Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 7:14 - ພຣະຄຳພີສັກສິ

14 ແລະ​ເຮົາ​ໄດ້​ກວາດ​ພວກເຂົາ​ເໝືອນ​ລົມພະຍຸ​ພັດ ໃຫ້​ໜີໄປ​ອາໄສ​ຢູ່​ໃນ​ຕ່າງ​ປະເທດ. ດັ່ງນັ້ນ ດິນແດນ​ທີ່​ອຸດົມ​ຮັ່ງມີ​ນີ້​ຈຶ່ງ​ຖືກ​ປະປ່ອຍ​ໃຫ້​ເປົ່າປ່ຽວ​ເປັນ​ຕາ​ໜ້າຢ້ານກົວ ແລະ​ບໍ່ມີ​ຜູ້ໃດ​ຢູ່​ອາໄສ.”

Uka jalj uñjjattʼäta Copia luraña




ເຊກາຣີຢາ 7:14
35 Jak'a apnaqawi uñst'ayäwi  

ເພື່ອ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ລ່ວງໜ້າ ຜ່ານ​ປາກ​ຂອງ​ຜູ້ທຳນວາຍ​ເຢເຣມີຢາ​ກາຍ​ເປັນຈິງ ຄື​ວ່າ: ດິນແດນ​ຈະ​ຮ້າງ​ວ່າງເປົ່າ​ເປັນ​ເວລາ​ເຈັດສິບ​ປີ ເພື່ອ​ຊົດເຊີຍ​ການ​ພັກຜ່ອນ​ສຳລັບ​ວັນ​ຊະບາໂຕ ຊຶ່ງ​ພວກເຂົາ​ບໍ່ໄດ້​ຢຶດຖື.


ກ່ອນ​ທີ່​ພວກເຂົາ​ຈະ​ຮູ້​ເຖິງ​ການ​ນີ້ ພວກເຂົາ​ໄດ້​ຖືກ​ຕັດ​ຖິ້ມ​ດັ່ງ​ຕົ້ນຫຍ້າ​ດ້ວຍ​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະອົງ ພຣະອົງ​ຈະ​ເປົ່າ​ພວກເຂົາ​ອອກ​ໜີໄປ ໃນ​ຂະນະທີ່​ພວກເຂົາ​ຍັງ​ມີ​ຊີວິດ​ຢູ່​ນັ້ນ.


ຊົນຊາດ​ທັງຫລາຍ​ຕ່າງ​ກໍ​ບຸກໜ້າ​ມາ​ດັ່ງ​ຟອງ​ທະເລ​ຖືກ​ລົມ​ພັດ, ແຕ່​ພຣະເຈົ້າ​ຈະ​ຕີໂຕ້​ພວກເຂົາ​ໃຫ້​ພ່າຍແພ້​ໄປ​ໂດຍ​ໄລ່​ພວກເຂົາ​ໃຫ້​ໜີໄປ ດັ່ງ​ຂີ້ຝຸ່ນ​ຕາມ​ເນີນພູ ດັ່ງ​ເຟືອງ​ທີ່​ຖືກ​ລົມ​ຫົວກຸດ​ພັດ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ບາບີໂລນ. ໄພພິບັດ​ຈະ​ມາ​ຈາກ​ດິນແດນ​ທີ່​ໜ້າຢ້ານກົວ​ຫລາຍ ດັ່ງ​ລົມ​ບ້າໝູ​ພັດ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ.


ເຈົ້າ​ຈະ​ບໍ່​ຖືກ​ປະຖິ້ມ ແລະ​ບໍ່​ເປັນ​ທີ່​ກຽດຊັງ​ອີກ​ຕໍ່ໄປ ບໍ່​ເປັນ​ນະຄອນ​ທີ່​ເສົ້າໝອງ​ແລະ​ຮ້າງເປົ່າ​ອີກ. ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຍິ່ງໃຫຍ່​ແລະ​ງົດງາມ ເປັນ​ທີ່​ເບີກບານ​ໃຈ​ແລະ​ຍິນດີ​ໄປ​ຕະຫລອດ.


ພຣະເຈົ້າຢາເວ​ຈະ​ສະເດັດ​ມາ​ພ້ອມ​ກັບ​ໄຟ. ພຣະອົງ​ຈະ​ມາ​ເທິງ​ປີກ​ຂອງ​ລົມພະຍຸ​ເພື່ອ​ລົງໂທດ​ພວກ​ທີ່​ພຣະອົງ​ໂກດຮ້າຍ.


ຜູ້​ປົກຄອງ​ຕ່າງດ້າວ​ທຳລາຍ​ສວນອະງຸ່ນ​ຂອງເຮົາ ພວກເຂົາ​ຢຽບຢໍ່າ​ທົ່ງນາ​ຂອງເຮົາ​ລົງ​ສາ​ແລ້ວ; ພວກເຂົາ​ໄດ້​ພາກັນ​ປ່ຽນ​ດິນແດນ​ທີ່​ໜ້າຮັກ​ຂອງເຮົາ ໃຫ້​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ສາ​ແລ້ວ.


ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ເປັນ​ດັ່ງ​ພະຍຸ​ໃຫຍ່ ຄື​ລົມ​ແຮງ​ທີ່​ຈະ​ພັດ​ກະໜໍ່າ​ຢູ່​ເທິງ​ຫົວ​ຂອງ​ຄົນຊົ່ວຮ້າຍ


ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ນັ້ນ ເປັນ​ດັ່ງ​ລົມພະຍຸ ຄື​ລົມ​ອັນ​ໂຫດຮ້າຍ​ທີ່​ຈະ​ພັດປິວ​ວົນວຽນ​ຢູ່​ເທິງ​ຫົວ​ຂອງ​ຄົນຊົ່ວຊ້າ​ທັງຫລາຍ. ຄວາມ​ໂກດຮ້າຍ​ນີ້​ຈະ​ບໍ່​ສິ້ນສຸດ ຈົນກວ່າ​ພຣະເຈົ້າຢາເວ​ໄດ້​ເຮັດ​ສິ່ງ​ທີ່​ພຣະອົງ​ປະສົງ​ຢາກ​ເຮັດ​ໃຫ້​ສຳເລັດ. ໃນເວລາ​ສຸດທ້າຍ ເຈົ້າ​ທັງຫລາຍ​ຈະ​ເຂົ້າໃຈ​ຢ່າງ​ແຈ່ມແຈ້ງ.


ແລ້ວ​ພວກເຂົາ​ກໍ​ບອກ​ລາວ​ວ່າ, “ເຈົ້າ​ກັບ​ເຢເຣມີຢາ​ຕ້ອງ​ປົບໜີໄປ​ລີ້​ສາ. ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ຮູ້​ບ່ອນ​ທີ່​ພວກເຈົ້າ​ລີ້.”


ດັ່ງນັ້ນ ເຮົາ​ຈຶ່ງ​ເທ​ຄວາມ​ໂກດຮ້າຍ ແລະ​ຄວາມ​ໂກດເຄືອງ​ຂອງເຮົາ ໃສ່​ເມືອງ​ຂອງ​ຢູດາຍ ແລະ​ໃສ່​ຕາມ​ຖະໜົນ​ຫົນທາງ​ຂອງ​ນະຄອນ​ເຢຣູຊາເລັມ ແລະ​ເຮົາ​ກໍ​ຈູດ​ເມືອງ​ເຫຼົ່ານີ້​ຖິ້ມ​ໝົດ. ເມືອງ​ເຫຼົ່ານັ້ນ​ໄດ້​ຖືກ​ປະ​ໃຫ້​ຮົກຮ້າງ​ເພພັງ ແລະ​ກາຍເປັນ​ເປົ້າ​ສາຍຕາ​ອັນ​ໜ້າກຽດ​ໜ້າກົວ ດັ່ງ​ທີ່​ເປັນ​ຢູ່​ໃນ​ທຸກ​ວັນ​ນີ້.


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ, “ປະຊາຊົນ​ອິດສະຣາເອນ​ເອີຍ ເຮົາ​ກຳລັງ​ນຳ​ເອົາ​ຊົນຊາດ​ໜຶ່ງ​ຈາກ​ທີ່​ຫ່າງໄກ​ມາ​ໂຈມຕີ​ພວກເຈົ້າ. ເປັນ​ຊົນຊາດ​ທີ່​ເຂັ້ມແຂງ ແລະ​ແຕ່ດຶກດຳ​ບັນ ເປັນ​ຊົນຊາດ​ໜຶ່ງ​ທີ່​ພວກເຈົ້າ​ບໍ່​ຮູ້ຈັກ​ພາສາ.


ແລະ​ໃນ​ຣາຊການ​ປີ​ທີ​ຊາວສາມ​ຂອງ​ເພິ່ນ ເນບູຊາຣາດານ​ກໍ​ຈັບ​ເອົາ​ໄປ​ມີ ເຈັດຮ້ອຍ​ສີ່ສິບຫ້າ​ຄົນ. ລວມ​ທັງໝົດ​ມີ ສີ່ພັນ​ຫົກຮ້ອຍ​ຄົນ ທີ່​ໄດ້​ຖືກ​ຈັບ​ໄປ.


ຈົ່ງ​ບອກ​ຊົນຊາດ​ທັງໝົດ​ວ່າ, ‘ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ທີ່​ກ່າວ​ແກ່​ປະຊາຊົນ​ເຢຣູຊາເລັມ​ຜູ້​ທີ່​ຍັງ​ອາໄສ​ຢູ່​ໃນ​ດິນແດນ​ຂອງຕົນ ຄື​ພວກເຂົາ​ຈະ​ສັ່ນເຊັນ​ເມື່ອ​ພວກເຂົາ​ກິນ​ເຂົ້າ ແລະ​ຈະ​ສັ່ນເຊັນ​ດ້ວຍ​ຄວາມຢ້ານ​ເມື່ອ​ພວກເຂົາ​ດື່ມ​ນໍ້າ. ດິນແດນ​ຂອງ​ພວກເຂົາ​ຈະ​ຖືກ​ຢຶດເອົາ​ເຂົ້າຂອງ​ໄປ​ໝົດ ເພາະ​ທຸກຄົນ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ​ບໍ່ໄດ້​ນັບຖື​ກົດໝາຍ.


ເຮົາ​ຈະ​ກະຈັດ​ກະຈາຍ​ປະຊາຊົນ​ຂອງເຈົ້າ​ໄປ​ທົ່ວ​ທຸກໆ​ປະເທດ​ແລະ​ທຸກໆ​ຊາດ; ເຮົາ​ຈະ​ດັບສູນ​ການກະທຳ​ອັນ​ຊົ່ວຮ້າຍ​ທັງໝົດ​ຂອງເຈົ້າ.


ຜົນ​ກໍ​ຄື ພວກ​ຜູ້​ເປັນ​ພໍ່​ແມ່​ໃນ​ນະຄອນ​ເຢຣູຊາເລັມ​ຈະ​ກິນ​ລູກ​ຂອງ​ຕົນເອງ ແລະ​ພວກ​ລູກໆ​ກໍ​ຈະ​ກິນ​ພໍ່​ແມ່​ຂອງ​ຕົນເອງ. ເຮົາ​ຈະ​ລົງໂທດ​ເຈົ້າ; ສ່ວນ​ພວກ​ທີ່​ຍັງເຫລືອ​ມີ​ຊີວິດ​ຢູ່​ນັ້ນ ເຮົາ​ຈະ​ກະຈັດ​ກະຈາຍ​ພວກເຂົາ​ໄປ​ທົ່ວ​ທຸກ​ທິດ.”


ແລ້ວ​ກໍ​ມີ​ເຂົານ້ອຍ​ອັນ​ໜຶ່ງ​ປົ່ງ​ອອກ​ມາ​ຈາກ​ເຂົາ​ອັນ​ໜຶ່ງ​ໃນ​ສີ່​ເຂົາ​ນີ້ ມັນ​ໄດ້​ສະແດງ​ອຳນາດ​ຂອງມັນ​ໄປ​ທາງ​ທິດໃຕ້​ແລະ​ທິດ​ຕາເວັນອອກ ແລະ​ໄປ​ສູ່​ດິນແດນ​ແຫ່ງ​ພຣະສັນຍາ.


ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ຈະ​ປະຖິ້ມ​ປະຊາຊົນ​ຂອງ​ພຣະອົງ ເພາະ​ພວກເຂົາ​ບໍ່​ເຊື່ອຟັງ​ພຣະອົງ. ພວກເຂົາ​ຈະ​ເປັນ​ຄົນ​ພະເນຈອນ​ຢູ່​ທ່າມກາງ​ບັນດາ​ປະຊາຊາດ.


ມັນ​ກິນ​ເຄື່ອງປູກ​ກ້ຽງ ດັ່ງ​ໄຟ​ໄໝ້​ເຜົາຜານ ດິນແດນ​ເບື້ອງ​ໜ້າ ມັນ​ເປັນ​ດັ່ງ​ສວນ​ເອເດນ​ພຸ້ນ ແຕ່​ເບື້ອງຫລັງ​ນັ້ນ ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ທີ່​ບໍ່ມີ​ຫຍັງ​ຈະ​ໜີພົ້ນ​ຈາກ​ມັນ​ໄປ​ໄດ້.


ເຮົາ​ຈະ​ໃຫ້​ສັດຮ້າຍ​ມາ​ທຳຮ້າຍ​ລູກ​ຂອງ​ພວກເຈົ້າ​ໃຫ້​ຕາຍ ຝູງສັດ​ຂອງ​ພວກເຈົ້າ​ຈະ​ຈິບຫາຍ ຈົນ​ຕາມ​ຖະໜົນ​ຫົນທາງ​ບໍ່ມີ​ຄົນ​ທຽວ​ໄປມາ​ເລີຍ.


ເຮົາ​ຈະ​ເອົາ​ການ​ລົບລາ​ຂ້າຟັນ​ກັນ​ມາ​ສູ່​ພວກເຈົ້າ ແລະ​ເຮັດ​ໃຫ້​ພວກເຈົ້າ​ແຕກ​ກະຈັດ​ກະຈາຍ​ໄປ​ຢູ່​ໃນ​ປະເທດ​ຕ່າງໆ. ດິນແດນ​ຂອງ​ພວກເຈົ້າ​ຈະ​ຮົກຮ້າງ​ວ່າງເປົ່າ ແລະ​ຕົວເມືອງ​ທັງຫລາຍ​ຂອງ​ພວກເຈົ້າ​ກໍ​ຈະ​ຖືກ​ປະ​ໃຫ້​ເປັນ​ເມືອງ​ຮ້າງ.


ສະນັ້ນ ເຮົາ​ຈະ​ສົ່ງ​ໄຟ​ລົງ​ມາ​ໄໝ້​ກຳແພງ​ເມືອງ​ຣັບບາ ແລະ​ຈູດ​ປ້ອມ​ປ້ອງກັນ​ຂອງ​ເມືອງ​ນີ້. ໃນ​ວັນ​ສູ້ຮົບ​ນັ້ນ​ຈະ​ມີ​ສຽງ​ໂຮ່ຮ້ອງ​ກ້ອງສະໜັ່ນ ແລະ​ການ​ຕໍ່ສູ້​ກໍ​ຈະ​ດຸເດືອດ​ດັ່ງ​ລົມພະຍຸ.


ພຣະເຈົ້າຢາເວ​ບໍ່​ຮ້າຍ​ງ່າຍ ແຕ່​ຊົງຣິດ​ເຫລືອຫລາຍ ພຣະອົງ​ບໍ່ເຄີຍ​ປ່ອຍ​ຄົນຜິດ​ໜີໄປ​ຢ່າງ​ບໍ່ໄດ້​ຮັບ​ໂທດ. ບ່ອນ​ທີ່​ພຣະເຈົ້າຢາເວ​ຍ່າງຍ້າຍ​ລົມພະຍຸ​ກໍ​ໂຜ່​ຂຶ້ນ​ມາ ເມກໝອກ​ເປັນ​ຂີ້ຝຸ່ນ​ດິນ​ມີ​ຄວັນ​ທີ່​ຕີນ​ພຣະອົງ


ລູກທະນູ​ພຣະອົງ​ທະລຸ​ຜູ້​ບັນຊາການ​ທັບ​ຂອງ​ພວກເຂົາ ເມື່ອ​ມັນ​ຖືກ​ຍິງ​ມາ​ເໝືອນ​ລົມພະຍຸ​ກ້າ ແລະ​ເຮັດ​ໃຫ້​ແຕກ​ກະຈັດ​ກະຈາຍ​ໄປ ດັ່ງ​ນັກ​ກົດຂີ່​ກືນກິນ​ຄົນ​ຍາກຈົນ​ຢ່າງ​ປິດລັບ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ໄດ້​ລຶບລ້າງ​ຊົນຊາດ​ທັງໝົດ​ໃຫ້​ສິ້ນສູນ​ແລ້ວ; ເຮົາ​ໄດ້​ທຳລາຍ​ເມືອງ​ທັງຫລາຍ​ຂອງ​ພວກເຂົາ ແລະ​ໄດ້​ປະປ່ອຍ​ໃຫ້​ກຳແພງ​ເມືອງ​ກັບ​ຫໍຄອຍ​ຕ່າງໆ ຮົກຮ້າງ​ເພພັງ. ເມືອງ​ຕ່າງໆ​ໄດ້​ກາຍເປັນ​ເມືອງ​ຮ້າງ; ຕາມ​ທ້ອງ​ຖະໜົນ​ຫົນທາງ​ຕ່າງໆ​ກໍ​ຫວ່າງເປົ່າ ບໍ່ມີ​ແມ່ນແຕ່​ຄົນດຽວ​ເລີຍ​ເຫຼືອ​ຢູ່.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ໄດ້​ກະຈັດ​ກະຈາຍ​ພວກເຈົ້າ​ໄປ​ທົ່ວ​ທຸກ​ທິດ​ທຸກ​ທາງ. ແຕ່​ບັດນີ້ ພວກເຈົ້າ​ຜູ້​ທີ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ເອີຍ ຈົ່ງ​ປົບໜີ​ຈາກ​ບາບີໂລນ ແລະ​ກັບຄືນ​ມາ​ທີ່​ນະຄອນ​ເຢຣູຊາເລັມ​ເຖີດ. ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫລະ


ແລ້ວ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ກໍໄດ້​ມອບ​ຖ້ອຍຄຳ​ນີ້​ໃຫ້​ແກ່​ເຊກາຣີຢາ​ວ່າ:


ເມື່ອ​ພຣະເຈົ້າຢາເວ​ຈະ​ປາກົດ​ຢູ່​ເທິງ​ປະຊາຊົນ​ຂອງຕົນ ພຣະອົງ​ຈະ​ຍິງ​ລູກທະນູ​ດັ່ງ​ສາຍ​ຟ້າ​ແມບເຫລື້ອມ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ເປົ່າແກ​ປຸກ ພຣະອົງ​ຈະ​ຍົກທັບ​ມາ​ໃນ​ພະຍຸ​ຈາກ​ທິດໃຕ້.


ຊົນຊາດ​ຕ່າງດ້າວ​ຈະ​ມາ​ຢຶດເອົາ​ພືດຜົນ ທີ່​ພວກເຈົ້າ​ໄດ້​ປູກຝັງ​ໄວ້​ດ້ວຍ​ຄວາມຍາກ​ລຳບາກ ໄປ​ຈົນ​ໝົດກ້ຽງ, ແຕ່​ພວກເຈົ້າ​ບໍ່ໄດ້​ຫຍັງ​ໝົດ ຊໍ້າບໍ່ໜຳ​ຍັງ​ຖືກ​ກົດຂີ່ ແລະ​ຖືກ​ຂົ່ມເຫັງ​ຢ່າງ​ທາລຸນ.


ພຣະເຈົ້າຢາເວ​ຈະ​ນຳ​ຊົນຊາດ​ທີ່​ຢູ່​ສຸດປາຍ​ແຜ່ນດິນ​ໂລກ ຊຶ່ງ​ພວກເຈົ້າ​ບໍ່​ຮູ້ຈັກ​ພາສາ ມາ​ຕໍ່ສູ້​ພວກເຈົ້າ. ພວກເຂົາ​ຈະ​ບຸກ​ຖະຫຼົ່ມ​ໂຈມຕີ​ພວກເຈົ້າ ເໝືອນ​ດັ່ງ​ນົກອິນຊີ​ບິນ​ລົງ​ຈັບ​ເຫຍື່ອ.


ພຣະເຈົ້າຢາເວ​ຈະ​ກະຈັດ​ກະຈາຍ​ພວກເຈົ້າ​ໃນ​ທ່າມກາງ​ທຸກ​ຊົນຊາດ ຕັ້ງແຕ່​ສົ້ນໜຶ່ງ​ຫາ​ອີກ​ສົ້ນໜຶ່ງ​ຂອງ​ໂລກ ແລ້ວ​ພວກເຈົ້າ​ກໍ​ຈະ​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ທີ່​ເປັນ​ໄມ້​ແລະ​ເປັນ​ຫີນ ຊຶ່ງ​ທັງ​ພວກເຈົ້າ​ເອງ​ແລະ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ບໍ່ເຄີຍ​ຂາບໄຫວ້​ມາກ່ອນ.


ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ພວກເຈົ້າ ກະຈັດ​ກະຈາຍ​ໄປ​ຢູ່​ໃນ​ຊົນຊາດ​ອື່ນໆ ບ່ອນ​ທີ່​ພວກເຈົ້າ​ພຽງແຕ່​ໜ້ອຍ​ຄົນ​ເທົ່ານັ້ນ​ຈະ​ຍັງ​ມີ​ຊີວິດ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka