7 ເມື່ອມ້າໂຕສີແດງໄດ້ກ້າວອອກໄປ ພວກມັນກໍຮ້ອນໃຈທີ່ຈະກວດກາເບິ່ງແຜ່ນດິນໂລກ. ເທວະດາຕົນນັ້ນຈຶ່ງກ່າວວ່າ, “ຈົ່ງໄປກວດກາເບິ່ງແຜ່ນດິນໂລກສາ” ແລະມ້າເຫຼົ່ານັ້ນກໍອອກໄປ.
ບັດນີ້ ຈົ່ງອອກເດີນທາງໄປທົ່ວດິນແດນນັ້ນ ເພາະເຮົາຈະມອບດິນທັງໝົດໃຫ້ເຈົ້າ.”
ສາຍຕາຂອງພຣະເຈົ້າຢາເວໄດ້ເຝົ້າເບິ່ງທົ່ວໂລກນີ້ທັງໝົດ ເພື່ອໃຫ້ກຳລັງແກ່ຜູ້ທີ່ມີຈິດໃຈສັດຊື່ຕໍ່ພຣະອົງ. ທ່ານໄດ້ເຮັດໃນສິ່ງທີ່ໂງ່ຈ້າທີ່ສຸດ; ສະນັ້ນ ຕັ້ງແຕ່ບັດນີ້ໄປ ທ່ານຈະເຮັດເສິກຢູ່ບໍ່ຂາດ.”
ແລ້ວຂ້າພະເຈົ້າກໍສົນໃຈຢາກຮູ້ເລື່ອງຕື່ມກ່ຽວກັບສັດໂຕທີສີ່ ຊຶ່ງບໍ່ເໝືອນກັບສັດໂຕອື່ນໆ ມັນເປັນສັດທີ່ໜ້າຢ້ານທີ່ສຸດ ຊຶ່ງມີເລັບທອງສຳຣິດ ແລະມີແຂ້ວເຫຼັກ. ມັນຫຍໍ້າກິນແລະຢຽບຢໍ່າທຳລາຍເຫຍື່ອຂອງມັນ.
ສິບເຂົານັ້ນແມ່ນກະສັດສິບຄົນທີ່ຈະປົກຄອງຈັກກະພົບນັ້ນ. ແລ້ວຈະມີກະສັດອີກອົງໜຶ່ງປາກົດຕົວຂຶ້ນ; ກະສັດຄົນນີ້ຈະແຕກຕ່າງຈາກກະສັດຄົນກ່ອນຫລາຍ ແລະເພິ່ນຈະໂຄ່ນລົ້ມກະສັດສາມຄົນນັ້ນເສຍ.
ດັ່ງນັ້ນ ຊາຍທີ່ຢືນຢູ່ທ່າມກາງຕົ້ນໄມ້ຫອມຈຶ່ງຕອບວ່າ, “ພຣະເຈົ້າຢາເວໄດ້ໃຊ້ພວກມັນໄປກວດກາເບິ່ງແຜ່ນດິນໂລກ.”
ຊາວອິດສະຣາເອນໄດ້ອອກຈາກພູເຂົາໂຮເຣ ມຸ້ງໜ້າຕໍ່ໄປຕາມທາງສູ່ອ່າວອາກາບາ ເພື່ອເດີນທາງອ້ອມໄປທາງເຂດແດນຂອງເອໂດມ. ແຕ່ໃນເວລາເດີນທາງໄປນັ້ນ ປະຊາຊົນພາກັນໝົດຄວາມອົດທົນ