3 ລົດຮົບຄັນທີສາມມີມ້າສີຂາວ ແລະລົດຮົບຄັນທີສີ່ມີມ້າສີດ່າງ.
ໃນລະດູປະສົມພັນຂອງສັດນັ້ນ ອ້າຍໄດ້ຝັນເຫັນແບ້ປະສົມພັນກັນ ມີຂົນເປັນສີກ່ານ, ເປັນຈຸດ ແລະດ່າງດາວ.
ຂາເປັນເຫຼັກ, ຕີນສ່ວນໜຶ່ງເປັນເຫຼັກ ແລະອີກສ່ວນໜຶ່ງເປັນດິນໜຽວ.
ຂ້າພະເຈົ້າໄດ້ເຫັນຜູ້ໜຶ່ງຂີ່ມ້າສີແດງໂຕໜຶ່ງ. ຜູ້ນັ້ນໄດ້ຢຸດຢູ່ທ່າມກາງຕົ້ນໄມ້ຫອມ ໃນຮ່ອມພູແຫ່ງໜຶ່ງ ແລະທາງເບື້ອງຫລັງຂອງຜູ້ນັ້ນມີມ້າໂຕອື່ນອີກ ເປັນມ້າສີແດງ, ສີດ່າງ ແລະສີຂາວ.
ແລ້ວຂ້າພະເຈົ້າກໍໄດ້ເຫັນສະຫວັນໄຂອອກດັ່ງນີ້ ມີມ້າຂາວໂຕໜຶ່ງ ພຣະອົງຜູ້ປະທັບເທິງຫລັງມ້ານັ້ນ ຊົງພຣະນາມວ່າ, “ສັດຊື່.” ແລະ “ທ່ຽງແທ້.” ພຣະອົງຜູ້ຊົງພິພາກສາ ແລະສູ້ຮົບດ້ວຍຄວາມຍຸດຕິທຳ.
ແລ້ວຂ້າພະເຈົ້າກໍໄດ້ເຫັນພຣະບັນລັງໃຫຍ່ສີຂາວ ທັງເຫັນພຣະອົງຜູ້ທີ່ນັ່ງຢູ່ເທິງບັນລັງນັ້ນ. ເມື່ອພຣະອົງຊົງປາກົດ, ແຜ່ນດິນໂລກ ແລະທ້ອງຟ້າກໍພ່າຍໜີ ແລະບ່ອນຢູ່ສຳລັບແຜ່ນດິນໂລກ ແລະທ້ອງຟ້ານັ້ນກໍບໍ່ເຫັນອີກ.
ເມື່ອຂ້າພະເຈົ້າຫລຽວເບິ່ງ ກໍເຫັນມ້າສີຂາວໂຕໜຶ່ງອອກມາ ຜູ້ທີ່ຂີ່ມ້ານັ້ນຖືທະນູແລະໄດ້ຮັບມົງກຸດ ແລ້ວຂີ່ມ້າອອກໄປໂດຍໄວຢ່າງຜູ້ມີໄຊ ເພື່ອຈະກຳເອົາໄຊຊະນະ.
ຂ້າພະເຈົ້າຫລຽວເບິ່ງກໍເຫັນມ້າສີຂຽວອ່ອນໂຕໜຶ່ງອອກມາ ຜູ້ຂີ່ມ້າໂຕນີ້ຊື່ວ່າ ມັດຈຸຣາດ ແລະແດນມໍຣະນາ ກໍຕິດຕາມມານຳ. ເຂົາທັງສອງໄດ້ຮັບສິດອຳນາດເໜືອແຜ່ນດິນໂລກ ໜຶ່ງສ່ວນສີ່ ເພື່ອໃຫ້ທຳລາຍດ້ວຍດາບ ດ້ວຍຄວາມອຶດຢາກ ດ້ວຍພະຍາດໂຣຄາ ແລະດ້ວຍສັດປ່າໃນແຜ່ນດິນໂລກ.