ເຊກາຣີຢາ 4:6 - ພຣະຄຳພີສັກສິ6 ເທວະດາຕົນນັ້ນໄດ້ສັ່ງຂ້າພະເຈົ້າໃຫ້ມອບຖ້ອຍຄຳຈາກພຣະເຈົ້າຢາເວແກ່ເຊຣຸບບາເບນ. ຖ້ອຍຄຳນັ້ນມີດັ່ງນີ້: “ເຈົ້າຈະພົບຄວາມສຳເລັດ ບໍ່ແມ່ນໂດຍກຳລັງທາງທະຫານ ຫລືໂດຍກຳລັງຂອງເຈົ້າເອງ ແຕ່ໂດຍພຣະວິນຍານຂອງເຮົາ. ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ. Uka jalj uñjjattʼäta |
ອາສາໄດ້ພາວັນນາອະທິຖານຫາພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະອົງຊ່ວຍກອງທັບທີ່ອ່ອນແຮງໄດ້ຢ່າງ່າຍດາຍ ໃຫ້ເທົ່າກັບກອງທັບທີ່ມີກຳລັງ. ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍເອີຍ ບັດນີ້ ໂຜດຊ່ວຍຊູພວກຂ້ານ້ອຍດ້ວຍ ເພາະພວກຂ້ານ້ອຍເຊື່ອໝັ້ນໃນພຣະອົງແລະໃນນາມຂອງພຣະອົງ ພວກຂ້ານ້ອຍຈຶ່ງອອກມາສູ້ຮົບກອງທັບອັນໃຫຍ່ໂຕຢ່າງນີ້. ຂ້າແດ່ພຣະເຈົ້າຢາເວ ພຣະອົງເປັນພຣະເຈົ້າຂອງພວກຂ້ານ້ອຍ; ບໍ່ມີຜູ້ໃດເລີຍທີ່ຈະຫວັງຊະນະພຣະອົງໄດ້.”
ຂ້າພະເຈົ້າຍັງເຫັນຫລາຍໆສິ່ງອີກຢູ່ໃຕ້ດວງຕາເວັນ. ນັກແລ່ນໄວບໍ່ແມ່ນຈະໄດ້ຊະນະໃນການແຂ່ງຂັນສະເໝີໄປ ແລະຄົນກ້າຫານຫລາຍບໍ່ແມ່ນຈະຕີຊະນະໃນສະໜາມຮົບສະເໝີໄປ. ຄົນມີປັນຍາບໍ່ແມ່ນຈະທຳມາຫາກິນລ້ຽງຊີບຢ່າງສະດວກສະບາຍສະເໝີໄປ; ຄົນສະຫລາດບໍ່ແມ່ນຈະຮັ່ງມີເປັນດີສະເໝີໄປ ແລະຄົນທີ່ມີຄວາມສາມາດບໍ່ແມ່ນຈະໄດ້ຂຶ້ນສູ່ຕຳແໜ່ງສູງສະເໝີໄປ. ແຕ່ກຳນົດເວລາແລະໂອກາດເກີດຂຶ້ນກັບທຸກໆຄົນ.
ໃນປີທີສອງ ທີ່ດາຣິອຸດໄດ້ຂຶ້ນເປັນຈັກກະພັດແຫ່ງເປີເຊຍ ອັນກົງກັບວັນທີໜຶ່ງຂອງເດືອນທີຫົກ; ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງໂດຍທາງຜູ້ທຳນວາຍຮັກກາຍ. ຖ້ອຍຄຳນີ້ແມ່ນສຳລັບເຊຣຸບບາເບນລູກຊາຍຂອງເຊອານຕີເອນ ທີ່ເປັນຜູ້ປົກຄອງຊາດຢູດາຍ ແລະສຳລັບເຢຊູອາລູກຊາຍຂອງໂຢຊາດັກ ຜູ້ເປັນມະຫາປະໂຣຫິດ.
ກໍຊົງສຳແດງໃຫ້ພວກຜູ້ທຳນວາຍນັ້ນຮູ້ວ່າ ທີ່ທ່ານເຫຼົ່ານັ້ນໄດ້ປະຕິບັດໃນເຫດການທັງປວງນັ້ນ ບໍ່ແມ່ນສຳລັບພວກເພິ່ນເອງ ແຕ່ສຳລັບເຈົ້າທັງຫລາຍ. ບັດນີ້ ຄົນເຫຼົ່ານັ້ນທີ່ປະກາດຂ່າວປະເສີດແກ່ເຈົ້າທັງຫລາຍ ໄດ້ກ່າວສິ່ງເຫຼົ່ານັ້ນແກ່ພວກເຈົ້າແລ້ວ ໂດຍພຣະວິນຍານບໍຣິສຸດເຈົ້າ ຜູ້ຊົງຮັບໃຊ້ມາຈາກສະຫວັນ. ເຫດການເຫຼົ່ານີ້ ເປັນສິ່ງຊຶ່ງພວກເທວະດາປາຖະໜາຈະພິຈາລະນາເບິ່ງ.
ໂຢນາທານເວົ້າກັບຊາຍໜຸ່ມທີ່ມານຳຕົນນັ້ນວ່າ, “ໃຫ້ພວກເຮົາຂ້າມໄປທີ່ຄ້າຍຂອງຊາວຟີລິດສະຕິນຜູ້ບໍ່ນັບຖືພຣະເຈົ້າ. ບາງທີພຣະເຈົ້າຢາເວຈະຊ່ວຍເຫລືອພວກເຮົາກໍໄດ້. ຖ້າພຣະອົງຊ່ວຍເຫລືອພວກເຮົາ ຈະບໍ່ມີສິ່ງໃດກີດກັ້ນບໍ່ໃຫ້ພຣະເຈົ້າຢາເວມອບໄຊຊະນະແກ່ພວກເຮົາໄດ້ດອກ ເຖິງແມ່ນວ່າພວກເຮົາມີໜ້ອຍຄົນກໍຕາມ.”