Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 4:3 - ພຣະຄຳພີສັກສິ

3 ທີ່​ແຕ່ລະ​ຂ້າງ​ຂອງ​ຕີນ​ຮອງ​ຕະກຽງ​ນັ້ນ​ມີ​ຕົ້ນ​ໝາກກອກເທດ​ສອງ​ຕົ້ນ ຂ້າງລະ​ຕົ້ນ.”

Uka jalj uñjjattʼäta Copia luraña




ເຊກາຣີຢາ 4:3
7 Jak'a apnaqawi uñst'ayäwi  

ສາຍສ້ອຍ​ເງິນ​ແຫ່ງ​ຊີວິດ​ຈະ​ຂາດ ແລະ​ຕະກຽງ​ຄຳ​ກໍ​ຈະ​ຕົກລົງ​ແລະ​ຫັກ ເຊືອກ​ທີ່​ນໍ້າສ້າງ​ກໍ​ຈະ​ຂາດ ແລະ​ໄຫ​ນໍ້າ​ຈະ​ແຕກ​ເປັນ​ປ່ຽງ.


ແລ້ວ​ເພິ່ນ​ກໍໄດ້​ກ່າວ​ວ່າ, “ສິ່ງ​ເຫຼົ່ານັ້ນ​ໝາຍ​ເຖິງ​ຊາຍ​ສອງ​ຄົນ ທີ່​ພຣະເຈົ້າ​ໄດ້​ເລືອກເອົາ​ແລະ​ຫົດສົງ​ແຕ່ງຕັ້ງ​ໃຫ້​ຮັບໃຊ້ ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ແຜ່ນດິນ​ໂລກ​ທັງໝົດ.”


ແຕ່​ຖ້າ​ພຣະເຈົ້າ​ຊົງ​ຫັກ​ກິ່ງກ້ານ​ບາງ​ສ່ວນ​ຂອງ​ຕົ້ນ​ໝາກກອກເທດ​ບ້ານ​ອອກ​ເສຍ ແລ້ວ​ໄດ້​ຊົງ​ໂຜດ​ນຳ​ເຈົ້າ ຜູ້​ເປັນ​ກິ່ງ​ຕົ້ນ​ໝາກກອກເທດ​ປ່າ ມາ​ແທນ​ກິ່ງ​ເຫຼົ່ານັ້ນ ແລະ​ໃຫ້​ເຂົ້າ​ຮ່ວມ​ຮັບ​ນໍ້າ​ຫລໍ່ລ້ຽງ​ອັນ​ບໍຣິບູນ​ຈາກ​ຮາກ​ຕົ້ນກອກເທດ​ນັ້ນ.


ດ້ວຍວ່າ, ຖ້າ​ພຣະເຈົ້າ​ຊົງ​ຕັດ​ເຈົ້າ​ອອກ​ຈາກ​ຕົ້ນກອກ​ປ່າ ທີ່​ເປັນ​ໄມ້​ປ່າ​ຕາມ​ທຳມະຊາດ ແລະ​ຊົງ​ນຳ​ມາ​ຕໍ່​ເຂົ້າ​ກັບ​ຕົ້ນກອກ​ພັນ​ດີ ຊຶ່ງ​ຜິດ​ທຳມະຊາດ​ຂອງ​ມັນ​ແລ້ວ ການ​ທີ່​ຈະ​ເອົາ​ກິ່ງ​ເຫຼົ່ານັ້ນ​ທີ່​ເປັນ​ກິ່ງ​ເດີມ ມາ​ຕໍ່​ເຂົ້າ​ກັບ​ຕົ້ນ​ມັນ​ເອງ ກໍ​ຈະ​ງ່າຍ​ກວ່າ​ນັ້ນ​ຫລາຍ​ເທົ່າ​ໃດ​ໜໍ.


ພະຍານ​ທັງສອງ​ໄດ້​ແກ່​ຕົ້ນ​ກອກເທດ​ສອງ​ຕົ້ນ ແລະ​ຄັນ​ຕະກຽງ​ຄຳ​ສອງ​ອັນ ຊຶ່ງ​ຕັ້ງ​ໄວ້​ຢູ່​ຕໍ່ໜ້າ​ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ແຜ່ນດິນ​ໂລກ.


ຕົ້ນ​ໝາກກອກເທດ​ຕອບ​ວ່າ, ‘ຖ້າ​ຂ້ອຍ​ປົກຄອງ​ພວກເຈົ້າ ຂ້ອຍ​ກໍ​ຈະ​ຕ້ອງ​ເສຍ​ນໍ້າມັນ​ຂອງຂ້ອຍ ທີ່​ເຂົາ​ໃຊ້​ຖວາຍ​ແກ່​ບັນດາ​ພະ​ແລະ​ແກ່​ມະນຸດ.’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka