ເຊກາຣີຢາ 6:13 - ພຣະຄຳພີສັກສິ13 ລາວຈະເປັນຜູ້ສ້າງພຣະວິຫານຂອງພຣະເຈົ້າຢາເວ ແລະຈະໄດ້ຮັບກຽດສົມກັບເປັນກະສັດ ແລະລາວຈະປົກຄອງປະຊາຊົນຂອງຕົນ. ຈະມີປະໂຣຫິດຄົນໜຶ່ງຢືນຢູ່ທີ່ຂ້າງບັນລັງຂອງລາວ ແລະພວກເຂົາຈະປົກຄອງຮ່ວມກັນຢ່າງສັນຕິສຸກ ແລະມີຄວາມເຂົ້າໃຈຊຶ່ງກັນແລະກັນ.’ Uka jalj uñjjattʼäta |
ກ່າວວ່າ, “ເຊຣຸບບາເບນໄດ້ວາງຮາກຖານຂອງພຣະວິຫານແລ້ວ ແລະລາວຈະສ້າງຕຶກໃຫ້ສຳເລັດ. ເມື່ອເຫດການນີ້ເກີດຂຶ້ນ ປະຊາຊົນຂອງເຮົາຈະຮູ້ວ່າແມ່ນພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ທີ່ໄດ້ໃຊ້ເຈົ້າໄປຫາພວກເຂົາ. 10(ກ) ພວກເຂົາຜິດຫວັງກໍເພາະວ່າວຽກງານບໍ່ກ້າວໜ້າ. ແຕ່ພວກເຂົາຈະເຫັນເຊຣຸບບາເບນສືບຕໍ່ສ້າງພຣະວິຫານ ແລະພວກເຂົາກໍຈະຊົມຊື່ນຍິນດີ.”