ເຊກາຣີຢາ 7:12 - ພຣະຄຳພີສັກສິ12 ແລະຈິດໃຈຂອງພວກເຂົາກໍແຂງດັ່ງຫີນ ຈຶ່ງບໍ່ຟັງກົດບັນຍັດ ແລະຖ້ອຍຄຳຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ສົ່ງໄປໂດຍພຣະວິນຍານຂອງພຣະອົງຜ່ານທາງບັນດາຜູ້ທຳນວາຍແຕ່ກ່ອນ. ເພາະສະນັ້ນ ຄວາມໂກດຮ້າຍອັນໃຫຍ່ຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຈຶ່ງໄດ້ມາເຖິງພວກເຂົາ. Uka jalj uñjjattʼäta |
ກະສັດເຮເຊກີຢາແລະປະຊາຊົນຢູດາບໍ່ໄດ້ປະຫານຊີວິດມີກາ. ແຕ່ເຈົ້າເຮເຊກີຢາກັບໄດ້ຢຳເກງພຣະເຈົ້າຢາເວ ແລະໄດ້ພະຍາຍາມປະພຶດຕົນໃຫ້ພຣະອົງພໍໃຈ. ແລ້ວພຣະເຈົ້າຢາເວກໍໄດ້ປ່ຽນຄວາມຕັ້ງໃຈໂດຍບໍ່ໄດ້ນຳໄພພິບັດ ທີ່ພຣະອົງໄດ້ກ່າວໄວ້ນັ້ນມາສູ່ພວກເຂົາແຕ່ຢ່າງໃດ. ແຕ່ບັດນີ້ ພວກເຮົາກຳລັງນຳໄພພິບັດອັນໜ້າຢ້ານກົວມາສູ່ພວກເຮົາເອງ.” (