ເຊກາຣີຢາ 3:4 - ພຣະຄຳພີສັກສິ4 ເທວະດາຕົນນັ້ນໄດ້ກ່າວຕໍ່ລູກທັງຫລາຍຂອງພຣະເຈົ້າຜູ້ທີ່ຄອຍຮັບໃຊ້ທ່ານຢູ່ນັ້ນວ່າ, “ຈົ່ງແກ້ເສື້ອອັນເປິເປື້ອນຂອງຊາຍຄົນນີ້ອອກສາ.” ແລ້ວເພິ່ນກໍກ່າວແກ່ເຢຊູອາວ່າ, “ເຮົາໄດ້ຍົກບາບໃຫ້ເຈົ້າແລ້ວ ແລະເຮົາຈະເອົາເສື້ອໃໝ່ໃຫ້ເຈົ້ານຸ່ງ.” Uka jalj uñjjattʼäta |
ເພື່ອໃຫ້ພວກທີ່ໄວ້ທຸກທີ່ເທິງພູເຂົາຊີໂອນ ໄດ້ຊົມຊື່ນຍິນດີແທນທີ່ຈະໂສກເສົ້າ; ພວກເຂົາຈະຮ້ອງເພງສັນລະເສີນພຣະເຈົ້າໃດ ແທນທີ່ຈະເສົ້າໂສກເສຍໃຈຢູ່ເລື້ອຍໆ. ພວກເຂົາຈະເປັນດັ່ງຕົ້ນໄມ້ທີ່ພຣະເຈົ້າຢາເວໄດ້ປູກໄວ້ເອງ ພວກເຂົາທຸກຄົນຈະກະທຳແຕ່ສິ່ງທີ່ຖືກຕ້ອງ ແລະພຣະເຈົ້າກໍຈະໄດ້ຮັບຄຳຍ້ອງຍໍສັນລະເສີນ ສຳລັບສິ່ງທີ່ພຣະອົງໄດ້ກະທຳມານັ້ນ.