Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 5:3 - ພຣະຄຳພີສັກສິ

3 ແລ້ວ​ເທວະດາ​ຕົນ​ນັ້ນ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ໃນ​ໜັງສື​ມ້ວນ​ນັ້ນ​ມີ​ຄຳສາບແຊ່ງ​ຖືກ​ຂຽນ​ໄວ້ ທີ່​ຈະ​ອອກ​ໄປ​ເຖິງ​ທົ່ວ​ທັງ​ດິນແດນ. ທີ່​ສົ້ນ​ໜຶ່ງ​ຂອງ​ໜັງສື​ນັ້ນ​ກ່າວ​ວ່າ ຄົນ​ຂີ້ລັກ​ທຸກໆຄົນ​ຈະ​ຖືກ​ກວາດອອກ​ໄປ​ຈາກ​ດິນແດນ ແລະ​ທີ່​ສົ້ນ​ໜຶ່ງ​ອີກ​ກ່າວ​ວ່າ ທຸກໆຄົນ​ທີ່​ເວົ້າຕົວະ​ພາຍໃຕ້​ຄຳ​ສາບານ ຈະ​ຖືກ​ກວາດລ້າງ​ອອກ​ໄປ​ຈາກ​ດິນແດນ​ເຊັ່ນກັນ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 5:3
42 Jak'a apnaqawi uñst'ayäwi  

ຜູ້​ທີ່​ສົມຮູ້​ຮ່ວມຄິດ​ກັບ​ຄົນ​ຂີ້ລັກ ກໍ​ເປັນ​ສັດຕູ​ຕໍ່​ຕົນເອງ ລາວ​ຈະ​ຖືກ​ບອກ​ໃຫ້​ສາບານ, ແຕ່​ບໍ່​ກ້າ​ເປີດເຜີຍ​ຄວາມຈິງ​ໄດ້.


ພຣະເຈົ້າຢາເວ​ສາບແຊ່ງ​ບ້ານເຮືອນ​ຂອງ​ຄົນຊົ່ວຮ້າຍ, ແຕ່​ອວຍພອນ​ບ້ານເຮືອນ​ຂອງ​ຄົນ​ຊອບທຳ.


ຖ້າ​ຂ້ານ້ອຍ​ມີຫລາຍ​ເກີນໄປ ຂ້ານ້ອຍ​ອາດ​ເວົ້າ​ວ່າ​ຂ້ານ້ອຍ​ບໍ່​ຕ້ອງການ​ພຣະເຈົ້າຢາເວ​ກໍໄດ້, ແຕ່​ຖ້າ​ຂ້ານ້ອຍ​ທຸກໂພດ ຂ້ານ້ອຍ​ອາດ​ເປັນ​ຄົນ​ຂີ້ລັກ​ແລະ​ກະບົດ ຊຶ່ງ​ຈະ​ນຳ​ຄວາມ​ເສຍຫາຍ​ມາ​ສູ່​ພຣະນາມ​ພຣະເຈົ້າ​ຂອງ​ຂ້ານ້ອຍ.


ສະນັ້ນ ແຜ່ນດິນ​ໂລກ​ນີ້ ຈຶ່ງ​ຖືກ​ສາບແຊ່ງ ໃຫ້​ສົມກັບ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ ຄື​ໜ້ອຍຄົນ​ທີ່ສຸດ​ຈະ​ມີ​ຊີວິດ​ຢູ່.


ພວກ​ຜູ້ປົກຄອງ​ຕ່າງ​ກໍ​ໝິ່ນປະໝາດ​ເຮົາ ທັງ​ຫຍໍ້ຫຍັນ​ບ່ອນ​ສັກສິດ​ຂອງເຮົາ​ດ້ວຍ. ສະນັ້ນ ເຮົາ​ຈຶ່ງ​ໃຫ້​ອິດສະຣາເອນ​ຖືກ​ທຳລາຍ ປ່ອຍ​ໃຫ້​ປະຊາຊົນ​ຂອງເຮົາ​ຖືກ​ໝິ່ນປະໝາດ.”


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ເລື່ອງນີ້ ພວກ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ເຜົ່າຢູດາ​ນັ້ນ: ພວກເຈົ້າ​ໄດ້​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ ແລະ​ອ້າງ​ວ່າ​ຕົນ​ນະມັດສະການ​ພຣະເຈົ້າ ຄື​ຍ້ອງຍໍ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ແຕ່​ບໍ່ໄດ້​ຕັ້ງໃຈ​ເວົ້າ​ແມ່ນແຕ່​ຄຳດຽວ​ຢ່າງນັ້ນ.


ຄົນ​ທີ່​ບໍ່​ສັດຊື່​ເຕັມ​ຢູ່​ໃນ​ດິນແດນ ໃຊ້​ຊີວິດ​ອັນ​ຊົ່ວຊາມ ແລະ​ໃຊ້​ອຳນາດ​ຜິດໆ​ດ້ວຍ. ເພາະ​ຄຳສາບແຊ່ງ​ມາ​ຖືກ ດິນແດນ​ຈຶ່ງ​ໄວ້ທຸກ ແລະ​ທົ່ງຫຍ້າ​ກໍ​ຫ່ຽວແຫ້ງ​ໝົດ.


ຖ້າ​ພວກເຈົ້າ​ສືບຕໍ່​ບໍ່​ຍອມ​ເຊື່ອຟັງ ແລ້ວ​ເຮົາ​ກໍ​ຈະ​ເຮັດ​ຕໍ່​ພຣະວິຫານ​ນີ້ ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ເມືອງ​ຊີໂລ ແລະ​ທຸກ​ຊົນຊາດ​ທົ່ວ​ທັງໂລກ​ກໍ​ຈະ​ໃຊ້​ຊື່​ຂອງ​ເມືອງ​ນີ້​ເປັນ​ຄຳສາບແຊ່ງ.”


ເຖິງປານນັ້ນ ເຈົ້າ​ກໍ​ຍັງ​ອ້າງວ່າ​ນະມັດສະການ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່. ພວກເຈົ້າ​ບໍ່ໄດ້​ເຮັດ​ຕາມ​ຄຳ​ສາບານ​ທີ່​ພວກເຈົ້າ​ກ່າວ​ນັ້ນ.


ພວກເຈົ້າ​ລັກ, ຂ້າເຈົ້າ​ເອົາຂອງ, ລ່ວງເກີນ​ຜົວເມຍ​ຄົນອື່ນ, ສາບານ​ດ້ວຍ​ຄວາມ​ບໍ່ຈິງ, ຖວາຍບູຊາ​ແກ່​ພະບາອານ ແລະ​ຂາບໄຫວ້​ພະຕ່າງໆ​ທີ່​ພວກເຈົ້າ​ບໍ່ເຄີຍ​ຮູ້ຈັກ​ມາກ່ອນ.


ແລ້ວ​ຂ້າພະເຈົ້າ​ກໍ​ເຫັນ​ມື​ເບື້ອງໜຶ່ງ ຖື​ໜັງສື​ມ້ວນ​ເດ່​ອອກ​ມາ​ທາງ​ຂ້າພະເຈົ້າ.


ຊາວ​ອິດສະຣາເອນ​ທັງໝົດ​ໄດ້​ເຮັດ​ຜິດ​ຕໍ່​ກົດລະບຽບ​ຕ່າງໆ​ຂອງ​ພຣະອົງ ແລະ​ບໍ່​ຍອມ​ຟັງ​ສິ່ງ​ທີ່​ພຣະອົງ​ໄດ້​ບອກ. ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ; ເພາະສະນັ້ນ ພວກ​ຂ້ານ້ອຍ​ຈຶ່ງ​ຖືກ​ນຳ​ມາ​ສູ່​ການ​ສາບແຊ່ງ ຕາມ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ.


ພວກເຂົາ​ເຮັດ​ຄຳສັນຍາ​ແລະ​ລະເມີດ​ຄຳສັນຍາ​ນັ້ນ. ພວກເຂົາ​ຂີ້ຕົວະ, ເປັນ​ຄາດຕະກອນ, ຂີ້ລັກ ແລະ​ຫລີ້ນຊູ້​ສູ່ຜົວເມຍ​ຄົນອື່ນ. ອາຊະຍາກຳ​ມີ​ເພີ່ມ​ຂຶ້ນ ແລະ​ການ​ຂ້າຟັນກັນ​ກໍ​ມີ​ຢູ່​ທຸກ​ມື້​ທຸກ​ເວັນ.


ຢ່າ​ລັກ, ຢ່າ​ຕົວະ, ຢ່າ​ຫລອກລວງ​ກັນແລະກັນ.


ຢ່າ​ສາບານ​ອອກ​ນາມຊື່​ຂອງເຮົາ​ເພື່ອ​ຕົວະ ຊຶ່ງ​ເປັນ​ການ​ນຳ​ຄວາມ​ເສື່ອມເສຍ​ມາ​ສູ່​ນາມຊື່​ຂອງ​ພຣະເຈົ້າ​ຂອງ​ພວກເຈົ້າ. ເຮົາ​ແມ່ນ​ພຣະເຈົ້າຢາເວ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ເຫຼົ່ານີ້​ມີ​ເຄື່ອງຂອງ​ເຕັມ​ຫໍໂຮງ​ທີ່​ໄດ້​ມາ​ຈາກ​ອາຊະຍາກຳ ແລະ​ການ​ປຸ້ນຈີ້. ພວກເຂົາ​ບໍ່​ຮູ້ຈັກ​ປະພຶດ​ຕົນ​ຢ່າງ​ສັດຊື່.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ ພຣະອົງ​ຈະ​ສົ່ງ​ຄຳສາບແຊ່ງ​ນີ້​ອອກ​ໄປ ແລະ​ມັນ​ຈະ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຄົນ​ຂີ້ລັກ​ທຸກຄົນ ຕະຫລອດ​ທັງ​ເຮືອນ​ຂອງ​ຜູ້​ເວົ້າຕົວະ​ພາຍໃຕ້​ຄຳ​ສາບານ​ທຸກຄົນ. ມັນ​ຈະ​ຢູ່​ໃນ​ເຮືອນ​ຂອງ​ພວກເຂົາ​ຈົນກວ່າ​ບ້ານ​ເຮືອນ​ຖືກ​ຮົກຮ້າງ​ເພພັງ.”


ຢ່າ​ສູ່​ວາງແຜນ​ຄິດ​ຄວາມຊົ່ວ​ໃນໃຈ​ຕໍ່​ກັນແລະກັນ. ຢ່າ​ສູ່​ສາບານ​ໂດຍ​ເປັນ​ພະຍານ​ບໍ່ຈິງ. ເຮົາ​ກຽດຊັງ​ການ​ເວົ້າຕົວະ, ການ​ອະຍຸດຕິທຳ ແລະ​ການ​ໂຫດຮ້າຍ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ຈະ​ມາ​ປາກົດ​ຢູ່​ທ່າມກາງ​ພວກເຈົ້າ​ເພື່ອ​ຕັດສິນ ແລະ​ເຮົາ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກ​ທີ່​ລົງມື​ຝຶກ​ເວດມົນ​ຄາຖາ, ຕໍ່ສູ້​ພວກ​ທີ່​ຫລິ້ນຊູ້​ສູ່ຜົວເມຍ, ຕໍ່ສູ້​ພວກ​ທີ່​ເປັນ​ພະຍານ​ບໍ່ຈິງ, ຕໍ່ສູ້​ພວກ​ທີ່​ສໍ້ໂກງ​ຄ່າ​ແຮງງານ​ຂອງ​ລູກຈ້າງ, ຕໍ່ສູ້​ພວກ​ທີ່​ເອົາປຽບ​ແມ່ໝ້າຍ, ເດັກ​ກຳພ້າ ແລະ​ຄົນຕ່າງດ້າວ ຄື​ຕໍ່ສູ້​ທຸກຄົນ​ທີ່​ບໍ່​ຢຳເກງ​ເຮົາ.”


ລາວ​ຈະ​ນຳ​ພໍ່​ກັບ​ລູກ​ມາ​ພົບ​ກັນ​ອີກ; ບໍ່​ດັ່ງນັ້ນ ເຮົາ​ຈະ​ມາ ແລະ​ທຳລາຍ​ປະເທດ​ຂອງ​ພວກເຈົ້າ.”


ເມື່ອນັ້ນ ພຣະອົງ​ກໍ​ຈະ​ກ່າວ​ຕໍ່​ບັນດາ​ຜູ້​ທີ່​ຢູ່​ເບື້ອງຊ້າຍ​ວ່າ, ‘ຫຍັບ​ອອກ​ໄປ​ໃຫ້​ຫ່າງ​ຈາກ​ເຮົາ ພວກສູ​ຜູ້​ທີ່​ຖືກ​ສາບແຊ່ງ​ເອີຍ ລົງ​ໄປ​ໃນ​ບຶງໄຟ​ທີ່​ໄໝ້​ຢູ່​ຕະຫລອດໄປ​ເປັນນິດ ຊຶ່ງ​ໄດ້​ຖືກ​ຈັດຕຽມ​ໄວ້​ສຳລັບ​ມານຮ້າຍ ແລະ​ບໍລິວານ​ຂອງ​ມັນ


ດ້ວຍວ່າ, ວັນ​ນັ້ນ​ຈະ​ມາ​ຖືກ​ມະນຸດ​ທັງຫລາຍ ໃນ​ທົ່ວ​ທັງໂລກ​ເໝືອນ​ຄວ່າງ​ແຫ​ໃສ່​ປາ.


ຝ່າຍ​ຄົນ​ທີ່​ເຄີຍ​ລັກ​ກໍ​ຈົ່ງ​ເຊົາ​ລັກ​ຕໍ່ໄປ, ແຕ່​ໃຫ້​ລົງ​ມື​ເຮັດ​ວຽກ​ເພື່ອ​ລ້ຽງຊີບ​ໃນ​ທາງ​ສັດຊື່ ເພື່ອ​ຈະ​ໄດ້​ມີ​ສ່ວນ​ຊ່ວຍເຫລືອ​ຄົນ​ຍາກຈົນ.


ພວກເຮົາ​ກໍ​ຮູ້​ຄື​ກັນ​ວ່າ ກົດໝາຍ​ນັ້ນ​ບໍ່ໄດ້​ຕັ້ງ​ໄວ້​ສຳລັບ​ຄົນ​ດີ ແຕ່​ຕັ້ງ​ໄວ້​ສຳລັບ​ຄົນ​ດັ່ງ​ຕໍ່ໄປນີ້ ຄື​ຄົນ​ລະເມີດ​ກົດໝາຍ​ແລະ​ຜູ້​ເຮັດ​ການ​ຊົ່ວຮ້າຍ, ຄົນຊົ່ວຊ້າ​ແລະ​ຄົນ​ບໍ່​ຢ້ານ​ບາບກຳ, ຄົນ​ບໍ່​ເຄົາຣົບ​ນັບຖື​ພຣະເຈົ້າ​ແລະ​ສິ່ງ​ສັກສິດ, ຄົນ​ຂ້າ​ພໍ່​ຕີ​ແມ່, ຜູ້ຮ້າຍ​ຂ້າ​ຄົນ,


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ທີ່​ສຳຄັນ​ກວ່າ​ສິ່ງ​ອື່ນໆ​ທັງໝົດ​ກໍ​ຄື ຢ່າ​ສາບານ​ດ້ວຍ​ອ້າງ​ເຖິງ​ສະຫວັນ ຫລື​ແຜ່ນດິນ​ໂລກ ຫລື​ສິ່ງ​ອື່ນໆ, ແຕ່​ສິ່ງໃດ “ແມ່ນ.” ກໍ​ໃຫ້​ວ່າ, “ແມ່ນ.” ສິ່ງໃດ​ທີ່ “ບໍ່ແມ່ນ.” ກໍ​ໃຫ້​ວ່າ, “ບໍ່ແມ່ນ.” ເພື່ອ​ພວກເຈົ້າ​ຈະ​ບໍ່​ຕົກ​ໃນ​ການ​ລົງໂທດ.


ເບິ່ງແມ! ຄ່າຈ້າງ​ຂອງ​ຄົນ​ທີ່​ໄດ້​ກ່ຽວເຂົ້າ​ໃນ​ນາ​ຂອງ​ພວກເຈົ້າ ຊຶ່ງ​ພວກເຈົ້າ​ໄດ້​ສໍ້ໂກງ​ໄວ້​ນັ້ນ​ກໍ​ຮ້ອງຟ້ອງ​ຂຶ້ນ ແລະ​ສຽງ​ຮ້ອງທຸກ​ຂອງ​ຄົນ​ທີ່​ກ່ຽວເຂົ້າ​ນັ້ນ ກໍໄດ້​ຊົງ​ຊາບ​ແລ້ວ ເຖິງ​ຫູ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງ​ເປັນ​ຈອມພົນ.


ຍ້ອນ​ດັ່ງນີ້ ພວກເຮົາ​ຈຳເປັນ​ຕ້ອງ​ໄວ້​ຊີວິດ​ຂອງ​ພວກເຂົາ. ຖ້າ​ພວກເຮົາ​ບໍ່​ເຮັດ​ຕາມ ພຣະເຈົ້າ​ຈະ​ລົງໂທດ​ພວກເຮົາ.


ສ່ວນ​ຄົນ​ຂີ້ຢ້ານ, ຄົນ​ທໍລະຍົດ, ຄົນ​ປະພຶດ​ໃນ​ສິ່ງ​ທີ່​ໜ້າກຽດ​ໜ້າຊັງ, ຜູ້ຂ້າຄົນ, ຄົນ​ປະພຶດ​ຜິດ​ສິນທຳ​ທາງ​ເພດ, ຄົນ​ໃຊ້​ເວດມົນ​ຄາຖາ, ຄົນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຄົນ​ຂີ້ຕົວະ​ທຸກຄົນ​ນັ້ນ ມໍຣະດົກ​ຂອງ​ຄົນ​ເຫຼົ່ານັ້ນ ແມ່ນ​ບຶງໄຟ​ທີ່​ໄໝ້​ຢູ່​ປົນ​ກັບ​ມາດ ຊຶ່ງ​ເປັນ​ຄວາມຕາຍ​ຄັ້ງ​ທີ​ສອງ.”


ສ່ວນ​ຝູງ​ໝາ​ກັບ​ຄົນ​ໃຊ້​ເວດມົນ​ຄາຖາ, ຄົນ​ລ່ວງ​ຜິດ​ສິນທຳ​ທາງ​ເພດ, ຄົນ​ຄາດຕະກອນ, ຄົນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຄົນ​ຂີ້ຕົວະ​ຈະ​ຢູ່​ພາຍ​ນອກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka