Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 5:5 - ພຣະຄຳພີສັກສິ

5 ເທວະດາ​ຕົນ​ນັ້ນ​ໄດ້​ປາກົດ​ຕໍ່​ຂ້າພະເຈົ້າ​ອີກ ແລະ​ກ່າວ​ວ່າ, “ເບິ່ງແມ! ສິ່ງ​ໜຶ່ງ​ອີກ​ກຳລັງ​ມາ.”

Uka jalj uñjjattʼäta Copia luraña




ເຊກາຣີຢາ 5:5
6 Jak'a apnaqawi uñst'ayäwi  

ພຣະເຈົ້າ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ແນມ​ເບິ່ງ​ໄປ​ທາງ​ທິດເໜືອ.” ຂ້າພະເຈົ້າ​ຈຶ່ງ​ແນມເບິ່ງ ແລະ​ໃນ​ທີ່ນັ້ນ​ໃກ້​ກັບ​ແທ່ນບູຊາ​ທີ່​ຂ້າງ​ທາງຍ່າງ ຂ້າພະເຈົ້າ​ໄດ້​ເຫັນ​ຮູບເຄົາຣົບ​ທີ່​ເຮັດ​ໃຫ້​ພຣະເຈົ້າ​ກິ້ວໂກດ.


ແລະ​ເທວະດາ​ຕົນ​ທີ່​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ກໍໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຈົ່ງ​ປະກາດ​ວ່າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ວ່າ, ‘ເຮົາ​ມີ​ຄວາມຮັກ​ແລະ​ຄວາມ​ຫ່ວງໃຍ​ອັນ​ເລິກເຊິ່ງ ຕໍ່​ນະຄອນ​ເຢຣູຊາເລັມ ແລະ​ຕໍ່​ຊີໂອນ


ຂ້າພະເຈົ້າ​ຈຶ່ງ​ຖາມ​ເທວະດາ​ຕົນ​ທີ່​ກຳລັງ​ກ່າວ​ແກ່​ຂ້າພະເຈົ້າ​ຢູ່​ນັ້ນ​ວ່າ, “ເຂົາ​ເຫຼົ່ານັ້ນ​ໝາຍເຖິງ​ຫຍັງ?” ເພິ່ນ​ຕອບ​ວ່າ, “ເຂົາ​ເຫຼົ່ານັ້ນ​ໝາຍເຖິງ​ບັນດາ​ອຳນາດ​ແຫ່ງ​ໂລກນີ້ ທີ່​ໄດ້​ເຮັດ​ໃຫ້​ປະຊາຊົນ​ຢູດາ, ອິດສະຣາເອນ ແລະ​ເຢຣູຊາເລັມ ກະຈັດ​ກະຈາຍ​ໄປ.”


ຂ້າພະເຈົ້າ​ໄດ້​ຖາມ​ວ່າ, “ທ່ານເອີຍ ມ້າ​ເຫຼົ່ານັ້ນ​ໝາຍເຖິງ​ຫຍັງ?” ເທວະດາ​ທີ່​ກ່າວ​ກັບ​ຂ້າພະເຈົ້າ​ໄດ້​ຕອບ​ຂ້າພະເຈົ້າ​ວ່າ, “ເຮົາ​ຈະ​ສະແດງ​ໃຫ້​ເຈົ້າ​ເຫັນ​ວ່າ​ໝາຍເຖິງ​ຫຍັງ?”


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ເທວະດາ​ຕົນ​ທີ່​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ນັ້ນ ກ້າວ​ຍ່າງ​ອອກ​ໄປ​ແລະ​ມີ​ເທວະດາ​ຕົນ​ອື່ນ​ອີກ ເຂົ້າ​ມາ​ພົບ​ເທວະດາ​ຕົນ​ນີ້.


ເທວະດາ​ຕົນ​ທີ່​ກ່າວ​ກັບ​ຂ້າພະເຈົ້າ​ຖາມ​ຂ້າພະເຈົ້າ​ຄືນ​ວ່າ, “ເຈົ້າ​ບໍ່​ຮູ້ຈັກ​ບໍ?” ຂ້າພະເຈົ້າ​ຕອບ​ວ່າ, “ທ່ານເອີຍ ຂ້ານ້ອຍ​ບໍ່​ຮູ້ຈັກ.” 10(ຂ) ເທວະດາ​ຕົນ​ນັ້ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຕະກຽງ​ທັງ​ເຈັດ​ໜ່ວຍ​ນັ້ນ​ແມ່ນ​ຕາ​ທັງ​ເຈັດ​ຂອງ​ພຣະເຈົ້າຢາເວ ຊຶ່ງ​ສອດ​ສ່ອງ​ເບິ່ງ​ທົ່ວ​ທັງ​ໂລກນີ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka