Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 5:8 - ພຣະຄຳພີສັກສິ

8 ເທວະດາ​ຕົນ​ນັ້ນ​ໄດ້​ກ່າວ​ວ່າ, “ຍິງ​ຜູ້​ນີ້​ເປັນ​ຕົວແທນ​ຂອງ​ຄວາມ​ຊົ່ວຮ້າຍ.” ແລ້ວ​ເທວະຕົນ​ນັ້ນ​ກໍ​ຂົ່ມ​ຫົວ​ນາງ​ລົງ​ແລະ​ອັດ​ກະຕ່າ​ໄວ້​ຄືນ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 5:8
11 Jak'a apnaqawi uñst'ayäwi  

ມັນ​ຈະ​ເປັນ​ເວລາ​ເຖິງ​ສີ່​ເຊັ່ນຄົນ ກ່ອນ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ກັບຄືນ​ມາ​ທີ່​ນີ້ ເພາະ​ເຮົາ​ຈະ​ບໍ່​ຂັບໄລ່​ຊາວ​ອາໂມ​ອອກ​ໜີໄປ ຈົນກວ່າ​ພວກເຂົາ​ເຮັດ​ຊົ່ວຮ້າຍ​ໜັກ​ສົມ​ກັບ​ຕ້ອງ​ໄດ້​ຮັບ​ໂທດ.”


ການບາບ​ຂອງ​ຂ້ານ້ອຍ​ກໍ​ຖ້ວມ​ຊີວິດ​ໃຫ້​ຈົມ ເປັນ​ພາລະໜັກ​ເກີນ​ທີ່​ຈະ​ແບກ​ໄດ້.


ຄວາມຜິດ​ນັ້ນ ຄຸມຂັງ​ຜູ້​ທີ່​ເຮັດ​ຜິດ ການບາບ​ຂອງ​ຄົນຊົ່ວ​ກໍ​ເປັນ​ບ້ວງແຮ້ວ. ພວກເຂົາ​ຖືກ​ຈັບ​ໃນ​ຕາໜ່າງ​ແຫ່ງ​ບາບ​ຂອງ​ພວກ​ເຂົາເອງ.


ພຣະອົງ​ບັນທຶກ​ທຸກ​ການບາບ​ທີ່​ຂ້ອຍ​ໄດ້​ເຮັດ​ມາ ແລ້ວ​ກໍ​ມັດ​ທັງໝົດ​ລວມເຂົ້າ​ໃສ່​ກັນ​ໄວ້; ພຣະອົງ​ຫ້ອຍ​ບາບ​ເຫຼົ່ານັ້ນ​ໃສ່​ໄວ້​ເທິງ​ຄໍ ຂ້ອຍ​ຈຶ່ງ​ອ່ອນເພຍ​ເພາະ​ບາບກຳ​ນັ້ນ​ໜັກຫຼາຍ. ພຣະເຈົ້າຢາເວ​ມອບ​ຂ້ອຍ​ໃຫ້​ເຫຼົ່າ​ສັດຕູ ແລະ​ຂ້ອຍ​ກໍ​ບໍ່ມີ​ຜູ້ໃດ​ຊ່ວຍ​ຂ້ອຍ​ຕໍ່ສູ້​ພວກເຂົາ​ໄດ້.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ປະຊາຊົນ​ເອຟຣາອິມ​ບໍ່​ສັດຊື່​ດັ່ງ​ຊາວ​ການາອານ; ພວກເຂົາ​ມັກ​ໃຊ້​ຕາຊັ່ງ​ຕາຊິງ​ສໍ້ໂກງ​ລູກຄ້າ​ຂອງຕົນ.


ຍັງ​ດົນ​ປານໃດ​ວັນ​ຊະບາໂຕ​ຈະ​ໝົດ​ໄປ ເພື່ອ​ວ່າ​ພວກເຮົາ​ຈະ​ເລີ່ມ​ຂາຍ​ເຂົ້າ​ສາລີ​ໄດ້? ແລ້ວ​ພວກເຮົາ​ກໍ​ຈະ​ຄິດຄ່າ​ເກີນກວ່າ​ລາຄາ, ໃຊ້​ເຄື່ອງ​ຜອງ​ບໍ່​ຖືກຕ້ອງ ແລະ​ດັດແປງ​ຊິງ​ເພື່ອ​ສໍ້ໂກງ​ລູກຄ້າ​ຂອງ​ພວກເຮົາ.


ເຮົາ​ຈະ​ຍົກໂທດ​ໃຫ້​ແກ່​ຜູ້​ໃຊ້​ຕາຊັ່ງ​ແລະ​ຕາຊິງ​ປອມ​ໄດ້​ບໍ?


ກະຕ່າ​ນັ້ນ​ມີ​ຝາອັດ​ທີ່​ເຮັດ​ດ້ວຍ​ຕະກົ່ວ ເມື່ອ​ຂ້າພະເຈົ້າ​ເບິ່ງ​ລົງ​ໃນ​ທີ່ນັ້ນ ຝາ​ມັນ​ກໍ​ໄຂ​ອອກ​ແລະ​ມີ​ຍິງ​ຜູ້ໜຶ່ງ​ນັ່ງ​ຢູ່​ໃນ​ກະຕ່າ​ນັ້ນ.


ເຫດສະນັ້ນ ຈົ່ງ​ເຮັດ​ສິ່ງ​ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ເຮັດ​ນັ້ນ ໃຫ້​ສຳເລັດ​ຄົບຖ້ວນ​ສາ.


ໂດຍ​ທີ່​ພວກເຂົາ​ໄດ້​ຫ້າມປາມ​ພວກເຮົາ ບໍ່​ໃຫ້​ກ່າວ​ແກ່​ຄົນຕ່າງຊາດ ເພື່ອ​ຄົນ​ເຫຼົ່ານັ້ນ​ຈະ​ພົ້ນ​ໄດ້ ເພື່ອ​ການ​ຜິດບາບ​ທີ່​ພວກເຂົາ​ເຮັດ​ມາ​ນັ້ນ ຈະ​ຄົບຖ້ວນ ແຕ່​ໃນ​ສຸດທ້າຍ ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ໄດ້​ຕົກ​ໃສ່​ພວກເຂົາ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka