ເຊກາຣີຢາ 6:11 - ພຣະຄຳພີສັກສິ11 ຈົ່ງເອົາເງິນແລະຄຳທີ່ພວກເຂົາໄດ້ມອບໃຫ້ນັ້ນເຮັດມົງກຸດ ແລະສຸບມົງກຸດນີ້ໃສ່ຫົວຂອງມະຫາປະໂຣຫິດເຢຊູອາລູກຊາຍຂອງໂຢຊາດັກ. Uka jalj uñjjattʼäta |
ເຢຊູອາລູກຊາຍຂອງໂຢຊາດັກ, ໝູ່ເພື່ອນປະໂຣຫິດຂອງລາວ ແລະເຊຣຸບບາເບນລູກຊາຍຂອງເຊອານຕີເອນພ້ອມທັງຍາດຕິພີ່ນ້ອງ, ໄດ້ສ້າງແທ່ນບູຊາສຳລັບພຣະເຈົ້າຂອງຊາດອິດສະຣາເອນຂຶ້ນໃໝ່ ເພື່ອວ່າພວກເຂົາຈະໄດ້ເຜົາເຄື່ອງບູຊາຖວາຍທີ່ເທິງແທ່ນນັ້ນ ຕາມຄຳແນະນຳທີ່ມີຂຽນໄວ້ໃນກົດບັນຍັດຂອງໂມເຊຄົນຂອງພຣະເຈົ້າ.
ໃນປີທີສອງ ທີ່ດາຣິອຸດໄດ້ຂຶ້ນເປັນຈັກກະພັດແຫ່ງເປີເຊຍ ອັນກົງກັບວັນທີໜຶ່ງຂອງເດືອນທີຫົກ; ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງໂດຍທາງຜູ້ທຳນວາຍຮັກກາຍ. ຖ້ອຍຄຳນີ້ແມ່ນສຳລັບເຊຣຸບບາເບນລູກຊາຍຂອງເຊອານຕີເອນ ທີ່ເປັນຜູ້ປົກຄອງຊາດຢູດາຍ ແລະສຳລັບເຢຊູອາລູກຊາຍຂອງໂຢຊາດັກ ຜູ້ເປັນມະຫາປະໂຣຫິດ.
ພຣະເຈົ້າຢາເວໄດ້ບັນດົນໃຈທຸກຄົນໃຫ້ຊ່ວຍກັນສ້າງພຣະວິຫານ: ເຊຣຸບບາເບນລູກຊາຍຂອງເຊອານຕີເອນ ຜູ້ປົກຄອງຢູດາຍ; ເຢຊູອາລູກຊາຍຂອງໂຢຊາດັກ ມະຫາປະໂຣຫິດ, ຕະຫລອດທັງປະຊາຊົນທຸກຄົນ ທີ່ໄດ້ກັບມາຈາກການເປັນຊະເລີຍໃນຕ່າງຖິ່ນ. ພວກເຂົາໄດ້ເລີ່ມສ້າງວິຫານຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງພວກເຂົາ