8 ແລ້ວເທວະດາຕົນນັ້ນກໍຮ້ອງບອກຂ້າພະເຈົ້າວ່າ, “ມ້າທີ່ໄປທາງທິດເໜືອສູ່ບາບີໂລນນັ້ນ ໄດ້ເຮັດໃຫ້ຄວາມໂກດຮ້າຍຂອງອົງພຣະຜູ້ເປັນເຈົ້າງຽບລົງ.”
ຖ້າຜູ້ເປັນນາຍຂອງເຈົ້າໃຈຮ້າຍໃຫ້ເຈົ້າ ຢ່າສູ່ຟ້າວຍື່ນໃບລາອອກ ຖ້າເຈົ້າມິດງຽບເສີຍຢູ່ ຄວາມຜິດພາດອັນໃຫຍ່ຫລວງອາດຈະໄດ້ຮັບການອະໄພໃຫ້ກໍໄດ້.
ສະນັ້ນ ບັດນີ້ຈົ່ງຟັງສິ່ງທີ່ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ອົງຊົງຣິດອຳນາດຂອງຊາດອິດສະຣາເອນກຳລັງກ່າວວ່າ, “ເຮົາຈະແກ້ແຄ້ນພວກເຈົ້າຜູ້ທີ່ເປັນສັດຕູຂອງເຮົາ ແລ້ວພວກເຈົ້າກໍຈະບໍ່ສ້າງຄວາມເດືອດຮ້ອນໃຫ້ເຮົາອີກຕໍ່ໄປ.
“ເຈົ້າທັງໝົດ ຈົ່ງມາເຕົ້າໂຮມກັນແລະຟັງ ບໍ່ມີພະໃດໃນທ່າມກາງບັນດາພະເຫຼົ່ານັ້ນໄດ້ປະກາດສິ່ງເຫຼົ່ານີ້ ວ່າພຣະເຈົ້າຢາເວຊົງຮັກທ່ານ ພຣະອົງຈະໂຈມຕີນະຄອນບາບີໂລນ ຈະເຮັດສິ່ງທີ່ເຮົາຕ້ອງການໃຫ້ເຮັດທຸກຢ່າງ.
ແລ້ວເຮົາກໍຈະສະຫງົບອາຣົມ ແລະເຊົາໂກດຮ້າຍເຈົ້າ. ເຮົາຈະບໍ່ໂກດຮ້າຍຫລືຫວງແຫນເຈົ້າອີກຕໍ່ໄປ.
ເຮົາຈະຍົກຄວາມຜິດທຸກຢ່າງທີ່ເຈົ້າໄດ້ເຮັດ, ແຕ່ເຈົ້າຈະຈົດຈຳມັນໄວ້ ແລະລະອາຍໃຈ ຈົນບໍ່ກ້າອ້າປາກເວົ້າເຖິງມັນເລີຍ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.”
ນະຄອນເຢຣູຊາເລັມເອີຍ ການກະທຳອັນຜິດສິນທຳຕ່າງໆຂອງເຈົ້ານັ້ນ ໄດ້ເຮັດໃຫ້ເຈົ້າເປັນມົນທິນ. ແມ່ນວ່າເຮົາພະຍາຍາມຊຳລະເຈົ້າໃຫ້ບໍຣິສຸດກໍດີ ເຈົ້າກໍຍັງມີມົນທິນຢູ່. ເຈົ້າຈະບໍ່ສະອາດແທ້ ຈົນກວ່າເຈົ້າໄດ້ຊີມຣິດແຫ່ງຄວາມໂກດຮ້າຍອັນເຕັມຂະໜາດຂອງເຮົາ.
ເຈົ້າຈະໄດ້ຊີມຣິດແຫ່ງຄວາມໂກດຮ້າຍ ແລະໂມໂຫຂອງເຮົາ ຈົນກວ່າເຮົາຈະພໍໃຈ. ເມື່ອສິ່ງທັງໝົດນີ້ເກີດຂຶ້ນ ເຈົ້າຈະມີຄວາມແນ່ໃຈວ່າ ເຮົາຄືພຣະເຈົ້າຢາເວໄດ້ກ່າວຕໍ່ເຈົ້າຢ່າງຮຸນແຮງຈົນສຸດຂີດ ຍ້ອນຄວາມບໍ່ສັດຊື່ຂອງເຈົ້າ.
ແລະເຮົາກໍໂກດຮ້າຍຢ່າງເຫລືອຫລາຍຕໍ່ຊົນຊາດຕ່າງໆ ທີ່ມ່ວນຊື່ນຢູ່ກັບຄວາມມິດງຽບແລະຄວາມສະຫງົບສຸກ. ດ້ວຍວ່າ, ໃນເມື່ອເຮົາຖອນເອົາຄວາມໂກດຮ້າຍຂອງເຮົາ ທີ່ມີຕໍ່ປະຊາຊົນຂອງເຮົາຄືນນັ້ນ ຊົນຊາດເຫຼົ່ານັ້ນກໍໄດ້ເຮັດໃຫ້ປະຊາຊົນຂອງເຮົາທົນທຸກຍິ່ງຂຶ້ນ.’
ແຊມຊັນເວົ້າຕໍ່ພວກເຂົາວ່າ, “ເມື່ອພວກເຈົ້າເຮັດດັ່ງນີ້ ຂ້ອຍຂໍສາບານວ່າຂ້ອຍຈະບໍ່ຍອມ ຈົນກວ່າໄດ້ແກ້ແຄ້ນຄືນ.”
ໃນທີ່ສຸດ ດ້ວຍຣິດອຳນາດຂອງພຣະເຈົ້າ ພວກເຈົ້າໄດ້ຂ້າຫົວໜ້າຂອງຊາວມີດີອານສອງຄົນຄື: ໂອເຣັບແລະເຊເອັບ. ສິ່ງທີ່ຂ້ອຍໄດ້ເຮັດນັ້ນຈະທຽບໃສ່ກັບສິ່ງທີ່ພວກເຈົ້າເຮັດມາໄດ້ຢ່າງໃດ?” ເມື່ອລາວເວົ້າດັ່ງນັ້ນແລ້ວພວກເຂົາກໍເຊົາຄຽດ.