Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 4:4 - ພຣະຄຳພີສັກສິ

4 ແລ້ວ​ຂ້າພະເຈົ້າ​ກໍ​ຖາມ​ເທວະດາ​ຕົນ​ທີ່​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ທ່ານເອີຍ ສິ່ງ​ເຫຼົ່ານີ້​ໝາຍເຖິງ​ຫຍັງ?”

Uka jalj uñjjattʼäta Copia luraña




ເຊກາຣີຢາ 4:4
11 Jak'a apnaqawi uñst'ayäwi  

ເມື່ອ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ ແລະ​ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ​ໄດ້ຍິນ​ຖ້ອຍຄຳ​ຂອງ​ເພິ່ນ ພວກເຂົາ​ຈຶ່ງ​ເລີ່ມ​ກໍ່ສ້າງ​ວິຫານ​ຂອງ​ພຣະເຈົ້າ​ໃນ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່ ແລະ​ຜູ້ທຳນວາຍ​ຂອງ​ພຣະເຈົ້າ​ສອງ​ຄົນ​ນີ້​ກໍໄດ້​ຊ່ວຍເຫລືອ​ພວກເຂົາ.


ຂ້າພະເຈົ້າ​ໄດ້ຍິນ​ສິ່ງ​ທີ່​ເພິ່ນ​ກ່າວ ແຕ່​ບໍ່​ເຂົ້າໃຈ. ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ຖາມ​ວ່າ, “ນາຍ​ເອີຍ ສິ່ງ​ນີ້​ຈະ​ສິ້ນສຸດ​ລົງ​ໄດ້​ຢ່າງໃດ?”


ຂ້າພະເຈົ້າ​ຈຶ່ງ​ຖາມ​ເທວະດາ​ຕົນ​ທີ່​ກຳລັງ​ກ່າວ​ແກ່​ຂ້າພະເຈົ້າ​ຢູ່​ນັ້ນ​ວ່າ, “ເຂົາ​ເຫຼົ່ານັ້ນ​ໝາຍເຖິງ​ຫຍັງ?” ເພິ່ນ​ຕອບ​ວ່າ, “ເຂົາ​ເຫຼົ່ານັ້ນ​ໝາຍເຖິງ​ບັນດາ​ອຳນາດ​ແຫ່ງ​ໂລກນີ້ ທີ່​ໄດ້​ເຮັດ​ໃຫ້​ປະຊາຊົນ​ຢູດາ, ອິດສະຣາເອນ ແລະ​ເຢຣູຊາເລັມ ກະຈັດ​ກະຈາຍ​ໄປ.”


ຂ້າພະເຈົ້າ​ໄດ້​ຖາມ​ວ່າ, “ທ່ານເອີຍ ມ້າ​ເຫຼົ່ານັ້ນ​ໝາຍເຖິງ​ຫຍັງ?” ເທວະດາ​ທີ່​ກ່າວ​ກັບ​ຂ້າພະເຈົ້າ​ໄດ້​ຕອບ​ຂ້າພະເຈົ້າ​ວ່າ, “ເຮົາ​ຈະ​ສະແດງ​ໃຫ້​ເຈົ້າ​ເຫັນ​ວ່າ​ໝາຍເຖິງ​ຫຍັງ?”


ເທວະດາ​ຕົນ​ທີ່​ກ່າວ​ກັບ​ຂ້າພະເຈົ້າ​ຖາມ​ຂ້າພະເຈົ້າ​ຄືນ​ວ່າ, “ເຈົ້າ​ບໍ່​ຮູ້ຈັກ​ບໍ?” ຂ້າພະເຈົ້າ​ຕອບ​ວ່າ, “ທ່ານເອີຍ ຂ້ານ້ອຍ​ບໍ່​ຮູ້ຈັກ.” 10(ຂ) ເທວະດາ​ຕົນ​ນັ້ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຕະກຽງ​ທັງ​ເຈັດ​ໜ່ວຍ​ນັ້ນ​ແມ່ນ​ຕາ​ທັງ​ເຈັດ​ຂອງ​ພຣະເຈົ້າຢາເວ ຊຶ່ງ​ສອດ​ສ່ອງ​ເບິ່ງ​ທົ່ວ​ທັງ​ໂລກນີ້.”


ຂ້າພະເຈົ້າ​ຖາມ​ວ່າ, “ສິ່ງ​ນັ້ນ​ແມ່ນ​ຫຍັງ?” ເທວະດາ​ຕົນ​ນັ້ນ​ຕອບ​ວ່າ, “ແມ່ນ​ກະຕ່າ​ໜ່ວຍ​ໜຶ່ງ​ແລະ​ມັນ​ໝາຍເຖິງ​ບາບ ຂອງ​ດິນແດນ​ນີ້​ທັງໝົດ.”


ແລ້ວ​ຂ້າພະເຈົ້າ​ກໍ​ຖາມ​ເທວະດາ​ຕົນ​ນັ້ນ​ວ່າ, “ທ່ານເອີຍ ລົດຮົບ​ເຫຼົ່ານີ້​ໝາຍເຖິງ​ຫຍັງ?”


ເມື່ອ​ພຣະເຢຊູເຈົ້າ​ໃຫ້​ປະຊາຊົນ​ເລີກ​ກັບ​ໄປ​ແລ້ວ, ພຣະອົງ​ກໍ​ເຂົ້າ​ໄປ​ໃນ​ເຮືອນ ແລ້ວ​ພວກ​ສາວົກ​ຂອງ​ພຣະອົງ​ກໍ​ເຂົ້າ​ມາ ແລະ​ກ່າວ​ວ່າ, “ຂໍ​ທ່ານ​ຊ່ວຍ​ອະທິບາຍ​ຄຳອຸປະມາ​ເລື່ອງ​ເຂົ້າ​ນົກ​ແກ່​ພວກ​ຂ້ານ້ອຍ​ແດ່.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka