Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 4:2 - ພຣະຄຳພີສັກສິ

2 ເພິ່ນ​ຖາມ​ຂ້າພະເຈົ້າ​ວ່າ, “ເຈົ້າ​ໄດ້​ເຫັນ​ຫຍັງ​ແດ່?” ຂ້າພະເຈົ້າ​ຈຶ່ງ​ຕອບ​ວ່າ, “ເຫັນ​ຕີນ​ຮອງ​ຕະກຽງ​ທີ່​ເປັນ​ຄຳ ເທິງ​ຈອມ​ນັ້ນ​ມີ​ອ່າງ​ໜ່ວຍ​ໜຶ່ງ​ສຳລັບ​ໃສ່​ນໍ້າມັນ. ທີ່​ເທິງ​ຕີນ​ຮອງ​ຕະກຽງ​ນັ້ນ​ມີ​ຕະກຽງ​ເຈັດ​ໜ່ວຍ ແລະ​ແຕ່ລະ​ໜ່ວຍ​ມີ​ໄສ້​ເຈັດ​ອັນ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 4:2
19 Jak'a apnaqawi uñst'ayäwi  

ເຮັດ​ຕະກຽງ​ແຕ່ລະ​ໜ່ວຍ ແລະ​ລຳ​ຕະກຽງ​ແຕ່ລະອັນ;


ທຸກ​ເຊົ້າ​ແລະ​ທຸກ​ແລງ ພວກເຂົາ​ໄດ້​ຖວາຍ​ເຄື່ອງຫອມ ແລະ​ຂ້າ​ສັດ​ເຜົາ​ທັງ​ໂຕ​ບູຊາ​ແກ່​ພຣະເຈົ້າຢາເວ. ພວກເຂົາ​ຖວາຍ​ເຂົ້າຈີ່​ທີ່​ເທິງ​ໂຕະ ຊຶ່ງ​ຖືກ​ຊຳລະ​ໃຫ້​ໝົດ​ມົນທິນ​ແລ້ວ​ຕາມ​ພິທີ ແລະ​ທຸກ​ແລງ​ພວກເຂົາ​ໄດ້​ໄຕ້​ຕະກຽງ​ເທິງ​ຫລັກ​ຮອງ​ຕະກຽງ​ທີ່​ເຮັດ​ດ້ວຍ​ຄຳ. ພວກເຮົາ​ປະຕິບັດ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ສັ່ງ​ໄວ້, ແຕ່​ພວກທ່ານ​ໄດ້​ປະຖິ້ມ​ພຣະອົງ.


ພວກເຂົາ​ໄດ້​ໃຊ້​ຄຳ​ເຮັດ​ຕີນ​ຮອງ​ໂຄມໄຟ​ສິບ​ອັນ ຕາມ​ແບບ​ທີ່​ໃຊ້​ກັນ​ທົ່ວ​ໄປ ແລະ​ໄດ້​ນຳ​ໄປ​ວາງ​ໄວ້​ໃນ​ຫ້ອງ​ໂຖງ​ຂອງ​ພຣະວິຫານ, ຂ້າງ​ຂວາ​ຫ້າ​ໜ່ວຍ ແລະ​ຂ້າງ​ຊ້າຍ​ຫ້າ​ໜ່ວຍ.


ສາຍສ້ອຍ​ເງິນ​ແຫ່ງ​ຊີວິດ​ຈະ​ຂາດ ແລະ​ຕະກຽງ​ຄຳ​ກໍ​ຈະ​ຕົກລົງ​ແລະ​ຫັກ ເຊືອກ​ທີ່​ນໍ້າສ້າງ​ກໍ​ຈະ​ຂາດ ແລະ​ໄຫ​ນໍ້າ​ຈະ​ແຕກ​ເປັນ​ປ່ຽງ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຢເຣມີຢາ​ເອີຍ ເຈົ້າ​ເຫັນ​ຫຍັງ​ແດ່?” ຂ້າພະເຈົ້າ​ຕອບ​ວ່າ, “ເຫັນ​ໝາກເດື່ອ ໜ່ວຍ​ດີ​ກໍ​ດີ​ທີ່ສຸດ ແລະ​ໜ່ວຍ​ບໍ່​ດີ​ກໍ​ບໍ່​ດີ​ຈົນ​ກິນ​ບໍ່ໄດ້.”


ພວກເຂົາ​ໄດ້​ຂົນ​ເອົາ​ທຸກສິ່ງ​ທີ່​ເຮັດ​ດ້ວຍ​ຄຳ ຫລື​ເງິນ​ໄປ ດັ່ງນີ້: ຖ້ວຍນ້ອຍ, ກະຖັງ​ໃສ່​ຖ່ານໄຟ, ອ່າງ​ໃສ່​ເລືອດ​ຈາກ​ເຄື່ອງ​ຖວາຍບູຊາ, ກ່ອງ​ໃສ່ຂີ້ເຖົ່າ, ຫລັກຕັ້ງຕະກຽງ, ອ່າງ​ສຳລັບ​ໃຊ້​ເຜົາ​ເຄື່ອງຫອມ ແລະ​ຖ້ວຍ​ສຳລັບ​ຖອກ​ເຫຼົ້າ​ອະງຸ່ນ​ຖວາຍບູຊາ.


ແລ້ວ​ພຣະເຈົ້າຢາເວ​ກໍ​ຖາມ​ຂ້າພະເຈົ້າ​ວ່າ, “ອາໂມດ​ເອີຍ ເຈົ້າ​ເຫັນ​ຫຍັງ​ແດ່?” ຂ້າພະເຈົ້າ​ຕອບ​ວ່າ, “ເຫັນ​ສາຍ​ລູກດິ່ງ.” ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ​ກໍ​ກ່າວ​ວ່າ, “ຈົ່ງ​ເບິ່ງ​ນີ້​ແມ. ເຮົາ​ກຳລັງ​ໃຊ້​ສາຍ​ລູກດິ່ງ​ນີ້​ໃນ​ທ່າມກາງ​ປະຊາຊົນ​ອິດສະຣາເອນ​ຂອງເຮົາ. ເຮົາ​ຈະ​ບໍ່​ປ່ຽນໃຈ​ໃນ​ການ​ລົງໂທດ​ພວກເຂົາ.


ເທວະດາ​ຕົນ​ນັ້ນ​ໄດ້​ຖາມ​ຂ້າພະເຈົ້າ​ວ່າ, “ເຈົ້າ​ໄດ້​ເຫັນ​ຫຍັງ​ແດ່?” ຂ້າພະເຈົ້າ​ຈຶ່ງ​ຕອບ​ວ່າ, “ເຫັນ​ໜັງສື​ມ້ວນ​ກຳລັງ​ປິວໄປ​ໃນ​ອາກາດ; ໜັງສື​ນີ້​ຍາວ​ເກົ້າ​ແມັດ​ແລະ​ກວ້າງ​ແມັດ​ເຄິ່ງ.”


ຂ້າພະເຈົ້າ​ຫລຽວ​ຄືນ​ຫລັງ​ເບິ່ງ​ວ່າ​ແມ່ນ​ຜູ້ໃດ ທີ່​ກຳລັງ​ເວົ້າ​ກັບ​ຂ້າພະເຈົ້າ​ຢູ່​ນັ້ນ ເມື່ອ​ຂ້າພະເຈົ້າ​ຫລຽວ​ໄປ​ກໍ​ເຫັນ​ຄັນ​ຕະກຽງ​ຄຳ​ເຈັດ​ອັນ


ນີ້​ແມ່ນ​ຄວາມ​ເລິກລັບ​ຂອງ​ດາວ​ທັງ​ເຈັດ ທີ່​ເຈົ້າ​ເຫັນ​ຢູ່​ໃນ​ມື​ຂວາ​ຂອງເຮົາ ແລະ​ຄັນ​ຕະກຽງ​ຄຳ​ທັງ​ເຈັດ​ນັ້ນ ກໍ​ຄື​ດາວ​ເຈັດ​ດວງ​ນັ້ນ ໄດ້​ແກ່​ເທວະດາ​ແຫ່ງ​ຄຣິສຕະຈັກ​ທັງ​ເຈັດ ແລະ​ຄັນ​ຕະກຽງ​ຄຳ​ເຈັດ​ອັນ ໄດ້​ແກ່​ຄຣິສຕະຈັກ​ທັງ​ເຈັດ.”


ຈາກ​ບັນລັງ​ນັ້ນ ມີ​ຟ້າ​ແມບເຫຼື້ອມ​ທັງ​ສຽງ​ຟ້າຮ້ອງ​ດັງ​ສະໜັ່ນ​ຢູ່​ບໍ່​ຂາດ. ຕໍ່ໜ້າ​ບັນລັງ​ນັ້ນ ມີ​ຕະກຽງ​ໄຕ້​ໄວ້​ຢູ່​ເຈັດ​ໜ່ວຍ ຄື​ວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka