6 ຂ້າພະເຈົ້າຖາມວ່າ, “ສິ່ງນັ້ນແມ່ນຫຍັງ?” ເທວະດາຕົນນັ້ນຕອບວ່າ, “ແມ່ນກະຕ່າໜ່ວຍໜຶ່ງແລະມັນໝາຍເຖິງບາບ ຂອງດິນແດນນີ້ທັງໝົດ.”
ຈົ່ງໃຊ້ມາດຕາສ່ວນ, ເຄື່ອງຊັ່ງ ແລະເຄື່ອງວັດແທກອັນຖືກຕ້ອງ. ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຜູ້ໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ.
ຈົ່ງຟັງເລື່ອງນີ້ເຖີດ ພວກທີ່ຢຽບຢໍ່າຄົນຂັດສົນແລະພະຍາຍາມທຳລາຍຄົນຍາກຈົນຢູ່ໃນປະເທດ. ພວກເຈົ້າເວົ້າກັບຕົນເອງວ່າ, “ພວກເຮົາລໍຖ້າຢາກໃຫ້ວັນເດືອນຂຶ້ນໃໝ່ເຫຼົ່ານີ້ຜ່ານພົ້ນໄປເກືອບບໍ່ໄຫວ ເພາະພວກເຮົາຢາກຂາຍເຂົ້າສາລີ.
ຍັງດົນປານໃດວັນຊະບາໂຕຈະໝົດໄປ ເພື່ອວ່າພວກເຮົາຈະເລີ່ມຂາຍເຂົ້າສາລີໄດ້? ແລ້ວພວກເຮົາກໍຈະຄິດຄ່າເກີນກວ່າລາຄາ, ໃຊ້ເຄື່ອງຜອງບໍ່ຖືກຕ້ອງ ແລະດັດແປງຊິງເພື່ອສໍ້ໂກງລູກຄ້າຂອງພວກເຮົາ.
ພວກເຮົາສາມາດຂາຍເຂົ້າບໍ່ດີໃນລາຄາແພງ. ພວກເຮົາຈະຊອກຫາຊື້ເອົາຄົນຍາກຈົນ ມາເປັນທາດຮັບໃຊ້ໃນລາຄາເທົ່າກັບເກີບພຽງຄູ່ດຽວ.”
ໃນເຮືອນຂອງຄົນຊົ່ວ ມີຊັບສົມບັດຫລາຍຢ່າງ ຊຶ່ງພວກເຂົາໄດ້ມາໃນທາງບໍ່ສັດຊື່. ພວກເຂົາໃຊ້ຕາຊິງປອມ ເປັນສິ່ງທີ່ເຮົາກຽດຊັງ.
ໃນວັນນັ້ນ ເຮົາຈະລົງໂທດທຸກຄົນທີ່ຂາບໄຫວ້ ຄ້າຍຄືກັບພວກທີ່ບໍ່ນັບຖືພຣະເຈົ້າ, ພວກທີ່ຂີ້ລັກ ແລະພວກທີ່ຂ້າເຈົ້າເອົາຂອງ ເພື່ອນຳໄປສ້າງຮັ່ງຄູນມີໃຫ້ແກ່ເຮືອນເຈົ້ານາຍຂອງຕົນ.”
ກະຕ່ານັ້ນມີຝາອັດທີ່ເຮັດດ້ວຍຕະກົ່ວ ເມື່ອຂ້າພະເຈົ້າເບິ່ງລົງໃນທີ່ນັ້ນ ຝາມັນກໍໄຂອອກແລະມີຍິງຜູ້ໜຶ່ງນັ່ງຢູ່ໃນກະຕ່ານັ້ນ.