9 ຂ້າພະເຈົ້າຈຶ່ງເງີຍໜ້າຂຶ້ນ ແລະເຫັນຍິງສອງຄົນບິນມາທາງຂ້າພະເຈົ້າ ດ້ວຍປີກອັນມີກຳລັງຫລາຍເໝືອນດັ່ງນົກຍາງ. ຍິງທັງສອງໄດ້ຍົກກະຕ່ານັ້ນຂຶ້ນແລະບິນໜີໄປ.
ເທິງຕົ້ນໄມ້ນັ້ນຝູງນົກໄດ້ເຮັດຮັງຂອງພວກມັນ ເປັນຮັງນົກຍາງຢູ່ເທິງຕົ້ນສົນນັ້ນ.
ແມ່ນແຕ່ນົກຍາງຢູ່ເທິງຟ້າຍັງຮູ້ຈັກຍາມກັບມາ; ນົກກາງແກ, ນົກແອ່ນ ແລະນົກຂຽນ ກໍຍັງຮູ້ຈັກເວລາຍົກຍ້າຍມາ. ແຕ່ປະຊາຊົນຂອງເຮົາ ພວກເຈົ້າບໍ່ຮູ້ຈັກກົດບັນຍັດທັງຫລາຍຂອງເຮົາທີ່ໃຊ້ປົກຄອງພວກເຈົ້າ.
“ຈົ່ງເປົ່າແກສັນຍານເຕືອນໄພ ພວກສັດຕູເໝືອນນົກອິນຊີກຳລັງຢູ່ເໜືອວິຫານຂອງພຣະເຈົ້າຢາເວ; ປະຊາຊົນຂອງເຮົາໄດ້ລະເມີດພັນທະສັນຍາທີ່ເຮົາໄດ້ໃຫ້ໄວ້ກັບພວກເຂົາ ແລະທັງໄດ້ກະບົດຕໍ່ສູ້ກົດບັນຍັດຂອງເຮົາ.
ເຈົ້າຢ່າກິນນົກຊະນິດໃດໆດັ່ງຕໍ່ໄປນີ້: ນົກອິນຊີ, ນົກເຄົ້າ, ແຫລວ, ແຫລວຫາງຍາວ, ແຫລວດຳຕາມຊະນິດຂອງມັນ, ແຮ້ງ, ກາ, ນົກກະຈອກເທດ, ນົກນາງນວນ, ນົກກະສາ, ນົກຍາງ, ນົກກະທຸງ, ນົກເປັດ, ນົກຫອນຍາວ ຫລືເຈຍ.
ຂ້າພະເຈົ້າຈຶ່ງຖາມເທວະດາຕົນນັ້ນວ່າ, “ພວກນາງຈະເອົາກະຕ່ານັ້ນໄປໃສ?”
ຊາກສົບຢູ່ບ່ອນໃດ ຝູງແຮ້ງກໍໂຮມກັນຢູ່ບ່ອນນັ້ນ.”
ພຣະເຈົ້າຢາເວຈະນຳຊົນຊາດທີ່ຢູ່ສຸດປາຍແຜ່ນດິນໂລກ ຊຶ່ງພວກເຈົ້າບໍ່ຮູ້ຈັກພາສາ ມາຕໍ່ສູ້ພວກເຈົ້າ. ພວກເຂົາຈະບຸກຖະຫຼົ່ມໂຈມຕີພວກເຈົ້າ ເໝືອນດັ່ງນົກອິນຊີບິນລົງຈັບເຫຍື່ອ.