທິງ​ແທ່ນ​ບູຊາ ພຣະອົງ​ຈະ​ເຮັດ​ໃຫ້​ວິຫານ​ຂອງ​ພຣະອົງ​ຮຸ່ງເຮືອງ​ຍິ່ງໆ​ຂຶ້ນ.


ກະສັດ​ເຮເຊກີຢາ​ແລະ​ປະຊາຊົນ​ຢູດາ​ບໍ່ໄດ້​ປະຫານ​ຊີວິດ​ມີກາ. ແຕ່​ເຈົ້າ​ເຮເຊກີຢາ​ກັບ​ໄດ້​ຢຳເກງ​ພຣະເຈົ້າຢາເວ ແລະ​ໄດ້​ພະຍາຍາມ​ປະພຶດ​ຕົນ​ໃຫ້​ພຣະອົງ​ພໍໃຈ. ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ປ່ຽນ​ຄວາມ​ຕັ້ງໃຈ​ໂດຍ​ບໍ່ໄດ້​ນຳ​ໄພພິບັດ ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ນັ້ນ​ມາ​ສູ່​ພວກເຂົາ​ແຕ່​ຢ່າງໃດ. ແຕ່​ບັດນີ້ ພວກເຮົາ​ກຳລັງ​ນຳ​ໄພພິບັດ​ອັນ​ໜ້າຢ້ານກົວ​ມາ​ສູ່​ພວກເຮົາ​ເອງ.” (


ພຣະອົງ​ກ່າວ​ວ່າ, “ຈົ່ງ​ຮັບ​ເອົາ​ຂອງຂວັນ​ທີ່​ເຮນດາອີ, ໂຕບີຢາ ແລະ​ເຢດາອີຢາ ຖວາຍ​ໃນ​ນາມ​ຂອງ​ພວກ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. ຈົ່ງ​ໄປ​ທີ່​ເຮືອນ​ຂອງ​ໂຢຊີຢາ​ລູກຊາຍ​ຂອງ​ເຊຟານີຢາ​ໃນ​ມື້ນີ້​ໂລດ. ຄົນ​ເຫຼົ່ານີ້​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ທີ່​ບາບີໂລນ.


ຄົນ​ທີ່​ມາ​ຈາກ​ເມືອງ​ໜຶ່ງ​ຈະ​ເວົ້າ​ຕໍ່​ຄົນ​ທີ່​ມາ​ຈາກ​ເມືອງ​ອື່ນ​ວ່າ, ‘ຈົ່ງ​ພາກັນ​ໄປ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ແລະ​ສະແຫວງຫາ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ຈົ່ງ​ໄປ​ກັບ​ພວກເຮົາ​ເທີ້ນ.’


ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ຄິດ​ວ່າ, ‘ຊາວ​ຟີລິດສະຕິນ​ຈະ​ມາ​ໂຈມຕີ​ທີ່​ເມືອງ​ກິນການ​ນີ້ ແລະ​ເຮົາ​ກໍ​ບໍ່ໄດ້​ຂໍ​ຄວາມ​ເຫັນ​ຈາກ​ພຣະເຈົ້າຢາເວ​ກ່ອນ.’ ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ຖວາຍ​ເຄື່ອງ​ບູຊາ​ດ້ວຍໄຟ​ຕາມ​ທີ່​ຕົນ​ຮູ້ສຶກ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka