2 ເທວະດາຕົນນັ້ນໄດ້ຖາມຂ້າພະເຈົ້າວ່າ, “ເຈົ້າໄດ້ເຫັນຫຍັງແດ່?” ຂ້າພະເຈົ້າຈຶ່ງຕອບວ່າ, “ເຫັນໜັງສືມ້ວນກຳລັງປິວໄປໃນອາກາດ; ໜັງສືນີ້ຍາວເກົ້າແມັດແລະກວ້າງແມັດເຄິ່ງ.”
“ຈົ່ງເອົາເຈ້ຍມ້ວນໜຶ່ງມາຂຽນຖ້ອຍຄຳທັງໝົດທີ່ເຮົາໄດ້ບອກເຈົ້າ ເຖິງອິດສະຣາເອນ ແລະຢູດາລວມທັງຊົນຊາດທັງໝົດ. ຈົ່ງຂຽນທຸກໆສິ່ງທີ່ເຮົາໄດ້ບອກເຈົ້າ ຕັ້ງແຕ່ຄາວທີ່ເຮົາໄດ້ກ່າວແກ່ເຈົ້າເທື່ອທຳອິດ ເມື່ອເຈົ້າໂຢສີຢາເປັນກະສັດຈົນເຖິງທຸກວັນນີ້.
ແລ້ວພຣະເຈົ້າຢາເວກໍຖາມຂ້າພະເຈົ້າວ່າ, “ອາໂມດເອີຍ ເຈົ້າເຫັນຫຍັງແດ່?” ຂ້າພະເຈົ້າຕອບວ່າ, “ເຫັນສາຍລູກດິ່ງ.” ແລ້ວອົງພຣະຜູ້ເປັນເຈົ້າກໍກ່າວວ່າ, “ຈົ່ງເບິ່ງນີ້ແມ. ເຮົາກຳລັງໃຊ້ສາຍລູກດິ່ງນີ້ໃນທ່າມກາງປະຊາຊົນອິດສະຣາເອນຂອງເຮົາ. ເຮົາຈະບໍ່ປ່ຽນໃຈໃນການລົງໂທດພວກເຂົາ.
ວັນອັນຍິ່ງໃຫຍ່ຂອງພຣະເຈົ້າຢາເວຫຍັບເຂົ້າມາໃກ້ແລ້ວ ຄືຫຍັບເຂົ້າມາໃກ້ທີ່ສຸດ ແລະມາໄວທີ່ສຸດ ໃນວັນຂອງພຣະເຈົ້າຢາເວຈະເປັນວັນທີ່ຂົມຂື່ນ ແມ່ນແຕ່ ບັນດາທະຫານທີ່ເກັ່ງກ້າທີ່ສຸດ ກໍຈະຮ້ອງອອກມາດ້ວຍຄວາມໝົດຫວັງ.
ເພິ່ນຖາມຂ້າພະເຈົ້າວ່າ, “ເຈົ້າໄດ້ເຫັນຫຍັງແດ່?” ຂ້າພະເຈົ້າຈຶ່ງຕອບວ່າ, “ເຫັນຕີນຮອງຕະກຽງທີ່ເປັນຄຳ ເທິງຈອມນັ້ນມີອ່າງໜ່ວຍໜຶ່ງສຳລັບໃສ່ນໍ້າມັນ. ທີ່ເທິງຕີນຮອງຕະກຽງນັ້ນມີຕະກຽງເຈັດໜ່ວຍ ແລະແຕ່ລະໜ່ວຍມີໄສ້ເຈັດອັນ.
ແລະດ້ວຍໃຈໂລບ ພວກເຂົາຈະໄດ້ກຳໄລຈາກພວກເຈົ້າດ້ວຍກ່າວຄຳຕົວະ ການລົງໂທດຄົນເຫຼົ່ານັ້ນ ທີ່ໄດ້ຖືກພິພາກສາດົນນານມາແລ້ວ ກໍບໍ່ເສີຍຊ້າຢູ່. ຄວາມຈິບຫາຍທີ່ຈະເກີດຂຶ້ນກັບພວກເຂົາ ກໍບໍ່ໄດ້ລືມພວກເຂົາ.
ເພາະການບາບຂອງນະຄອນນັ້ນ ກອງສູງຂຶ້ນພຽງຟ້າແລ້ວ ແລະພຣະເຈົ້າໄດ້ຊົງຈື່ຈຳການກະທຳ ອັນຊົ່ວຊ້າຂອງມັນໄວ້ແລ້ວ.