Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 3:5 - ພຣະຄຳພີສັກສິ

5 ເທວະດາ​ຕົນ​ນັ້ນ​ໄດ້​ສັ່ງ​ໃຫ້​ພວກ​ທີ່​ຄອຍ​ຮັບໃຊ້​ເພິ່ນ​ນັ້ນ​ສຸບ ຜ້າ​ພັນ​ຫົວ​ອັນ​ສະອາດ​ໃສ່​ຫົວ​ຂອງ​ເຢຊູອາ. ພວກເຂົາ​ກໍໄດ້​ປະຕິບັດ​ຕາມ​ແລະ​ຍັງ​ໄດ້​ເອົາ​ເຄື່ອງ​ໃໝ່​ນຸ່ງ​ໃຫ້​ເພິ່ນ ໃນ​ຂະນະທີ່​ເທວະດາ​ຂອງ​ພຣະເຈົ້າຢາເວ​ຢືນ​ຢູ່​ໃນ​ທີ່ນັ້ນ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 3:5
13 Jak'a apnaqawi uñst'ayäwi  

ຂ້ອຍ​ເຮັດ​ດ້ວຍ​ຄວາມສັດຊື່​ແລະ​ທ່ຽງທຳ ຂ້ອຍ​ເປັນ​ຕີນ​ໃຫ້​ຄົນ​ເສຍຂາ ຂ້ອຍ​ເປັນ​ຕາ​ໃຫ້​ຄົນ​ຕາບອດ.


ຈົ່ງ​ສຸບ​ໝວກ​ໃຫ້​ລາວ ແລະ​ມັດ​ເຄື່ອງ​ປະດັບ​ທີ່​ຈາລຶກ​ວ່າ ‘ອຸທິດ​ຖວາຍ​ແດ່​ອົງພຣະ​ຜູ້​ເປັນເຈົ້າ’ ໃສ່​ທາງ​ໜ້າ​ໝວກ


ເສື້ອໃຫຍ່, ແພມົນ​ບາງໆ, ຜ້າ​ພັນ​ຄໍ ແລະ​ຜ້າ​ຍາວໆ​ທີ່​ໃຊ້​ປົກ​ຫົວ​ຂອງ​ພວກເຂົາ.


ຂ້ານ້ອຍ​ຈະ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ ຈິດໃຈ​ຂອງຂ້ານ້ອຍຈະ​ຊື່ນບານ​ໃນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ເພາະ​ພຣະອົງ​ໄດ້ເອົາ​ເສື້ອຜ້າແຫ່ງ​ຄວາມພົ້ນ​ມາໃຫ້​ນຸ່ງ ພຣະອົງ​ໄດ້ເອົາ​ເສື້ອ​ແຫ່ງ​ຄວາມຊອບທຳ​ໃຫ້​ຂ້ານ້ອຍຮົ່ມໄວ້ ເໝືອນດັ່ງ​ເຈົ້າບ່າວ​ຕົບແຕ່ງ​ຕົວ​ຄື​ປະໂຣຫິດ ແລະ​ເໝືອນດັ່ງ​ເຈົ້າສາວ​ປະດັບ​ຕົວ​ດ້ວຍ​ເພັດພອຍ.


ເມື່ອ​ພວກ​ປະໂຣຫິດ​ທີ່​ເຂົ້າ​ມາ​ໃນ​ພຣະວິຫານ ແລະ​ຢາກ​ໄປ​ທີ່​ເດີ່ນ​ຂ້າງ​ນອກ; ພວກເຂົາ​ຕ້ອງ​ແກ້​ເຄື່ອງນຸ່ງ​ອັນ​ສັກສິດ​ທີ່​ພວກ​ຕົນ​ນຸ່ງ​ໃນ​ຂະນະທີ່​ຮັບໃຊ້​ຢູ່​ນັ້ນ​ອອກ​ໄວ້​ໃນ​ຫ້ອງ​ເຫຼົ່ານີ້. ພວກເຂົາ​ຕ້ອງ​ໃສ່​ເຄື່ອງ​ອື່ນ​ກ່ອນ ຈຶ່ງ​ຈະ​ອອກ​ໄປ​ບ່ອນ​ທີ່​ປະຊາຊົນ​ມາ​ເຕົ້າໂຮມ​ກັນ​ໄດ້.”


ແລ້ວ​ເທວະດາ​ຂອງ​ພຣະເຈົ້າຢາເວ​ກໍ​ບອກ​ເຢຊູອາ​ວ່າ, “ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້: ຖ້າ​ເຈົ້າ​ເຮັດ​ຕາມ​ກົດບັນຍັດ​ທັງຫລາຍ​ຂອງເຮົາ ແລະ​ປະຕິບັດ​ໜ້າທີ່​ຕາມ​ທີ່​ເຮົາ​ໄດ້​ມອບ​ໃຫ້​ເຈົ້າ​ນັ້ນ ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ສືບຕໍ່​ຮັບຜິດຊອບ​ວິຫານ​ຂອງເຮົາ ຕະຫລອດ​ທັງ​ເດີ່ນ​ຂອງ​ພຣະວິຫານ​ດ້ວຍ, ແລະ​ເຮົາ​ຈະ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຈົ້າ ດັ່ງ​ທີ່​ເຮົາ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກ​ທີ່​ຢູ່​ຊ້ອງໜ້າ​ເຮົາ​ນີ້.


ຈົ່ງ​ເອົາ​ເງິນ​ແລະ​ຄຳ​ທີ່​ພວກເຂົາ​ໄດ້​ມອບ​ໃຫ້​ນັ້ນ​ເຮັດ​ມົງກຸດ ແລະ​ສຸບ​ມົງກຸດ​ນີ້​ໃສ່​ຫົວ​ຂອງ​ມະຫາ​ປະໂຣຫິດ​ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ.


ເມື່ອນັ້ນ ບັນດາ​ຜູ້​ອາວຸໂສ​ຊາວສີ່​ທ່ານ ກໍ​ຂາບລົງ​ຖວາຍ​ບັງຄົມ​ພຣະອົງ ຜູ້​ປະທັບ​ເທິງ​ຣາຊບັນລັງ​ນັ້ນ ນະມັດສະການ​ພຣະອົງ ຜູ້​ຊົງພຣະຊົນ​ຢູ່​ຕະຫລອດ​ຊົ່ວ​ນິຣັນດອນ ແລ້ວ​ຖອດ​ມົງກຸດ​ອອກ​ວາງ​ລົງ​ຕໍ່ໜ້າ​ຣາຊບັນລັງ​ຮ້ອງ​ວ່າ,


ອ້ອມຮອບ​ບັນລັງ​ນັ້ນ ມີ​ບັນລັງ​ອີກ​ຊາວສີ່​ບັນລັງ ແລະ​ມີ​ຜູ້​ອາວຸໂສ​ຊາວສີ່​ທ່ານ ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ທຸກ​ທ່ານ​ນຸ່ງ​ເຄື່ອງ​ຂາວ ແລະ​ສວມ​ມົງກຸດ​ຄຳ​ທີ່​ຫົວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka