10 ຂ້າພະເຈົ້າຈຶ່ງຖາມເທວະດາຕົນນັ້ນວ່າ, “ພວກນາງຈະເອົາກະຕ່ານັ້ນໄປໃສ?”
ຂ້າພະເຈົ້າຖາມວ່າ, “ທ່ານກຳລັງຈະໄປໃສ?” ຊາຍຄົນນັ້ນຕອບວ່າ, “ໄປແທກນະຄອນເຢຣູຊາເລັມວ່າຍາວແລະກວ້າງເທົ່າໃດ.”
ເທວະດາຕົນນັ້ນຕອບວ່າ, “ໄປບາບີໂລນ ບ່ອນທີ່ພວກນາງຈະສ້າງວິຫານສຳລັບກະຕ່ານັ້ນ. ເມື່ອສ້າງວິຫານສຳເລັດແລ້ວ ກະຕ່ານັ້ນຈະຖືກປະໄວ້ທີ່ນັ້ນໃຫ້ຄົນຂາບໄຫວ້.”
ຂ້າພະເຈົ້າຈຶ່ງເງີຍໜ້າຂຶ້ນ ແລະເຫັນຍິງສອງຄົນບິນມາທາງຂ້າພະເຈົ້າ ດ້ວຍປີກອັນມີກຳລັງຫລາຍເໝືອນດັ່ງນົກຍາງ. ຍິງທັງສອງໄດ້ຍົກກະຕ່ານັ້ນຂຶ້ນແລະບິນໜີໄປ.
ແລ້ວຂ້າພະເຈົ້າກໍຖາມເທວະດາຕົນນັ້ນວ່າ, “ທ່ານເອີຍ ລົດຮົບເຫຼົ່ານີ້ໝາຍເຖິງຫຍັງ?”