1 ເທວະດາຕົນທີ່ມີໜ້າທີ່ກ່າວແກ່ຂ້າພະເຈົ້ານັ້ນ ໄດ້ກັບຄືນມາຫາຂ້າພະເຈົ້າອີກ ແລະປຸກຂ້າພະເຈົ້າໃຫ້ຕື່ນຂຶ້ນ ດັ່ງກັບວ່າຂ້າພະເຈົ້າໄດ້ນອນຫລັບໄປ.
ເມື່ອນັ້ນປະຊາຊົນຈະເວົ້າວ່າ, ‘ຂ້ອຍເຂົ້າໄປນອນແລະຕື່ນຂຶ້ນມາ ດ້ວຍຈິດໃຈຊົມຊື່ນແລະເບີກບານ.’
ໃນຂະນະທີ່ຄັບຣີເອນກຳລັງເວົ້າຢູ່ນັ້ນ ຂ້າພະເຈົ້າກໍໝົດສະຕິໄປ ແລະສະຫລົບລົ້ມລົງກັບບ່ອນ, ແຕ່ເພິ່ນໄດ້ໂຊມຂ້າພະເຈົ້າລຸກຢືນຂຶ້ນ
ພຣະເຈົ້າຢາເວໄດ້ຕອບເທວະດາຕົນທີ່ໄດ້ກ່າວກັບຂ້າພະເຈົ້າດ້ວຍຖ້ອຍຄຳເລົ້າໂລມໃຈ
ຂ້າພະເຈົ້າຈຶ່ງຖາມເທວະດາຕົນທີ່ກຳລັງກ່າວແກ່ຂ້າພະເຈົ້າຢູ່ນັ້ນວ່າ, “ເຂົາເຫຼົ່ານັ້ນໝາຍເຖິງຫຍັງ?” ເພິ່ນຕອບວ່າ, “ເຂົາເຫຼົ່ານັ້ນໝາຍເຖິງບັນດາອຳນາດແຫ່ງໂລກນີ້ ທີ່ໄດ້ເຮັດໃຫ້ປະຊາຊົນຢູດາ, ອິດສະຣາເອນ ແລະເຢຣູຊາເລັມ ກະຈັດກະຈາຍໄປ.”
ຂ້າພະເຈົ້າໄດ້ຖາມວ່າ, “ທ່ານເອີຍ ມ້າເຫຼົ່ານັ້ນໝາຍເຖິງຫຍັງ?” ເທວະດາທີ່ກ່າວກັບຂ້າພະເຈົ້າໄດ້ຕອບຂ້າພະເຈົ້າວ່າ, “ເຮົາຈະສະແດງໃຫ້ເຈົ້າເຫັນວ່າໝາຍເຖິງຫຍັງ?”
ແລ້ວຂ້າພະເຈົ້າກໍໄດ້ເຫັນເທວະດາຕົນທີ່ໄດ້ກ່າວແກ່ຂ້າພະເຈົ້ານັ້ນ ກ້າວຍ່າງອອກໄປແລະມີເທວະດາຕົນອື່ນອີກ ເຂົ້າມາພົບເທວະດາຕົນນີ້.
ເທວະດາຕົນທີ່ກ່າວກັບຂ້າພະເຈົ້າຖາມຂ້າພະເຈົ້າຄືນວ່າ, “ເຈົ້າບໍ່ຮູ້ຈັກບໍ?” ຂ້າພະເຈົ້າຕອບວ່າ, “ທ່ານເອີຍ ຂ້ານ້ອຍບໍ່ຮູ້ຈັກ.” 10(ຂ) ເທວະດາຕົນນັ້ນໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຕະກຽງທັງເຈັດໜ່ວຍນັ້ນແມ່ນຕາທັງເຈັດຂອງພຣະເຈົ້າຢາເວ ຊຶ່ງສອດສ່ອງເບິ່ງທົ່ວທັງໂລກນີ້.”
ຝ່າຍເປໂຕກັບໝູ່ເພື່ອນຂອງຕົນ ຕ່າງກໍເຫງົານອນ, ແຕ່ເມື່ອພວກເພິ່ນໄດ້ຕື່ນຂຶ້ນແລ້ວ ຈຶ່ງເຫັນສະຫງ່າຣາສີຂອງພຣະເຢຊູເຈົ້າ ກັບສອງຄົນທີ່ກຳລັງຢືນຢູ່ນຳພຣະອົງ.