ເຊກາຣີຢາ 7:11 - ພຣະຄຳພີສັກສິ11 ແຕ່ປະຊາຊົນຂອງເຮົາດື້ດ້ານບໍ່ເຊື່ອຟັງ. ພວກເຂົາຫັນຫລັງໃສ່ເຮົາ ແລະປິດຫູຂອງພວກເຂົາໄວ້ Uka jalj uñjjattʼäta |
ເມື່ອບໍ່ເຊື່ອຟັງແລ້ວພວກເພິ່ນກໍລືມໄລທຸກສິ່ງ ຄືການອັດສະຈັນຕ່າງໆທີ່ພຣະອົງໄດ້ກະທຳ; ດ້ວຍຄວາມຈອງຫອງພວກເພິ່ນໄດ້ເລືອກເອົາຜູ້ນຳ ພາພວກເພິ່ນກັບຄືນສູ່ປະເທດເອຢິບໄປເປັນທາດ. ແຕ່ພຣະອົງເປັນພຣະເຈົ້າທີ່ໃຫ້ອະໄພ ຊົງເມດຕາເອັນດູ ແລະມີຄວາມຮັກ; ພຣະອົງໂກດຮ້າຍຊ້າເພາະເມດຕາພວກເພິ່ນ ພຣະອົງຈຶ່ງບໍ່ໄດ້ປະຖິ້ມພວກເພິ່ນ.
ເຮົາໄດ້ສືບຕໍ່ສົ່ງຜູ້ທຳນວາຍທຸກຄົນ ຜູ້ຮັບໃຊ້ຂອງເຮົາມາຫາພວກເຈົ້າ ແລະບອກພວກເຈົ້າໃຫ້ຫັນໜີຈາກວິທີດຳເນີນຊີວິດອັນຊົ່ວຊ້າ ແລະມາເຮັດໃນສິ່ງທີ່ຖືກຕ້ອງ. ພວກເຂົາໄດ້ເຕືອນພວກເຈົ້າບໍ່ໃຫ້ຂາບໄຫວ້ ແລະຮັບໃຊ້ບັນດາພະອື່ນ ເພື່ອພວກເຈົ້າຈະໄດ້ອາໄສຢູ່ໃນດິນແດນ ທີ່ເຮົາໄດ້ມອບໃຫ້ພວກເຈົ້າ ແລະບັນພະບຸລຸດຂອງພວກເຈົ້ານັ້ນ. ແຕ່ພວກເຈົ້າບໍ່ຟັງເຮົາກ່າວຫລືເອົາໃຈໃສ່ຕໍ່ເຮົາ.
ຈົ່ງລະວັງໃຫ້ດີ ຢ່າປະຕິເສດບໍ່ຍອມຟັງພຣະອົງຜູ້ຊົງກ່າວຢູ່ນັ້ນ ເພາະຖ້າຄົນທັງຫລາຍທີ່ປະຕິເສດ ບໍ່ຍອມຟັງຄຳເຕືອນຂອງພຣະອົງໃນໂລກນີ້ ເຂົາກໍບໍ່ມີທາງພົ້ນໂທດທີ່ເຂົາປະຕິເສດນັ້ນ ພວກເຮົາຜູ້ອວ່າຍໜ້າຈາກພຣະອົງ ຜູ້ຊົງເຕືອນຈາກສະຫວັນ ກໍຈະບໍ່ພົ້ນໂທດຫລາຍກວ່າເຂົາເຫຼົ່ານັ້ນເສຍອີກ.