ເຊກາຣີຢາ 5:4 - ພຣະຄຳພີສັກສິ4 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ ພຣະອົງຈະສົ່ງຄຳສາບແຊ່ງນີ້ອອກໄປ ແລະມັນຈະເຂົ້າໄປໃນເຮືອນຂອງຄົນຂີ້ລັກທຸກຄົນ ຕະຫລອດທັງເຮືອນຂອງຜູ້ເວົ້າຕົວະພາຍໃຕ້ຄຳສາບານທຸກຄົນ. ມັນຈະຢູ່ໃນເຮືອນຂອງພວກເຂົາຈົນກວ່າບ້ານເຮືອນຖືກຮົກຮ້າງເພພັງ.” Uka jalj uñjjattʼäta |
ແລ້ວເທວະດາຕົນນັ້ນກໍໄດ້ກ່າວແກ່ຂ້າພະເຈົ້າວ່າ, “ໃນໜັງສືມ້ວນນັ້ນມີຄຳສາບແຊ່ງຖືກຂຽນໄວ້ ທີ່ຈະອອກໄປເຖິງທົ່ວທັງດິນແດນ. ທີ່ສົ້ນໜຶ່ງຂອງໜັງສືນັ້ນກ່າວວ່າ ຄົນຂີ້ລັກທຸກໆຄົນຈະຖືກກວາດອອກໄປຈາກດິນແດນ ແລະທີ່ສົ້ນໜຶ່ງອີກກ່າວວ່າ ທຸກໆຄົນທີ່ເວົ້າຕົວະພາຍໃຕ້ຄຳສາບານ ຈະຖືກກວາດລ້າງອອກໄປຈາກດິນແດນເຊັ່ນກັນ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ເຮົາຈະມາປາກົດຢູ່ທ່າມກາງພວກເຈົ້າເພື່ອຕັດສິນ ແລະເຮົາຈະເປັນພະຍານຕໍ່ສູ້ພວກທີ່ລົງມືຝຶກເວດມົນຄາຖາ, ຕໍ່ສູ້ພວກທີ່ຫລິ້ນຊູ້ສູ່ຜົວເມຍ, ຕໍ່ສູ້ພວກທີ່ເປັນພະຍານບໍ່ຈິງ, ຕໍ່ສູ້ພວກທີ່ສໍ້ໂກງຄ່າແຮງງານຂອງລູກຈ້າງ, ຕໍ່ສູ້ພວກທີ່ເອົາປຽບແມ່ໝ້າຍ, ເດັກກຳພ້າ ແລະຄົນຕ່າງດ້າວ ຄືຕໍ່ສູ້ທຸກຄົນທີ່ບໍ່ຢຳເກງເຮົາ.”