ເຊກາຣີຢາ 6:6 - ພຣະຄຳພີສັກສິ6 ລົດຮົບຄັນທີ່ມີມ້າສີດຳນັ້ນ ກຳລັງໄປທາງທິດເໜືອສູ່ບາບີໂລນ, ມ້າສີຂາວນັ້ນກຳລັງໄປທາງທິດຕາເວັນຕົກ ແລະມ້າສີດ່າງກຳລັງໄປສູ່ປະເທດທາງທິດໃຕ້. Uka jalj uñjjattʼäta |
‘ເຮົາຈະເອີ້ນເອົາຊົນຊາດທັງໝົດຈາກທາງທິດເໜືອມາ ພ້ອມກະສັດເນບູກາດເນັດຊາແຫ່ງບາບີໂລນຜູ້ຮັບໃຊ້ຂອງເຮົາ. ເຮົາຈະນຳພວກເຂົາໄປຕໍ່ສູ້ອານາຈັກຢູດາຍພ້ອມກັບພົນລະເມືອງທັງໝົດ ແລະຕໍ່ສູ້ປະເທດໃກ້ຄຽງທັງໝົດດ້ວຍ. ເຮົາຈະທຳລາຍປະເທດນີ້ ແລະປະເທດໃກ້ຄຽງທັງຫລາຍໃຫ້ຮົກຮ້າງເພພັງຕະຫລອດໄປ ຊຶ່ງຈະເປັນສະພາບຕົກສະທ້ານຢ້ານກົວໃຈຫລາຍເມື່ອໄດ້ພົບເຫັນ. ເຮົາຄືພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ນີ້ຄືວັນຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ວັນນີ້ຄືວັນທີ່ພຣະອົງຈະແກ້ແຄ້ນຄືນສາແລ້ວ ວັນນີ້ພຣະອົງຈະລົງໂທດເຫຼົ່າສັດຕູຂອງພຣະອົງ ດາບຂອງພຣະອົງຈະກິນພວກເຂົາໃຫ້ຈົນອີ່ມ ແລະດື່ມເລືອດພວກເຂົາໃຫ້ອີ່ມໜຳສຳລານ ວັນນີ້ຄືການຖວາຍບູຊາແກ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ຄືຖວາຍເຫຍື່ອໃຫ້ເປັນເຄື່ອງບູຊາແກ່ພຣະອົງ ຖວາຍຢູ່ທິດເໜືອຕາມຝັ່ງແມ່ນໍ້າເອີຟຣັດ.