ເຊກາຣີຢາ 4:8 - ພຣະຄຳພີສັກສິ8 ຂ້າພະເຈົ້າຍັງໄດ້ຮັບຖ້ອຍຄຳຢ່າງອື່ນອີກຈາກພຣະເຈົ້າຢາເວ. Uka jalj uñjjattʼäta |
ກ່າວວ່າ, “ເຊຣຸບບາເບນໄດ້ວາງຮາກຖານຂອງພຣະວິຫານແລ້ວ ແລະລາວຈະສ້າງຕຶກໃຫ້ສຳເລັດ. ເມື່ອເຫດການນີ້ເກີດຂຶ້ນ ປະຊາຊົນຂອງເຮົາຈະຮູ້ວ່າແມ່ນພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ທີ່ໄດ້ໃຊ້ເຈົ້າໄປຫາພວກເຂົາ. 10(ກ) ພວກເຂົາຜິດຫວັງກໍເພາະວ່າວຽກງານບໍ່ກ້າວໜ້າ. ແຕ່ພວກເຂົາຈະເຫັນເຊຣຸບບາເບນສືບຕໍ່ສ້າງພຣະວິຫານ ແລະພວກເຂົາກໍຈະຊົມຊື່ນຍິນດີ.”
ຜູ້ທີ່ຢູ່ຫ່າງໄກກໍຈະມາຊ່ວຍສ້າງພຣະວິຫານຂອງພຣະເຈົ້າຢາເວຂຶ້ນໃໝ່. ແລະເມື່ອສ້າງຂຶ້ນໃໝ່ແລ້ວ ພວກເຈົ້າຈະຮູ້ວ່າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ໃຊ້ຂ້າພະເຈົ້າມາຫາພວກເຈົ້າ. ເຫດການທັງໝົດນີ້ຈະເກີດຂຶ້ນແທ້ ຖ້າພວກເຈົ້າເຮັດຕາມຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຢ່າງຄົບຖ້ວນ.