Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 6:10 - ພຣະຄຳພີສັກສິ

10 ພຣະອົງ​ກ່າວ​ວ່າ, “ຈົ່ງ​ຮັບ​ເອົາ​ຂອງຂວັນ​ທີ່​ເຮນດາອີ, ໂຕບີຢາ ແລະ​ເຢດາອີຢາ ຖວາຍ​ໃນ​ນາມ​ຂອງ​ພວກ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. ຈົ່ງ​ໄປ​ທີ່​ເຮືອນ​ຂອງ​ໂຢຊີຢາ​ລູກຊາຍ​ຂອງ​ເຊຟານີຢາ​ໃນ​ມື້ນີ້​ໂລດ. ຄົນ​ເຫຼົ່ານີ້​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ທີ່​ບາບີໂລນ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 6:10
7 Jak'a apnaqawi uñst'ayäwi  

ນອກຈາກນີ້​ແລ້ວ ເນບູຊາຣາດານ​ຜູ້​ບັນຊາການ​ທະຫານ ກໍໄດ້​ຈັບ​ເອົາ​ຄົນ​ໄປ​ເປັນ​ຊະເລີຍ​ເຊັ່ນ: ຫົວໜ້າ​ມະຫາ​ປະໂຣຫິດ​ເສຣາອີຢາ, ເຊຟານີຢາ​ຮອງ​ມະຫາ​ປະໂຣຫິດ ແລະ​ຂ້າຣາຊການ​ຜູ້​ສຳຄັນ​ຂອງ​ພຣະວິຫານ​ສາມ​ຄົນ.


ພວກເຂົາ​ຈະ​ນຳ​ພວກ​ພີ່ນ້ອງ​ຮ່ວມຊາດ​ຂອງ​ພວກເຈົ້າ ກັບຄືນ​ມາ​ຈາກ​ຊົນຊາດ​ຕ່າງໆ​ເພື່ອ​ເປັນ​ຂອງຂວັນ​ໃຫ້​ແກ່​ພຣະເຈົ້າຢາເວ. ພວກເຂົາ​ຈະ​ນຳ​ພີ່ນ້ອງ​ຮ່ວມຊາດ​ຂອງ​ພວກເຈົ້າ​ທັງໝົດ ມາ​ສູ່​ເນີນພູ​ສັກສິດ​ຂອງເຮົາ ໃນ​ນະຄອນ​ເຢຣູຊາເລັມ ໂດຍ​ໃຊ້​ມ້າ, ລໍ, ອູດ, ລໍ້ ແລະ​ກວຽນ. ພຣະເຈົ້າຢາເວ​ກ່າວ​ວ່າ, ດັ່ງ​ຊາວ​ອິດສະຣາເອນ​ນຳ​ພືດຜົນ​ເປັນເມັດ​ໃສ່​ພາຊະນະ​ທີ່​ຊຳລະ​ໃຫ້​ໝົດ​ມົນທິນ​ແລ້ວ ມາ​ທີ່​ພຣະວິຫານ​ຂອງ​ພຣະເຈົ້າຢາເວ.


“ອາແມນ ຂໍ​ໃຫ້​ພຣະເຈົ້າຢາເວ​ເຮັດ​ຕາມ​ທີ່​ເຈົ້າ​ໄດ້​ກ່າວ​ມາ​ນັ້ນ​ເຖີດ ຂ້າພະເຈົ້າ​ຫວັງ​ຢ່າງ​ແນ່ນອນ​ວ່າ ພຣະອົງ​ຈະ​ເຮັດ​ໃຫ້​ຄຳທຳນວາຍ​ຂອງທ່ານ​ກາຍເປັນຈິງ ແລະ​ນຳ​ເອົາ​ຊັບສົມບັດ​ທັງໝົດ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ​ພ້ອມ​ດ້ວຍ​ປະຊາຊົນ​ທັງໝົດ ທີ່​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ນັ້ນ​ກັບຄືນ​ມາ​ຈາກ​ບາບີໂລນ.


“ຫລັງຈາກ​ທີ່​ຂ້ານ້ອຍ​ໄດ້​ຈາກ​ນະຄອນ​ເຢຣູຊາເລັມ​ໄປ ເປັນ​ເວລາ​ຫລາຍ​ປີ​ແລ້ວ, ຂ້ານ້ອຍ​ກໍ​ກັບຄືນ​ມາ​ນະຄອນ​ນີ້​ອີກ ເພື່ອ​ນຳ​ເອົາ​ເງິນ​ຊ່ວຍເຫລືອ​ມາ​ໃຫ້​ປະຊາຊົນ​ຂອງ​ຂ້ານ້ອຍ ແລະ ເພື່ອ​ຖວາຍບູຊາ​ແກ່​ພຣະເຈົ້າ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka