ເຊກາຣີຢາ 7:13 - ພຣະຄຳພີສັກສິ13 ຍ້ອນພວກເຂົາບໍ່ເຊື່ອຟັງເມື່ອເຮົາກ່າວ, ເຮົາຈຶ່ງບໍ່ຕອບຄຳພາວັນນາອະທິຖານຂອງພວກເຂົາ. ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ. Uka jalj uñjjattʼäta |
ເປັນຫຍັງປະຊາຊົນຂອງເຮົາຈຶ່ງບໍ່ຍອມຕອບນໍ ເມື່ອເຮົາມາຊ່ວຍກູ້ເອົາພວກເຂົາເຈົ້າ. ເມື່ອເຮົາເອີ້ນຫາ ເປັນຫຍັງພວກເຂົາຈຶ່ງບໍ່ຕອບນໍ? ຫລືວ່າເຮົາອ່ອນແອຫຼາຍທີ່ຈະຊ່ວຍໃຫ້ພົ້ນ? ເຮົາສັ່ງຄຳດຽວເທົ່ານັ້ນ ນໍ້າໃນທະເລກໍແຫ້ງລົງ ແລະແມ່ນໍ້ານັ້ນກໍກາຍເປັນຖິ່ນແຫ້ງແລ້ງ ແລ້ວຝູງປາໃນແມ່ນໍ້ານັ້ນກໍຈະຕາຍໄປ ຍ້ອນນໍ້າໃນລຳທານບໍ່ມີເສຍແລ້ວ.
“ມະນຸດເອີຍ ຈົ່ງກ່າວແກ່ຄົນເຫຼົ່ານີ້ແລະບອກພວກເຂົາວ່າ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກຳລັງຖາມວ່າ: ພວກເຈົ້າມາຖາມເຖິງຄວາມປະສົງຂອງເຮົາແມ່ນບໍ? ເຮົາມີຊີວິດຢູ່ຢ່າງແນ່ແທ້ສັນໃດ ເຮົາຈະບໍ່ອະນຸຍາດໃຫ້ພວກເຈົ້າຖາມເຮົາເຖິງສິ່ງໃດໆໝົດສັນນັ້ນ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.