ເຊກາຣີຢາ 4:9 - ພຣະຄຳພີສັກສິ9 ກ່າວວ່າ, “ເຊຣຸບບາເບນໄດ້ວາງຮາກຖານຂອງພຣະວິຫານແລ້ວ ແລະລາວຈະສ້າງຕຶກໃຫ້ສຳເລັດ. ເມື່ອເຫດການນີ້ເກີດຂຶ້ນ ປະຊາຊົນຂອງເຮົາຈະຮູ້ວ່າແມ່ນພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ທີ່ໄດ້ໃຊ້ເຈົ້າໄປຫາພວກເຂົາ. 10(ກ) ພວກເຂົາຜິດຫວັງກໍເພາະວ່າວຽກງານບໍ່ກ້າວໜ້າ. ແຕ່ພວກເຂົາຈະເຫັນເຊຣຸບບາເບນສືບຕໍ່ສ້າງພຣະວິຫານ ແລະພວກເຂົາກໍຈະຊົມຊື່ນຍິນດີ.” Uka jalj uñjjattʼäta |
ຜູ້ທີ່ຢູ່ຫ່າງໄກກໍຈະມາຊ່ວຍສ້າງພຣະວິຫານຂອງພຣະເຈົ້າຢາເວຂຶ້ນໃໝ່. ແລະເມື່ອສ້າງຂຶ້ນໃໝ່ແລ້ວ ພວກເຈົ້າຈະຮູ້ວ່າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ໃຊ້ຂ້າພະເຈົ້າມາຫາພວກເຈົ້າ. ເຫດການທັງໝົດນີ້ຈະເກີດຂຶ້ນແທ້ ຖ້າພວກເຈົ້າເຮັດຕາມຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຢ່າງຄົບຖ້ວນ.
ຈົ່ງປັກຕາເບິ່ງພຣະເຢຊູເຈົ້າ ຄືຜູ້ບຸກເບີກຄວາມເຊື່ອ ແລະຜູ້ຊົງເຮັດໃຫ້ຄວາມເຊື່ອຂອງພວກເຮົາເຖິງທີ່ສຳເລັດ. ພຣະອົງໄດ້ຊົງອົດທົນຕໍ່ໄມ້ກາງແຂນ ເພາະເຫັນແກ່ຄວາມຍິນດີທີ່ຕັ້ງໄວ້ຕໍ່ໜ້າພຣະອົງ ພຣະອົງຊົງຖືວ່າຄວາມລະອາຍນັ້ນບໍ່ເປັນສິ່ງສຳຄັນ ຈຶ່ງໄດ້ປະທັບລົງເບື້ອງຂວາພຣະທີ່ນັ່ງຂອງພຣະເຈົ້າ.