Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 4:7 - ພຣະຄຳພີສັກສິ

7 ອຸບປະສັກ​ໃຫຍ່​ທໍ່​ພູຜາ ກໍ​ຈະ​ເຫືອດຫາຍ​ໄປ​ຕໍ່ໜ້າ​ເຈົ້າ. ເຈົ້າ​ຈະ​ສ້າງ​ວິຫານ​ຂອງເຮົາ​ຂຶ້ນ​ໃໝ່ ແລະ​ເມື່ອ​ເຈົ້າ​ວາງ​ຫີນ​ກ້ອນ​ສຸດທ້າຍ​ລົງ​ໃນ​ບ່ອນ​ນັ້ນ​ແລ້ວ ປະຊາຊົນ​ກໍ​ຈະ​ຮ້ອງ​ຂຶ້ນ​ວ່າ, ‘ງາມແທ້ ງາມແທ້!”’

Uka jalj uñjjattʼäta Copia luraña




ເຊກາຣີຢາ 4:7
38 Jak'a apnaqawi uñst'ayäwi  

ເມື່ອ​ຄົນ​ເຫຼົ່ານີ້​ໄດ້​ເລີ່ມຕົ້ນ​ວາງ​ຮາກຖານ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ, ບັນດາ​ປະໂຣຫິດ​ທີ່​ນຸ່ງ​ເສື້ອຄຸມ ກໍ​ຖື​ແກ​ປະຈຳ​ໜ້າທີ່​ຂອງ​ພວກເຂົາ ສ່ວນ​ພວກເລວີ​ຈາກ​ຕະກຸນ​ອາສັບ​ກໍ​ຖື​ແສ່ງ​ຢືນ​ຢູ່​ທີ່​ນັ້ນ. ພວກເຂົາ​ສັນລະເສີນ​ພຣະເຈົ້າຢາເວ​ຕາມ​ຄຳແນະນຳ ສືບ​ຕໍ່ກັນ​ມາ​ແຕ່​ສະໄໝ​ຂອງ​ກະສັດ​ດາວິດ​ແຫ່ງ​ອິດສະຣາເອນ.


ໜ່ວຍ​ພູ​ກະໂດດ​ເຕັ້ນ​ດັ່ງ​ຝູງ​ແບ້ເຖິກ ແລະ​ພູນ້ອຍ​ກໍ​ເຕັ້ນ​ຂຶ້ນລົງ​ດັ່ງ​ແກະນ້ອຍ.


ພູເຂົາ​ເອີຍ ເປັນຫຍັງ​ຈຶ່ງ​ເຕັ້ນ​ດັ່ງ​ຝູງ​ແບ້ເຖິກ? ພູນ້ອຍ​ເອີຍ ເປັນຫຍັງ​ຈຶ່ງ​ເຕັ້ນ​ດັ່ງ​ແກະນ້ອຍ?


ຫີນ​ທີ່​ຊ່າງ​ກໍ່​ໄດ້​ໂຍນ​ຖິ້ມ​ແລ້ວ​ເພາະ​ຖື​ວ່າ​ໄຮ້​ຄ່າ ກໍ​ກາຍເປັນ​ຫີນ​ເສົາເອກ​ສຳຄັນ​ກວ່າໝູ່ໝົດ.


ພຣະເຈົ້າຢາເວ ພຣະເຈົ້າ​ເປັນ​ຕາເວັນ​ແລະ​ເປັນ​ໂລ້ກຳບັງ ຊົງ​ປະທານ​ພຣະຄຸນ​ແລະ​ສະຫງ່າຣາສີ. ດ້ວຍ​ຄວາມ​ເມດຕາ​ແລະ​ກຽດສັກສີ ພຣະເຈົ້າຢາເວ​ໃຫ້​ຂອງ​ດີ ແກ່​ຜູ້​ທີ່​ເດີນ​ຕາມ​ທາງ​ອັນ​ຊອບທຳ​ຢ່າງ​ບໍ່​ອັ້ນ.


ບັດນີ້ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: “ເຮົາ​ກຳລັງ​ວາງ​ຮາກຖານ​ໃນ​ພູເຂົາ​ຊີໂອນ​ຢ່າງ​ໝັ້ນຄົງ​ແລະ​ແຂງແຮງ. ໃນ​ທີ່ນັ້ນ ເຮົາ​ກຳລັງ​ວາງ​ຫີນ​ເສົາ​ເອກ ຊຶ່ງ​ມີ​ຂຽນ​ຖ້ອຍຄຳ​ໃສ່​ເທິງ​ວ່າ ‘ຄວາມເຊື່ອ​ທີ່​ໝັ້ນຄົງ​ກໍ​ອົດທົນ​ດົນນານ.’


ເຮົາ​ຈະ​ໃຫ້​ເຈົ້າ​ເປັນ​ດັ່ງ​ແປ້ນ​ຟາດ​ເມັດ​ເຂົ້າ​ໃດ ເປັນ​ເຫລັກແຫລມ​ໃໝ່ອ່ຽມ ແລະ​ທັງ​ຄົມ​ດີ​ດ້ວຍ. ເຈົ້າ​ຈະ​ຟາດ ແລະ​ທຳລາຍ​ພູເຂົາ​ໜ່ວຍ​ຕ່າງໆ​ລົງ ເນີນພູ​ຈະ​ໝຸ່ນ​ລະລາຍ​ເປັນ​ຂີ້ຝຸ່ນ​ດິນ​ໄປສິ້ນ.


ສຽງ​ແຫ່ງ​ການ​ໂຮຮ້ອງ​ຍິນດີ ແລະ​ຊົມຊື່ນ ແລະ​ສຽງ​ແຫ່ງ​ຄວາມ​ສຸກໃຈ​ຂອງ​ພິທີ​ແຕ່ງງານ. ພວກເຈົ້າ​ຈະ​ໄດ້ຍິນ​ປະຊາຊົນ​ຮ້ອງເພງ ເມື່ອ​ພວກເຂົາ​ນຳ​ເຄື່ອງ​ຖວາຍ​ມາ​ໂມທະນາ​ຂອບພຣະຄຸນ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ; ພວກເຂົາ​ຈະ​ເວົ້າ​ວ່າ, ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ເພາະ​ພຣະເຈົ້າຢາເວ​ຊົງ​ຄຸນຄວາມດີ ຄວາມຮັກ​ຂອງ​ພຣະອົງ​ດຳລົງ​ຢູ່​ສືບໄປ​ເປັນນິດ. ເຮົາ​ຈະ​ເຮັດ​ໃຫ້​ດິນແດນ​ນີ້​ຈະເລີນ​ຮຸ່ງເຮືອງ​ດັ່ງ​ຄາວ​ແຕ່​ກ່ອນ.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ບາບີໂລນ​ເອີຍ ເຈົ້າ​ເປັນ​ດັ່ງ​ພູ​ໜ່ວຍ​ໜຶ່ງ​ທີ່​ທຳລາຍ​ທົ່ວ​ທັງໂລກ, ເຮົາ​ເປັນ​ສັດຕູ​ຂອງ​ເຈົ້າ ເຮົາ​ຈະ​ຢຶດ​ເຈົ້າ​ໄວ້, ກວາດ​ເຈົ້າ​ລົງ​ກ້ຽງ​ໃຫ້​ພຽງ​ດິນ ແລະ​ປະ​ເຈົ້າ​ໃຫ້​ເປັນ​ຂີ້ເຖົ່າ.


ແລ້ວ​ພູ​ທັງຫລາຍ​ກໍ​ຈະ​ລະລາຍ​ສິ້ນ​ຢູ່​ໃຕ້​ຕີນ​ຂອງ​ພຣະອົງ ດັ່ງ​ຂີ້ເຜິ້ງ​ລະລາຍ​ເມື່ອ​ມັນ​ຖືກ​ໄຟ​ຮ້ອນ. ພູເຂົາ​ທັງຫລາຍ​ນັ້ນ​ຈະ​ເຈື່ອນ​ລົງ​ສູ່​ຮ່ອມພູ​ທັງຫລາຍ ດັ່ງ​ນໍ້າ​ໄຫລລົງ​ມາ​ແຕ່​ເນີນພູ​ແຫ່ງ​ໜຶ່ງ.


ໃນ​ຍຸກ​ຈະ​ມາ​ເຖິງ​ພູ​ໜ່ວຍ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ​ຕັ້ງ​ຢູ່​ອາໄສ ຈະ​ສູງກວ່າ​ພູ​ໜ່ວຍ​ໃດໆ ທີ່​ຕັ້ງ​ຢູ່​ທີ່​ນັ້ນ. ພູ​ໜ່ວຍ​ນັ້ນ ຈະ​ຢູ່​ສູງກວ່າ​ບັນດາ​ພູເຂົາ​ທັງປວງ ຫລາຍໆ​ຊົນຊາດ​ຈະ​ຫລັ່ງໄຫລ​ມາ​ສູ່​ພູ​ໜ່ວຍ​ນີ້.


ເມື່ອ​ພຣະອົງ​ຢຸດ​ນິ້ງ ໂລກ​ກໍ​ເກີດ​ສະທ້ານ​ຫວັ່ນໄຫວ ພຽງ​ພຣະອົງ​ສົ່ງ​ສາຍຕາ ນາໆຊາດ​ກໍ​ສັ່ນເຊັນ​ຢ້ານ; ພູ​ທັງຫລາຍ​ທີ່​ຕັ້ງໝັ້ນຄົງ​ຢູ່​ກໍ​ແຕກ​ສະຫລາຍ​ໄປ ເນີນພູ​ຕ່າງໆ​ທີ່​ຕັ້ງ​ຢູ່​ຕະຫລອດໄປ​ຕ່າງ​ກໍ​ຍຸບ​ລົງ​ທັງນັ້ນ ຄື​ເນີນພູ​ຕ່າງໆ​ບ່ອນ​ທີ່​ພຣະອົງ​ໄດ້​ຍ່າງ​ໄປມາ ແຕ່​ຄາວ​ສະໄໝ​ດຶກດຳບັນ.


ຂ້າພະເຈົ້າ​ຍັງ​ໄດ້​ຮັບ​ຖ້ອຍຄຳ​ຢ່າງ​ອື່ນ​ອີກ​ຈາກ​ພຣະເຈົ້າຢາເວ.


ກ່າວ​ວ່າ, “ເຊຣຸບບາເບນ​ໄດ້​ວາງ​ຮາກຖານ​ຂອງ​ພຣະວິຫານ​ແລ້ວ ແລະ​ລາວ​ຈະ​ສ້າງ​ຕຶກ​ໃຫ້​ສຳເລັດ. ເມື່ອ​ເຫດການ​ນີ້​ເກີດຂຶ້ນ ປະຊາຊົນ​ຂອງເຮົາ​ຈະ​ຮູ້ວ່າ​ແມ່ນ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ທີ່​ໄດ້​ໃຊ້​ເຈົ້າ​ໄປ​ຫາ​ພວກເຂົາ. 10(ກ) ພວກເຂົາ​ຜິດຫວັງ​ກໍ​ເພາະວ່າ​ວຽກງານ​ບໍ່​ກ້າວໜ້າ. ແຕ່​ພວກເຂົາ​ຈະ​ເຫັນ​ເຊຣຸບບາເບນ​ສືບຕໍ່​ສ້າງ​ພຣະວິຫານ ແລະ​ພວກເຂົາ​ກໍ​ຈະ​ຊົມຊື່ນ​ຍິນດີ.”


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ ແລະ​ບໍ່​ສົງໄສ ພວກເຈົ້າ​ກໍ​ເຮັດ​ຕໍ່​ຕົ້ນ​ເດື່ອເທດ​ນີ້​ໄດ້ ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ເຮັດ ບໍ່​ພຽງ​ເທົ່ານັ້ນ ພວກເຈົ້າ​ຈະ​ສາມາດ​ສັ່ງ​ແມ່ນແຕ່​ພູເຂົາ​ໜ່ວຍ​ນີ້​ວ່າ ‘ຈົ່ງ​ເຈື່ອນ​ລົງ​ໄປ​ສູ່​ທະເລ’ ກໍ​ຈະ​ເປັນ​ໄປ​ຕາມ​ນັ້ນ.


ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ບໍ່ເຄີຍ​ອ່ານ​ໃນ​ພຣະຄຳພີ​ບໍ? ໃນ​ຕອນ​ທີ່​ກ່າວ​ວ່າ, ‘ຫີນ​ທີ່​ນາຍ​ຊ່າງ​ກໍ່​ໄດ້​ໂຍນ​ຖິ້ມ​ແລ້ວ ເພາະ​ຖື​ວ່າ​ໄຮ້​ຄ່າ ກໍ​ກາຍເປັນ​ຫີນ​ເສົາ​ເອກ ສຳຄັນ​ກວ່າ​ໝູ່​ໝົດ. ເລື່ອງ​ນີ້​ມາ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ ຜູ້​ຊຶ່ງ​ເປັນ​ການ​ປະຫລາດ ແກ່​ຕາ​ຂອງ​ພວກເຮົາ.”’


ແນ່ນອນ​ພວກເຈົ້າ​ຍັງ​ບໍ່ໄດ້​ອ່ານ​ພຣະຄຳພີ​ຂໍ້​ນີ້​ບໍ​ວ່າ, ‘ຫີນ​ທີ່​ນາຍຊ່າງ​ກໍ່​ໄດ້​ໂຍນ​ຖິ້ມ​ແລ້ວ ຫີນ​ນັ້ນ​ແຫຼະ ກາຍເປັນ​ຫີນ​ເສົາ​ເອກ ສຳຄັນ​ກວ່າ​ໝູ່​ໝົດ.


ພຣະເຢຊູເຈົ້າ​ໄດ້​ເພັ່ງ​ເບິ່ງ​ພວກເຂົາ ແລ້ວ​ກໍ​ຖາມ​ວ່າ, “ເຫດສະນັ້ນ ພຣະຄຳພີ​ຂໍ້​ນີ້​ໝາຍຄວາມວ່າ​ຢ່າງ​ໃດ ຊຶ່ງ​ວ່າ ‘ຫີນ​ທີ່​ນາຍຊ່າງ​ກໍ່ສ້າງ​ໄດ້​ໂຍນ​ຖິ້ມ​ແລ້ວ ກໍ​ໄດ້​ກາຍເປັນ​ຫີນ​ເສົາ​ເອກ​ແລ້ວ.’


ຈົ່ງ​ຖົມ​ຮ່ອມພູ​ທຸກ​ບ່ອນ​ໃຫ້​ເຕັມ ພູເຂົາ ແລະ​ເນີນພູ​ທຸກ​ໜ່ວຍ​ ຈົ່ງ​ເຮັດ​ໃຫ້​ຕໍ່າລົງ. ສ່ວນ​ຫົນທາງ​ທີ່​ຄົດລ້ຽວ​ນັ້ນ ຈົ່ງ​ເຮັດ​ໃຫ້​ຊື່ ທາງ​ທີ່​ມີ​ຕໍ​ແຂງ​ຈົ່ງ​ເຮັດ​ໃຫ້​ກ້ຽງ​ດີ.


ພຣະເຢຊູເຈົ້າ​ອົງ​ນີ້​ແຫຼະ ແມ່ນ​ຜູ້​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຫີນ​ທີ່​ພວກທ່ານ​ຜູ້​ເປັນ​ຊ່າງ​ກໍ່​ໄດ້​ປະຖິ້ມ​ບໍ່​ຍອມ​ໃຊ້​ຖື​ວ່າ​ບໍ່ມີ​ຄຸນຄ່າ​ຫຍັງ ກໍ​ໄດ້​ກາຍເປັນ​ຫີນ​ເສົາ​ເອກ.’


ແຕ່​ຖ້າ​ເປັນ​ທາງ​ພຣະຄຸນ ກໍ​ບໍ່ແມ່ນ​ທາງ​ການ​ປະຕິບັດ ຫລື​ຖ້າ​ເປັນ​ທາງ​ການ​ປະຕິບັດ​ແລ້ວ ພຣະຄຸນ​ນັ້ນ​ກໍ​ບໍ່ແມ່ນ​ພຣະຄຸນ​ອີກ​ຕໍ່ໄປ.


ພວກເຈົ້າ​ໄດ້​ຖືກ​ສ້າງ​ຂຶ້ນ​ເທິງ​ຮາກຖານ ຊຶ່ງ​ພວກ​ອັກຄະສາວົກ ແລະ​ພວກ​ຜູ້​ປະກາດ​ພຣະທຳ​ໄດ້​ວາງ​ລົງ​ແລ້ວ ພຣະເຢຊູ​ຄຣິດເຈົ້າ​ເອງ​ຊົງ​ເປັນ​ຫີນ​ເສົາ​ເອກ.


ຫີນ​ທີ່​ມີຄ່າສູງ​ຫລາຍນີ້ ມີ​ສຳລັບ​ເຈົ້າ​ທັງຫລາຍ​ທີ່​ວາງໃຈເຊື່ອ ແຕ່​ສຳລັບ​ຄົນ​ທັງຫລາຍ​ທີ່​ບໍ່​ເຊື່ອ​ນັ້ນ “ຫີນ​ທີ່​ຊ່າງກໍ່​ຖິ້ມ​ເສຍ​ແລ້ວ ຫີນ​ນັ້ນ​ແຫຼະ ໄດ້​ກັບ​ກາຍ​ມາ​ເປັນ​ຫີນ​ເສົາ​ເອກ.”


ເກາະ​ທຸກ​ແຫ່ງ​ໄດ້​ສູນຫາຍ​ໄປ, ພູ​ທຸກ​ໜ່ວຍ​ກໍ​ຊອກ​ຫາ​ບໍ່​ພົບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka